ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງເຊກອງ ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2021 ແລະ ວາງທິດທາງແຜນການ 2022, ໂດຍມີ ພັອ ທະວີສັກ ເພັດພູຫຼວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານເຂົ້າຮ່ວມ.

ພັທ ວັນຕາ ໄຊຍະສານ ຮອງຫົວໜ້າຫ້ອງຄຸ້ມຄອງສຳໂນຄົວ ແລະ ກໍ່ ສ້າງຮາກຖານ ກ່າວວ່າ: ປີ 2021 ຜ່ານມາ, ດ້ານວຽກງານວິຊາສະເພາະສາມາດ ຂຶ້ນທະບຽນສຳມະໂນຄົວໄດ້ ຈຳນວນ 1.830 ຄອບຄົວ, ຈຳນວນພົນ 8.836 ຄົນ ຍິງ 4.796 ຄົນ, ອາຍຸ 15 ປີຂຶ້ນ ໄປ 5.545 ຄົນ ຍິງ 3.106 ຄົນ ໄດ້ລົງ ຊຸກຍູ້ ແລະ ນຳພາ ປກສ ກຸ່ມ 1 ເມືອງລະມາມ ແກ້ໄຂຂຶ້ນທະບຽນສຳມະໂນຄົວໃຫ້ພົນລະເມືອງທີ່ຕົກຄ້າງໃນ 8 ໝູ່ບ້ານ. ຄຽງຄູ່ກັນນັ້ນ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຍັງໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ພະນັກງານ-ນັກຮົບ ພາຍໃນຫ້ອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ມີແບບແຜນວິທີເຮັດວຽກກ້າວໜ້າທັນສະໄໝຮັບປະ ກັນປະຕິບັດໜ້າທີ່ວຽກງານໃນທຸກດ້ານ.

ສຳລັບທິດທາງແຜນການປະຈຳປີ 2022, ຈະສືບຕໍ່ຫັນເອົາກຳລັງກໍ່ສ້າງຮາກຖານຕາມທິດຊີ້ນຳຂອງຂັ້ນເທິງຢ່າງເຂັ້ມແຮງ ແລະ ຕັ້ງໜ້າຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບວຽກງານ 3 ສ້າງໃນຂອບເຂດວຽກງານປ້ອງກັນຄວາມສະຫງົບ ໃຫ້ເປັນຮູບປະທໍາ, ມີປະສິດທິພາບ ແລະ ປະສິດທິຜົນ, ເອົາໃຈໃສ່ຕິດຕາມມະຫາພາກ, ຊຸກຍູ້ເຮັດວຽກງານວິຊາສະເພາະໃຫ້ບັນດາ ປກສ ເມືອງໃນການຂຶ້ນທະບຽນສຳມະໂນຄົວ ແລະ ອອກ ບັດປະຈຳຕົວແບບໃໝ່ ແລະ ວຽກງານຄຸ້ມຄອງອາຊີບພາຫະນະພິເສດໃຫ້ເຂົ້າສູ່ລະບຽບຫຼັກການ.