ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ( 5 ກັນຍາ 1962 -5 ກັນຍາ 2022 ) ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ( 18 ກໍລະ ກົດ 1977-18 ກໍລະກົດ 2022 ), ໃນວັນທີ 27 ມິຖຸນາ 2022, ພົຈວ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ຜູ້ຊີ້ນໍາວຽກງານສື່ມວນຊົນປ້ອງກັນຄວາມສະ ຫງົບ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ວ່າ: ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງລາວ-ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານ 3 ປັດໄຈ ຕົ້ນຕໍ ຄື: ທາງດ້ານຈຸດທີ່ຕັ້ງພູມສາດ, ທາງດ້ານພາລະກໍາປະຫວັດສາດ ແລະ ຄວາມສາມັກຄີຂອງສອງຊາດ.

ພົຈວ ຄອນສະຫວັນ ສົມພາໄຊ ກ່າວວ່າ: ເມື່ອທົບທວນຄືນກົງລໍ້ປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ຕະຫຼອດຫຼາຍທົດສະວັດທີ່ຜ່ານມາ ໄດ້ບົ່ງຊີ້ໃຫ້ພວກເຮົາຮັບຮູ້, ເຫັນແຈ້ງ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງນໍ້າໃຈສາມັກຄີການພົວ ພັນມິດຕະພາບທີ່ເປັນມູນເຊື້ອຂອງສອງຊາດ ລາວ-ຫວຽດນາມ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າອຸປະສັກທຸລະກັນດານທີ່ເຕັມໄປ ດ້ວຍຄວາມເສຍສະລະ ແລະ ຄວາມສາມັກຄີອັນດູດດື່ມ, ຮ່ວມສຸກຮ່ວມທຸກ, ຮ່ວມຂຸມຄອງດຽວກັນ, ຍາມໃດກໍຊ່ວຍເຫຼືອເຊິ່ງກັນແລະກັນຢ່າງບໍ່ມີສິ້ນສຸດ ບໍ່ວ່າໃນຍາມຕໍ່ສູ້ ຫຼື ໄລຍະສັນຕິພາບ ການພົວພັນຮ່ວມມືອັນພິເສດດັ່ງກ່າວ ຍິ່ງໄດ້ຮັບການເພີ່ມພູນຄູນສ້າງ, ຖະນຸຖະໜອມ ແລະ ນັບມື້ຍິ່ງຢັ່ງເລິກເຂົ້າສູ່ ຈິດໃຈຂອງປະຊາຊົນສອງຊາດ ເຊິ່ງມັນໄດ້ກາຍເປັນມໍລະດົກອັນລໍ້າຄ່າໃຫ້ແກ່ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ເຊິ່ງຫາສິ່ງໃດປຽບປານບໍ່ໄດ້, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ລາວ ແລະ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນບົນ ພື້ນຖານ 3 ປັດໃຈຕົ້ນຕໍຄື:

  1. ທາງດ້ານຈຸດທີ່ຕັ້ງພູມສາດ ທັງ ສອງປະເທດພວກເຮົາເປັນເພື່ອນບ້ານໃກ້ຊິດຕິດແທດກັນມາແຕ່ດົນນານ, ມີເຂດນໍ້າແດນດິນຕິດຈອດກັນຫຼາຍກວ່າ 2.000 ກິໂລແມັດ, ປະຊາຊົນສອງຊາດເຄີຍມີມູນເຊື້ອສາມັກຄີຮັກແພງຊ່ວຍ ເຫຼືອເຊິ່ງກັນແລະກັນ, ຜູກພັນສະໜິດ ແໜ້ນ, ເວລາໃດກໍເພິ່ງພາອາໄສກັນກິນນໍ້າຮ່ວມສາຍ, ກິນປາຮ່ວມຫ້ວຍ, ມີສາຍ ພູຫຼວງອັນຍາວຢຽດ ທີ່ເປັນສັນຍາລັກ ແຫ່ງຄວາມສາມັກຄີຂອງປະຊາຊົນສອງຊາດມາແຕ່ດົນນານ.
  2. ທາງດ້ານພາລະກໍາປະຫັວດສາດ ທັງສອງຊາດໄດ້ຮ່ວມຊາຕາກໍາພ້ອມກັນດໍາເນີນການຕໍ່ສູ້ຕ້ານສັດຕູໂຕດຽວກັນ, ທັງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ເພື່ອຕໍ່ສູ້ກອບກູ້ເອົາເອກະລາດ ພ້ອມກັນສູ້ຮົບ ແລະ ພ້ອມກັນຍາດເອົາ ໄຊຊະນະ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນປີ 1975.
  3. ຄວາມສາມັກຄີຂອງສອງຊາດ ໄດ້ກໍາເນີດຂຶ້ນບົນພື້ນຖານການປະຕິວັດທີ່ມີລັດທິມາກ-ເລນິນ ແລະ ລັດທິຮັກຊາດທີ່ແທ້ຈິງ ສົມທົບກັບລັດທິສາກົນ ກຳມະຊີບທີ່ຜ່ອງໃສຂອງບັນດາທ່ານ ຜູ້ນໍາທັງສອງຊາດ ເປັນຕົ້ນປະທານ ໂຮ່ ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ນັກຮົບປະຕິວັດຂອງສອງຊາດ, ເຊິ່ງໄດ້ຖືກທົດສອບຈາກຂະບວນການຕໍ່ສູ້ ອັນຂ້ຽວຂາດ, ຮ່ວມເປັນຮ່ວມຕາຍ ແລະ ຄວາມກ້າຫານເສຍສະລະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ.