ວັນທີ 29 ມິຖຸນາ 2022, ໜ່ວຍງານສວຍສາອາກອນ ປະຈໍາເມືອງຫີນເຫີບ ໄດ້ລົງສົມທົບກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ກອງບັນຊາການ ປກສ ເມືອງຫີນເຫີບ ລົງຊຸກຍູ້ກວດກາຈັດເກັບລາຍຮັບຄ່າທໍານຽມທາງປະຈໍາປີ 2022 ເສັ້ນທາງເລກທີ 4501 ຈຸດບ້ານວຽງທອງເມືອງ ຫີນເຫີບ ເຊິ່ງນໍາພາໂດຍ ທ່ານ ອຸ່ນເຮືອນ ໄພວົງສາ ຫົວໜ້າສວຍສາອາກອນປະຈໍາເມືອງຫີນເຫີບ ແລະ  ຮອ ສົມສັກ ຈັນທະລັງສີ ຮອງໜ່ວຍງານຈະລາຈອນ ກອງບັນຊາການ ປກສ ເມືອງຫີນເຫີບ ພ້ອມດ້ວຍຄະນະຮັບຜິດຊອບຈັດເກັບລາຍຮັບຄ່າທໍານຽມທາງຫ້ອງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອຸ່ນເຮືອນ ໄພວົງສາ ຫົວໜ້າສວຍສາອາກອນປະຈໍາເມືອງຫີນເຫີບໃຫ້ຮູ້ວ່າ ຜ່ານການຈັດຕັ້ງປະຕິບັດຕົວຈິງສະພາບການເກັບຄ່າທໍານຽມທາງ ປີ 2022 ຍັງພົບຄວາມຫຍຸ້ງຍາກຫຼາຍດ້ານ, ຍັງມີພາຫະນະຈໍານວນຫຼວງຫຼາຍບໍ່ທັນໄດ້ແຈ້ງເສຍຄ່າທາງ, ການເກັບກໍາສະຖິຕິພາຫະນະແຕ່ລະບ້ານຍັງບໍ່ທັນໄດ້ສະຫຼຸບໃຫ້ສວຍສາອາກອນເມືອງ, ພາຫະ ນະຈໍານວນໜຶ່ງຍັງບໍ່ປ້າຍ ການເກັບຄ່າທໍານຽມທາງ ປີ 2022 ຖ້າທຽບໃສ່ ປີ 2021 ແມ່ນເພີ່ມຂຶ້ນ 115,50% ຂອງປີຜ່ານມາ.

ເຖິງຢ່າງໃດກໍຕາມ,ທາງໜ່ວຍງານສວຍສາອາກອນເມືອງຫີນເຫີບ ຈະສືບຕໍ່ຜັນຂະຫຍາຍເນື້ອໃນແຈ້ງການໃຫ້ທົ່ວເຖິງ ແລະ ວິທີຈັດຕັ້ງປະຕິບັດໂດຍຈະໄດ້ສົມທົບກັບອ້າຍນ້ອງຕໍາຫຼວດຈະລາ ຈອນເມືອງ ເພື່ອເຮັດໜ້າທີ່ສຶກສາອົບຮົມ-ໂຄສະນາໃຫ້ພໍ່ແມ່ປະຊາຊົນ, ນັກທຸລະກິດໃນທົ່ວເມືອງຫີນເຫີບ ແລະ ທ້ອງຖິ່ນອື່ນໆ ທີ່ມາເຄື່ອນໄຫວຢູ່ພາຍໃນເມືອງໃຫ້ມີຄວາມເອກະພາບໃນຂອບເຂດທົ່ວປະເທດ.