ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2022 ແລະ ວາງທິດທາງແຜນການວຽກງານຈຸດສຸມປີ 2023 ໃນໂອກາດທີ່ທ່ານເຂົ້າ ຮ່ວມ ເປັນປະທານກອງປະຊຸມ, ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ໄດ້ເນັ້ນໃຫ້ບັນດາຄະນະພັກກະຊວງ, ກົມ-ກອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຢ່າງຕັ້ງໜ້າໃນການຊີ້ນຳ-ນຳພາ, ຈັດຕັ້ງປະຕິບັດ ແລະ ແກ້ໄຂແຕ່ລະວຽກງານຢ່າງຈິງຈັງ ເພື່ອຮັບ ປະກັນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກຳລັງປ້ອງກັນຄວາມສະຫງົບໃນປີ 2023 ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ.

ໃນວາລະການດໍາເນີນກອງປະຊຸມລະຫວ່າງວັນທີ 15-16 ທັນວາ 2022, ທີ່ສະໂມສອນກະຊວງ ປກສ ບັນດາຮອງ ລັດຖະມົນຕີ, ຄະນະບັນຊາບັນ ດາກົມໃຫຍ່ ພ້ອມດ້ວຍກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ນວ ແລະ ບັນດາ ປກສ ແຂວງໃນຂອບເຂດທົ່ວປະເທດ ໄດ້ສຸມໃສ່ຄົ້ນຄວ້າປະກອບຄຳເຫັນໃສ່ເນື້ອໃນຕ່າງໆຂອງກອງປະຊຸມ, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີຕັ້ງໜ້າ, ຜົນງານທີ່ໄດ້ເຮັດສຳເລັດ ແລະ ບັນດາຈຸດທີ່ຍັງຄົງຄ້າງ, ພ້ອມທັງວິທີການແກ້ໄຂ ແລະ ເປັນເອກະພາບຕໍ່ທິດທາງວຽກງານທີ່ຈະສຸມໃສ່ຊີ້ນຳ-ນຳພາໃນປີ 2023, ຕໍ່ກັບຜົນງານດັ່ງກ່າວ ກໍຍ້ອນມີການຊີ້ນໍາ-ນໍາພາ, ບັນຊາຂອງຄະນະພັກກະຊວງຢ່າງໃກ້ຊິດ, ເປັນປະຈໍາ, ຍ້ອນມີຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບສູງຂອງຄະນະພັກແຕ່ລະຂັ້ນ ບວກກັບການປະກອບສ່ວນຢ່າງຕັ້ງໜ້າຂອງນາຍ ແລະ ພົນຕໍາຫຼວດ, ອໍານາດການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າເຮັດໃຫ້ວຽກ ງານດ້ານຕ່າງໆມີຜົນສໍາເລັດ.

ຄຽງຄູ່ກັບຜົນສໍາເລັດຫຼາຍດ້ານ ແລະ ຄວາມພະຍາຍາມໃນການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາຍັງຈະມີຫຼາຍດ້ານທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າ. ດັ່ງນັ້ນ, ເພື່ອຮັບປະກັນໃຫ້ບັນດາເຫດການການເມືອງທີ່ສໍາຄັນຂອງພັກ-ລັດ ແລະ ສະພາແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດ, ດໍາເນີນໄປດ້ວຍຄວາມປອດໄພ ແລະ ທັງເປັນການປັບປຸງແບບແຜນ, ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກໍາລັງປ້ອງກັນຄວາມສະຫງົບໃນປີ 2023 ໃຫ້ເຂົ້າສູ່ລະບົບທີ່ໜັກແໜ້ນ; ພົອ ວິໄລ ຫຼ້າຄຳຟອງ ໄດ້ມີຄໍາເຫັນໂອ້ລົມກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ແລະ ໄຊຊະນະທີ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕະຫຼອດຮອດນາຍ ແລະ ພົນຕໍາຫຼວດເຫຼົ່າວິຊາສະເພາະຍາດໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ນາຍ ແລະ ພົນຕໍາຫຼວດໃນກໍາລັງປ້ອງກັນຄວາມສະຫງົບ ຈົ່ງພ້ອມກັນສືບຕໍ່ບັນດາວຽກງານດັ່ງນີ້: ສືບຕໍ່ວຽກງານຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ, ວຽກງານປັບປຸງກໍ່ສ້າງພັກ, ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ, ວຽກງານຮັບປະກັນດ້ານພະລາທິການເຕັກນິກ ແລະ ວຽກງານພົວພັນຕ່າງປະເທດ; ເຊິ່ງແມ່ນວຽກງານທີ່ຄະນະພັກ-ຄະນະບັນຊາແຕ່ ລະຂັ້ນ, ນາຍ ແລະ ພົນຕໍາຫຼວດ ຈະຕ້ອງໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າຕິດພັນກັບການເຊີດຊູນໍ້າໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດໃຫ້ມີຄວາມປອດໃສເຂັ້ມແຂງ ແລະ ໜັກແໜ້ນ, ເຊີດຊູຄວາມຮັບຜິດຊອບ, ຕັ້ງໜ້າບຸກບືນ ເພື່ອຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍຕ່າງໆ, ເປັນເຈົ້າການໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ຈັດ ຕັ້ງຜັນຂະຫຍາຍບັນດາມະຕິທີ່ຄະນະພັກກະຊວງປ້ອງກັນຄວາມສະຫງົບວາງອອກໃຫ້ມີຜົນສໍາເລັດ.

ນອກນີ້, ຍັງຕ້ອງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ບັນລຸຄາດໝາຍ (ໄລຍະທີ 2 ) ແລະ ກະກຽມຂໍ້ມູນຜ່ານການຈັດຕັ້ງປະຕິບັດ ເພື່ອເປັນພື້ນຖານຮັບໃຊ້ໃຫ້ການສະຫຼຸບວຽກງານດັ່ງກ່າວ ໃນປີ 2023; ບັນຫາທີ່ສະມາຊິກສະພາໄດ້ຍົກຂຶ້ນໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ນັ້ນບັນຫາໃດກ່ຽວຂ້ອງກັບຄວາມຮັບຜິດຊອບໃຫ້ສຸມໃສ່ປັບປຸງ ແລະ ແກ້ໄຂ.

ທັງໝົດນັ້ນ, ແມ່ນໜ້າວຽກຈຳນວນໜຶ່ງທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນທ້າຍເດືອນ ແລະ ປີ 2023 ເພື່ອເຮັດໃຫ້ບັນດາໜ້າວຽກດັ່ງກ່າວໄດ້ຮັບການຜັນຂະຫຍາຍຖືກທິດ, ຫວັງວ່າບັນດາສະຫາຍຈະເຊີດຊູຄວາມຮັບຜິດຊອບ, ຕັ້ງໜ້າບຸກບືນ ເພື່ອຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ, ເປັນເຈົ້າການ ແລະ ມີຄວາມຕັ້ງໜ້າໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ມີຜົນສຳເລັດ.