ສະຫາຍ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງເລຂຄະນະພັກ ຮອງລັດຖະມົນຕີກະຊວງ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ໂອ້ລົມຕໍ່ຄະນະພັກ-ຄະນະອໍານວຍການ ຕະຫຼອດຮອດພະນັກງານຄູ-ອາຈານ ຢູ່ວິທະຍາຄານຕໍາຫຼວດປະຊາຊົນ ຕ້ອງເພີ່ມທະວີຄວາມສາມາດນໍາພາພັດທະນາ ວິທະຍາຄານຕຳຫຼວດປະຊາຊົນ ໃຫ້ສົມຄູ່ກັບຖານະນາມ ທີ່ເປັນສູນກາງການສຶກສາຊັ້ນສູງຂອງກໍາລັງຕໍາຫຼວດປະຊາຊົນ ທີ່ມີຄຸນນະພາບ, ກໍ່ສ້າງນາຍຕຳຫຼວດໃຫ້ມີທັງຄວາມຮູ້-ຄວາມສາມາດ, ມີສະຕິປັນຍາ, ມີໄຫວພິບ, ປະດິດສ້າງ, ມີແບບແຜນນຳພາ-ບັນຊາ, ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ມີຈັນຍາບັນ, ຈັນຍາທຳປະຕິວັດ, ມີທັງສະຕິຕໍ່ການຈັດຕັ້ງ, ສາມາດກຳແໜ້ນ ແລະ ປະຕິບັດກົດໝາຍ, ນິຕິກຳຕ່າງໆທີ່ ພົວພັນ, ເຮັດສຳເລັດໜ້າທີ່ການເມືອງທີ່ມີກຽດຂອງຕົນ.

ໃນວັນທີ 31 ພຶສະພາ 2023, ເປັນມື້ປິດກອງປະຊຸມຄົບຄະນະບໍລິຫານງານພັກ ກາງສະໄໝທີ II ຂອງອົງຄະນະພັກ ວິທະຍາຄານຕໍາຫຼວດປະຊາຊົນ ແລະ ວາງທິດທາງແຜນການ ໄລຍະທ້າຍສະໄໝ, ສະຫາຍ ພົຕ ວັນທອງ ກອງມະນີ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານເນັ້ນໃຫ້ຄະນະພັກ-ຄະນະອໍານວຍການ ຊຸກຍູ້ຂະບວນການແຂ່ງຂັນ ເຮັດສຳເລັດໜ້າທີ່ ຕິດພັນກັບ ຂະບວນການແຂ່ງຂັນຮັກຊາດ-ພັດທະນາ, ຕັ້ງໜ້າສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ, ຄູ-ອາຈານພະນັກງານ-ນັກຮົບ, ນັກສຶກສາເສີມສ້າງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດປິ່ນອ້ອມ 3 ລັກສະນະ 5 ຫຼັກມູນຂອງການສຶກສາ ຕິດພັນກັບ 3 ທາດ ແທ້ 7 ມູນເຊື້ອ ຂອງກຳລັງປ້ອງກັນຄວາມສະຫງົບ.

ສືບຕໍ່ປັບປຸງ, ບູລະນະກົງຈັກການຈັດຕັ້ງທຸກຂັ້ນຂອງ ວຕປ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ຕາມທິດກະທັດຮັດສົມເຫດສົມຜົນ ເຊັ່ນ: ຄົ້ນຄວ້າສັບຊ້ອນພະນັກງານ, ຄູ-ອາຈານ ເຂົ້າສູ່ຕຳແໜ່ງງານໃຫ້ແທດເໝາະກັບຄວາມຮູ້-ຄວາມສາມາດພອນສະຫວັນ, ພອນສະແຫວງຂອງພະນັກງານຢ່າງກົມກຽວ.

ພ້ອມນີ້, ຕ້ອງຖືສໍາຄັນການປັບປຸງຍົກລະດັບພາລະບົດບາດ, ໜ້າທີ່ຂອບເຂດສິດຂອງ ວຕປ ເພື່ອສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການແຂ່ງຂັນເຮັດ ສຳເລັດໜ້າທີ່ການຮຽນ-ການສອນຢູ່ສະຖາບັນແຫ່ງນີ້, ແນໃສ່ກໍ່ສ້າງພັດທະນານາຍຕຳຫຼວດ ໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ວິຊາສະເພາະ, ສາມາດເປັນຫຼັກແຫຼ່ງໃນພາລະກິດປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ເປັນທີ່ໄວ້ວາງໃຈຂອງ ປະຊາຊົນ, ເປັນທີ່ເກງຂາມຂອງພວກອາຊະຍາກຳປະເພດຕ່າງໆ.

ຖືສຳຄັນເປັນຍຸດທະສາດຂອງສະຖາບັນກ່ຽວກັບ ວຽກງານຄົ້ນຄວ້າທິດສະດີ, ປັບປຸງຕຳລາສິດສອນ, ຫຼັກສູດການສຶກສາໃຫ້ແທດເໝາະກັບສະພາບການຕົວຈິງໃນປັດຈຸບັນ, ຮູ້ນຳໃຊ້ພາຫະນະ, ອຸປະກອນເຕັກນິກຈຳເປັນ ເຂົ້າໃນການສອນ-ການຮຽນ, ຈັດຕັ້ງສະຫຼຸບຖອດຖອນບົດຮຽນດ້ານດີ, ດ້ານອ່ອນ ແລະ ສາເຫດທີ່ເຮັດໃຫ້ລະບົບການຮຽນ-ການສອນ ຄຸນນະພາບບໍ່ທັນສົມຄູ່ກັບຄວາມຮຽກຮ້ອງຕ້ອງການໃນປັດຈຸບັນ.

ພ້ອມກັນນັ້ນ, ກໍຕ້ອງຊອກຫາວິທີປັບປຸງ, ແກ້ໄຂ້ ເພື່ອເຮັດໃຫ້ການກໍ່ສ້າງພະນັກງານຫຼັກແຫຼ່ງຂັ້ນນຳພາ-ບັນຊາ ແລະ ພະນັກງານວິຊາການ ຕິດພັນກັບ ການກໍ່ສ້າງພັກ-ສ້າງກຳລັງສູ່ຄຸນນະພາບໃໝ່, ສ້າງນາຍຕຳຫຼວດໃຫ້ມີຄວາມຮູ້, ມີຄວາມສາມາດຊຳນານງານດ້ານວິຊາສະເພາະ, ເກັ່ງທາງດ້ານກົດໝາຍ, ຮູ້ພາສາຕ່າງປະເທດໃດໜຶ່ງທີ່ແນ່ນອນ, ມີຄວາມຕື່ນຕົວທາງດ້ານການເມືອງສູງ, ມີຄຸນສົມບັດສິນທຳປະຕິດວັດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນຢ່າງເຂັ້ມງວດ, ມີແບບແຜນດຳລົງຊີວິດທີ່ປອດໃສ ແລະ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ.