ກອງບັນຊາການ ປກສ ແຂວງວຽງຈັນ ຈັດກອງປະຊຸມປະກາດຮັບຮອງ 16 ໜ່ວຍພັກ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021, ວັນທີ 30 ມິຖຸນາ 2022 ຜ່ານມາ, ເປັນປະທານໂດຍ ສະຫາຍ ພົຈວ ປອ ທອງເຄນ ບຸນໝັ້ນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີສະຫາຍຄະນະພັກ-ຄະນະບັນຊາ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ແລະ ປກສ ເມືອງ ທົ່ວແຂວງວຽງຈັນ ເຂົ້າຮ່ວມ.

ສະຫາຍ ພັທ ກໍ່າ ດວງປັນຍາ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສເຂັ້ມແຂງ ໜັກ ແໜ້ນ ປະຈຳປີ 2021, ເຊິ່ງຄະນະປະຈຳພັກແຂວງ ໄດ້ຕົກລົງຮັບຮອງເອົາ 16 ໜ່ວຍພັກ ຕາມມາດຖານເງື່ອນໄຂ 4 ດ້ານ ຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ແບບແຜນວິທີນຳພາ ແລະ 5 ເນື້ອໃນຄື: ການເມືອງແນວຄິດ, ດ້ານວຽກງານວິຊາສະ ເພາະ, ການນຳພາປະຕິບັດວຽກງານນະໂຍບາຍ ແລະ ແກ້ໄຂຊິວິດການເປັນຢູ່, ການນຳພາວຽກງານຮັກສາປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນກົມກອງ; ໃນນີ້, ມີໜ່ວຍພັກພະແນກຈັດຕັ້ງ-ນະໂຍບາຍ, ໜ່ວຍພັກພະແນກບໍລິຫານ-ໂຄສະນາ, ໜ່ວຍພັກພະແນກພັກ-ກວດກາປ້ອງກັນກຳລັງ, ໜ່ວຍພັກພະ ແນກ 200, ໜ່ວຍພັກພະແນກ 208, ໜ່ວຍພັກພະແນກ 202-204, ໜ່ວຍ ພັກຮາກຖານຫ້ອງຄຸ້ມຄອງສໍາມະໂນ ຄົວ ແລະ ກໍ່ສ້າງຮາກຖານ, ໜ່ວຍພັກ ພະແນກຕໍາຫຼວດສິ່ງແວດລ້ອມ, ໜ່ວຍພັກພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ໜ່ວຍພັກພະ ແນກກວດກາ ແລະ ຄວບຄຸມຢາເສບ ຕິດ, ໜ່ວຍພັກພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ, ໜ່ວຍພັກຮາກຖານຫ້ອງການກອງບັນຊາການ, ໜ່ວຍ ພັກຮາກຖານຫ້ອງ 504, ໜ່ວຍພັກ ຮາກຖານກອງພັນປ້ອງກັນເຄື່່ອນທີ່, ໜ່ວຍພັກພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ; ໂອກາດດຽວກັນ, ຍັງໄດ້ປະກາດກົງຈັກການຈັດຕັ້ງຂັ້ນພະ ແນກ, ທຽບເທົ່າພະແນກ, ໜ່ວຍງານ ແລະ ຍົກຍ້າຍບ່ອນປະຈໍາການຂອງ ນາຍຕໍາຫຼວດຂຶ້ນກັບບັນດາຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ແລະ ປກສ ເມືອງທົ່ວແຂວງ ວຽງຈັນ ຕື່ມອີກ.

ໃຫ້ກຽດຂຶ້ນມອບໃບຢັ້ງຢືນໃຫ້ໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ປະຈໍາປີ 2021 ໂດຍສະຫາຍ ພົຈວ ປອ ທອງເຄນ ບຸນໝັ້ນ ຄະນະ ປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ. ພ້ອມນັ້ນ, ສະຫາຍ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍການຈັດຕັ້ງປະຕິບັດວຽກ ງານດ້ານຕ່າງໆຂອງໜ່ວຍ ພັກ ຈົນໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ; ພ້ອມທັງຮຽກຮ້ອງໃຫ້ 16 ໜ່ວຍພັກ ຈົ່ງພ້ອມ ກັນຕັ້ງໜ້າຮັກສາມູນເຊື້ອຂອງໜ່ວຍພັກໄວ້ໃຫ້ໝັ້ນຄົງຕະຫຼອດໄປ, ສ່ວນໜ່ວຍພັກທີ່ຍັງບໍ່ທັນໄດ້ຮັບຮອງ ກໍຕ້ອງໄດ້ສືບຕໍ່ກໍ່ສ້າງ, ປັບປຸງໃຫ້ດີຂຶ້ນ ແລະ ສູ້ຊົນໃຫ້ໄດ້ຮັບຮອງໃນຕໍ່ໜ້າ.