ກົມສື່ສານ ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ກົດໝາຍ ວ່າດ້ວຍເອກະສານທາງລັດຖະການ, ຄໍາແນະນໍາ ແລະ ການ ຮ່າງເອກະສານທາງການໃຫ້ນາຍ ແລະ ພົນຕໍາຫຼວດກົມກອງອ້ອມຂ້າງກົມສື່ສານ ໃນວັນທີ 28 ມິຖຸນາ 2022 ໂດຍມີ ພັອ ດວງຕາ ສຸວັນນະລາດ ຫົວໜ້າກົມຄຸ້ມຄອງເອກະສານ ຫ້ອງວ່າການກະຊວງ ປກສ, ພ້ອມດ້ວຍ ພັອ ພູໂຂງ ຈຸມມະນີ ຮອງຫົວໜ້າກົມສື່ສານ, ມີຄະນະພັກ-ຄະນະນໍາ ແລະ ພະນັກງານທີ່ເຮັດວຽກ ກ່ຽວກັບເອກະສານອ້ອມຂ້າງເຂົ້າຮ່ວມ.

ພັທ ພອນແກ້ວ ຄໍາພິລາວົງ ຮອງຫົວໜ້າໜ້າຫ້ອງການກົມສື່ສານ ກ່າວຈຸດປະສົງຂອງການເຜີຍແຜ່ເອກະສານຄັ້ງນີ້ວ່າ: ການຈັດຕັ້ງເຜີຍແຜ່ກົດໝາຍ ວ່າດ້ວຍເອກະສານທາງລັດຖະການ, ຄໍາແນະນໍາ ແລະ ການຮ່າງເອກະສານທາງການໃຫ້ນາຍ ແລະ ພົນຕໍາຫຼວດກົມກອງອ້ອມຂ້າງກົມສື່ສານຄັ້ງນີ້ ເພື່ອເປັນການເພີ່ມຄວາມຮູ້ຂັ້ນພື້ນຖານຂອງວຽກງານການສ້າງເອກະສານພາຍໃນກົມສື່ສານ; ນອກຈາກນີ້, ກໍຍັງເປັນການສ້າງຄວາມເປັນເອກະພາບທາງດ້ານຫຼັກການເຄື່ອນໄຫວວຽກງານສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ ແລະ ຄວາມເປັນຈິງໃນການສ້າງເອກະສານ, ເຮັດວຽກງານຄົ້ນ ຄວ້າ, ເກັບກໍາຂໍ້ມູນ-ຂ່າວສານມີຄວາມຄິດເຫັນ ເພື່ອຊ່ວຍໃຫ້ຂັ້ນນໍາຕົກລົງ ບັນຫາຢ່າງຖືກຕ້ອງໃນຖານະເປັນເສນາທິການໃຫ້ຄະນະພັກ-ຄະນະບັນ ຊາຂັ້ນຂອງຕົນ.

ໃນນີ້, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການເຜີຍແຜ່ກົດໝາຍ ວ່າດ້ວຍເອກະສານ, ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍເອກະສານ ແລະ ການສ້າງເອກະສານທາງການ. ແຕ່ລະເນື້ອໃນລ້ວນແຕ່ມີຄວາມສໍາຄັນ, ເຊິ່ງເປັນໜ້າທີ່ ແລະ ຄວາມຮັບຜິດຊອບທາງດ້ານການເມືອງ; ພ້ອມນີ້, ຜູ້ເຂົ້າຮ່ວມຍັງຈະໄດ້ແລກປ່ຽນ, ຕັ້ງບັນຫາຂຶ້ນເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ໃຫ້ມີບັນຍາກາດຟົດຟື້ນ.