ເມືອງເງິນ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2021 ແລະ ວາງທິດທາງໃນຕໍ່ໜ້າ ໃນອາທິດຜ່ານມາ, ໂດຍມີ ທ່ານ ບຸນເລື່ອນ ບົວໄລ ຮອງເຈົ້າເມືອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ, ມີຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ-ຂັ້ນບ້ານ, ພ້ອມດ້ວຍກອງເລຂາສະພາບໍລິຫານກອງທຶນຂັ້ນເມືອງ, ວິຊາການຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອຸດອນ ສະກຸນທອງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງ ທັງເປັນຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີທີ່ຜ່ານມາ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ເອົາໃຈໃສ່ພົວພັນປະສານງານກັນຢ່າງກົມກຽວ ເພື່ອແນໃສ່ເຮັດໃຫ້ວຽກງານການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ຮັບການຊ່ວຍເຫຼືອດູແລ ແລະ ແກ້ໄຂຜູ້ທີ່ຖືກຜົນກະທົບໄພພິບັດທີ່ເກີດຂຶ້ນຢ່າງທັນການ, ເປັນຕົ້ນແມ່ນລົມພາຍຸພັດເຮືອນປະຊາຊົນ 2 ບ້ານ, ມີ 9 ຄອບຄົວ, ມີເຮືອນເປ່ເພ ແລະ ເຄື່ຶອງໃຊ້ຄົວ ເຮືອນເສຍຫາຍຄິດເປັນມູນຄ່າ 125 ລ້ານກວ່າກີບ, ເກີດໄພພິບັດນໍ້າຖ້ວມ 2 ຄັ້ງ: ມີບ້ານທີ່ຖືກຜົນກະທົບ 13 ບ້ານ, ມີ 502 ຄອບຄົວ, ປະເມີນມູນຄ່າເສຍຫາຍ 8.017.765.000 ກີບ, ມີເຮືອນ, ເຄື່ອງໃຊ້ຄົວເຮືອນ ເສຍຫາຍ 650.886.000 ກີບ, ມີເນື້ອທີ່ທໍາການຜະລິດ, ເຂົ້ານາ, ພືດຕ່າງໆ, ສັດລ້ຽງ, ໜອງ ປາ, ຊົນລະປະທານ ແລະ ຄອງເໝືອງເສຍຫາຍ 3.102.626.000 ກີບ, ຖະໜົນ ຫົນທາງຖືກເຊາະເຈື່ຶອນເປ່ເພເສຍຫາຍ 4.264.236.000 ກີບ, ນອກຈາກນັ້ນຍັງ ໄດ້ສຸມໃສ່ປັບປຸງແກ້ໄຂແລວນໍ້າຍ່າງເພື່ອໃຫ້ນ້ຳໄຫຼສະດວກໃນຂອບເຂດ, ບ້ານແກ້ວດອນຄູນ, ບ້ານຫຼວງມີໄຊ ມີຄວາມຍາວ 1.500 ແມັດ, ມູນຄ່າ 1 ຕື້ ກວ່າກີບ, ໄດ້ຮັບເຂົ້າສານຈາກພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ແຂວງ ຈໍານວນ 20.000 ກິໂລ,ໄດ້ແຈກຢາຍໃຫ້ຄອບຄົວທີ່ຖືກຜົນກະທົບໄພພິບັດ ຈໍານວນ 11 ບ້ານ, ມີກອງທຶນຄຸ້ມຄອງໄພພິບັດ ທັງໝົດ 117.539.000 ກີບ, ເງິນດັ່ງກ່າວໄດ້ນໍາໃຊ້ຈ່າຍຊ່ວຍເຫຼືອໄພນໍ້າຖ້ວມເປັນຕົ້ນ: ຊື້ເຄື່ອງນຸ່ງຫົ່ມ, ເຂົ້າສານອາຫານແຫ້ງ, ນ້ຳດື່ມ ແລະ ເຄື່ອງໃຊ້ໃນຄົວເຮືອນ ມູນຄ່າ 17 ລ້ານກວ່າ ກີບ, ວຽກງານຕ້ານໂຄວິດ-19 ໄດ້ມອບເຄື່ອງຊ່ວຍເຫຼືອຄອບຄົວທຸກຍາກ, ແຮງງານນອກລະບົບທີ່ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19 ແລະ ພະສົງສາມະເນນທີ່ຕິດພະຍາດໂຄວິດ ມູນຄ່າ 12 ລ້ານກວ່າກີບ, ຈ່າຍບໍລິຫານການ ລົງມອບເຄື່ອງ ແລະ ເຂົ້າສານ ມູນຄ່າ 4 ລ້ານກວ່າກີບ; ປັດຈຸບັນເງິນຍັງເຫຼືອ 83.036.000 ກີບ.

ທິດທາງແຜນການປ້ອງກັນ ແລະ ຕອບໂຕ້ໄພພິບັດ ປະຈໍາປີ 2022 ເພື່ອເປັນການສືບຕໍ່ປຸກລະດົມເງິນເຂົ້າກອງທຶນຄຸ້ມຄອງໄພພິບັດໃຫ້ໄດ້ຕາມຕົວເລກທີ່ຄາດໝາຍໄວ້ ເປັນຕົ້ນແມ່ນເລັ່ງໃສ່ບ້ານ, ພະນັກງານ, ຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການພາຍໃນເມືອງ, ຄາດຄະເນລາຍຮັບ ປີ 2022 ໃຫ້ໄດ້ 79.981.000 ກີບ, ຂົງເຂດລັດໃຫ້ໄດ້ 5.670.000 ກີບ, ຂົງເຂດທຸລະກິດໃຫ້ໄດ້ 35.720.000 ກີບ ແລະ ຂົງເຂດບ້ານໃຫ້ໄດ້ 38.591.000 ກີບ, ວາລະດໍາເນີນກອງປະຊຸມຜູ້ເຂົ້າຮ່ວມໄດ້ ພ້ອມກັນຂຶ້ນປະກອບຄໍາຄິດເຫັນ ຊອກໃຫ້ເຫັນຈຸດອອ່ນ, ຂໍ້ຄົງຄ້າງ ເພື່ອພ້ອມກັນຊອກຫາວິທີການແກ້ໄຂໃນຕໍ່ໜ້າ ແນໃສ່ເຮັດໃຫ້ວຽກງານຄຸ້ມຄອງໄພພິບັດຂັ້ນເມືອງໄດ້ຮັບຜົນດີຂຶ້ນໄປເລື້ອຍໆ.