ວັນທີ 6 ກໍລະກົດ 2022 ນີ້, ແຂວງຈຳປາສັກ ແຫ່ງ ສປປ ລາວ ກັບ ນະຄອນດານັງ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມ ພົບປະສອງຝ່າຍ ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ແລະ ທ່ານ ຫງວຽນ ວັນ ກວ້າງ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກນະຄອນ ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ນະຄອນດານັງ ທັງເປັນຫົວໜ້າຄະນະ.

ໂອກາດນີ້, ທ່ານເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ຫງວຽນ ວັນ ກວ້າງ ພ້ອມຄະນະໃນຄັ້ງນີ້, ໃນການພົບປະຄັ້ງນີ້ ສອງຝ່າຍໄດ້ລາຍງານສະພາບລວມການພັດທະນາເສດຖະກິດ-ສັງຄົມ, ທ່າແຮງຂອງແຂວງ, ນະຄອນ ໃຫ້ກັນຮັບຊາບ, ຍົກໃຫ້ເປັນບັນຫາ ແລະ ສິ່ງທ້າທາຍ ທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂ. ພ້ອມທັງໄດ້ຕີລາຄາການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ການຮ່ວມມືວຽກງານໃນໄລຍະຜ່ານມາ, ໂດຍສະເພາະຊ່ວຍເຫຼືອດ້ານພັດທະນາຊັບພະຍາກອນມະນຸດທີ່ສ້າງເງື່ອນໄຂ, ສ້າງໂອກາດ ເຂົ້າເຖິງການພັດທະນາຮ່ວມກັນຢ່າງຮອບ ດ້ານ. ບົນພື້ນຖານປະຕິບັດຕາມແຜນນະໂຍບາຍ ຂອງການນຳຂັ້ນສູງສອງປະເທດ ສົ່ງເສີມບັນດາທ້ອງຖິ່ນລາວ-ຫວຽດນາມ ເພີ່ມທະວີສາຍພົວພັນການຮວ່ມມື ຊ່ວຍເຫຼືອຊຶ່ງກັນ ແລະ ກັນ. ນອກນັ້ນ ສອງຝ່າຍ ກໍມີຂໍ້ສະເໜີ ເພື່ອປຶກສາຫາລືກິດຈະກໍາການສະເຫຼີມສະຫຼອງສອງວັນປະຫວັດສາດ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ຈາກນັ້ນ ກໍໄດ້ມີພິທີເຊັນບົດບັນທຶກການຮ່ວມມື 5 ປີ (2023-2027) ລະຫວ່າງອົງການປົກຄອງແຂວງຈຳປາສັກ ແລະ ຄະນະກຳມະການປະຊາຊົນ ນະຄອນດານັງ. ໂດຍການຮ່ວມລົງນາມຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ແລະ ທ່ານ ໂຮ່ ກີ່ ມິງ ຮອງປະທານ ຄະນະກຳມະການປະຊາຊົນ ນະຄອນດານັງ, ມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ. ໂດຍສອງຝ່າຍ ຕົກລົງເຫັນດີທີ່ຈະ ສືບຕໍ່ຮັກສາການພົບປະແລກປ່ຽນຄະນະທຸກຂັ້ນ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ມິດຕະພາບແບບພິເສດ ແລະ ການຮ່ວມມືທີ່ເຄີຍມີ ລະຫ່ວາງ ສອງທ້ອງຖິ່ນ, ແຕ່ລະປີ ນະຄອນດານັງ ມອບທຶນການສຶກສາໃຫ້ແຂວງຈຳປາສັກ (ທຶນ 100%) ມີ: ປະລິນຍາຕີ 5 ທຶນ, ປະລິຍາໂທ 5 ທຶນ; (ທຶນ 50%) ປະລິນຍາຕີ 4 ທຶນ ແລະ ປະລິນຍາໂທ 4 ທຶນ ແລະ ການຮ່ວມມືສອນພາສາຫວຽດ ທີ່ສູນພາສາ ຫວຽດ ແຂວງຈຳປາສັກ. ຊ່ວຍເຫຼືອດ້ານການຝຶກອົບຮົມປະສົບການໄລຍະສັ້ນ ແລະ ການຮ່ວມມືໃນວຽກງານປັບປຸງຕົກແຕ່ງຕົວເມືອງ ໂຄງການທີ່ເປັນສັນຍາລັກການຮ່ວມມືມິດຕະພາບລະຫວ່າງສອງທ້ອງຖິ່ນຈໍາປາສັກ ແລະ ດານັງ. ນອກຈາກນັ້ນ, ສອງຝ່າຍຈະຮ່ວມມື ເພີ່ມທະວີການແບ່ງປັນປະສົບການ ແລະ ການຮ່ວມມືໃນຂົງເຂດການດຶງດູດການລົງທຶນ, ການຄ້າ, ທ່ອງທ່ຽວ, ສາທາລະນະສຸກ; ເສີມຂະຫຍາຍການຂຸດຄົ້ນທ່າແຮງແລວເສດຖະກິດຕາເວັນອອກ-ຕາເວັນຕົກ. ແຕ່ລະປີສອງຝ່າຍຕ້ອງຈັດຕັ້ງ ແລະ ເຂົ້າຮ່ວມງານຕະຫຼາດນັດ EWEC (East-West Economic Corridor).

ໂອກາດດຽວກັນນີ້, ທ່ານ ຫງວຽນ ວັນ ກວ້າງ ກໍຄືຄະນະນຳ ນະຄອນດານັງ ໄດ້ມອບເງິນຈຳນວນ 500 ລ້ານດົງ ຫຼື ປະມານເກືອບ 400 ລ້ານກີບ ແລະ Tablet ຈໍານວນ 30 ເຄື່ອງ ໃຫ້ແຂວງຈຳປາສັກ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕື່ມອີກ.

ຂ່າວ-ພາບ: ທັດຊະນະ