ໃນວັນທີ 28 ມິຖຸນາ 2022, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີປິດບໍາລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ພະນັກງານນໍາພາ-ຄຸ້ມຄອງ ຊຸດທີ XIX, ໂດຍການເປັນປະທານຂອງ ພົຕ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ເສນາທິການກອງທັບກະຊວງປ້ອງ ກັນປະເທດ, ມີບັນດາຄະນະນໍາ-ຄະນະ ບັນຊາວິທະຍາຄານ, ພະນັກງານຄູ-ອາຈານ, ນັກສຶກສາ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພົຈວ ປອ ກົງສາ ບຸນຄຸນ ຮອງຫົວໜ້າການທະຫານ ຫົວໜ້າກົມອົບຮົມ-ກໍ່ສ້າງ ກ່າວວ່າ: ຊຸດບໍາລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ XIX ສົກຮຽນ 2021-2022 ມີຈໍານວນ 30 ສະຫາຍ ຍິງ 3 ສະຫາຍ; ໃນນັ້ນ, ມາຈາກບັນດາອົງການຂັ້ນສູນກາງ, ກະຊວງ, ອົງການທຽບເທົ່າ 13 ທ່ານ ແລະ ບັນດາແຂວງທ້ອງຖິ່ນ 17 ທ່ານ. ຜ່ານການບໍາລຸງວຽກງານດັ່ງກ່າວ ເຫັນວ່າພະນັກງານການນໍາແຕ່ລະສະຫາຍມີຄວາມຮັບຮູ້ອັນໃໝ່ທາງດ້ານຫຼັກມູນພື້ນຖານ, ທິດສະດີວິທະຍາສາດໃນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄລຍະໃໝ່ຂຶ້ນຕື່ມອີກກ້າວໜຶ່ງ ເປັນຕົ້ນແມ່ນດ້ານຄວາມຮູ້ພື້ນຖານ, ດ້ານຄວາມຮັບຮູ້ໃນຂົງເຂດຍຸດທະສາດປ້ອງກັນຊາດ, ດ້ານຍຸດທະສາດການທະຫານ ແລະ ຮັບຮູ້ຕື່ມກ່ຽວກັບບັນຫາລວມໃນການຊີ້ນໍາບັນຊາກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຂັ້ນຂອງຕົນໃນການກະກຽມກໍາລັງ, ການວາງແຜນການຕ່າງໆແຕ່ຍາມສັນຕິພາບເປັນ ພື້ນຖານບ່ອນອີງໃຫ້ແກ່ການຫັນເອົາອົງການ, ທ້ອງຖິ່ນເຂົ້າສູ່ພາວະສົງຄາມໃນເມື່ອມີສົງຄາມເກີດຂຶ້ນ. ພ້ອມນັ້ນ, ຍັງຮູ້ເສີມຂະຫຍາຍພາລະບົດບາດ, ໜ້າທີ່ເປັນເສນາທິການດ້ານວຽກງານດັ່ງກ່າວໃຫ້ແກ່ພັກ-ລັດຖະບານ, ສູນກາງ, ຢູ່ຂັ້ນກະຊວງ, ແຂວງ ແລະ ເມືອງ ໂດຍສະເພາະແມ່ນຕໍ່ແຜ່ນການປັບປຸງກໍ່ສ້າງກໍາລັງປະກອບອາວຸດປະຊາຊົນ, ການສ້າງບໍລິເວນປ້ອງກັນຂອງແຂວງ ແລະ ເມືອງກາຍເປັນທ່າສະໜາມສົງຄາມປະຊາຊົນ 3 ຂັ້ນຢ່າງເຂັ້ມງວດ.

ໃນຕອນທ້າຍ, ບັນດານັກສຶກສາ ແລະ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອລົມໃຫ້ທິດຊີ້ນໍາຈາກທ່ານປະທານໂດຍໄດ້ເນັ້ນຫຼາຍບັນຫາຕໍ່ນັກສຶກສາຜູ້ທີ່ສໍາເລັດ ການບໍາລຸງຊຸດນີ້ ຈົ່ງນໍາເອົາບັນດາເນື້ອໃນ ຈິດໃຈ ແລະ ຄວາມຮູ້-ຄວາມສາມາດທີ່ ໄດ້ຮັບການຖ່າຍທອດຈາກຄູ-ອາຈານ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນ ວຽກງານຕົວຈິງຂອງຕົນເອງ ກໍຄືກົມ ກອງທີ່ຕົນສັງກັນຢູ່ໃຫ້ເກີດປະໂຫຍດສູງສຸດ. ນອກນັ້ນ, ໃນພິທີຍັງໄດ້ມອບໃບຢັ້ງຢືນການສໍາເລັດຊຸດບໍາລຸງໃຫ້ນັກສຶກສາຕື່ມອີກ, ມອບໂດຍ ພົຈວ ປອ ແກ້ວ ສຸວັນ ອິນທະວົງສາ ຫົວໜ້າການທະຫານວິທະຍາຄານປ້ອງກັນຊາດ ໄກ ສອນ ພົມວິຫານ.