ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ກໍານົດເສັ້ນທາງສັນຈອນ ແລະ ບ່ອນຈອດລົດປະເພດຕ່າງໆ ໃຫ້ປະຕິບັດໃນໄລຍະບຸນອອກພັນສາ ແລະ ບຸນຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ ພສ 2566 (ຄສ 2023). ທັງນີ້, ເພື່ອເຮັດໃຫ້ເສັ້ນທາງການສັນຈອນພາຍໃນບຸນຊ່ວງເຮືອ ມີຄວາມເປັນລະບຽບຮຽບຮ້ອຍ.

+ ພັທ ຄໍາພູ ສົມແພງພັນ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ຜ່ານແຜນປ້ອງກັວວ່າ:

ຜູ້ສັນຈອນ ມາຈາກທິດເໜືອ ທີ່ມີຈຸດປະສົງມາທ່ຽວງານບຸນຊ່ວງເຮືອ ແມ່ນອະນຸຍາດໃຫ້ເຂົ້າຈອດສະຖານທີ່ຈອດລົດ ທີ່ອະນຸກໍາມະການອະນຸຍາດ ຫຼື ຈອດຕາມແຄມຖະໜົນສຸພານຸວົງ ແລະ ທາງຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະອື່ນ.

ຜູ້ສັນຈອນ ມາຈາກທິດໃຕ້ ອະນຸຍາດໃຫ້ຈອດລົດ ຢູ່ສະຖານທີ່ຈອດລົດຂອງພະແນກໂຍທາທິການ ແລະ ທາງຮ່ອມໂຮງຮຽນ ມສ ເພຍວັດ ຫຼື ຈອດຕາມແຄມທາງຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະອື່ນ.

ຜູ້ສັນຈອນ ມາຈາກຖະໜົນ 13 ໃຕ້ ອະນຸຍາດໃຫ້ຈອດຕາມສະຖານທີ່ຈອດລົດ ຕໍ່ໜ້າສະໜາມກິລາເຈົ້າອານຸວົງ, ຫໍວັດທະນະທໍາແຫ່ງຊາດ, ຕາມແຄມທາງຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະອື່ນ.

ບັນດາລົດເກັງ, ລົດກະບະ, ລົດຕຸກໆ, ຈໍາໂບ້ ໃຫ້ຈອດຕາມສະຖານທີ່ຈອດລົດ ທີ່ອະນຸກໍາມະການຈັດງານໄດ້ກໍານົດ ແລະ ປະຕິບັດຕາມການແນະນໍາຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ທີ່ກໍາລັງປະຕິບັດໜ້າທີ່ຢູ່ແຕ່ລະຈຸດ, ຕາມປ້ອມຕ່າງໆ.

ບັນດາລົດຈັກ, ລົດຖີບ ອະນຸຍາດໃຫ້ຈອດຕາມສະຖານທີ່ຈອດລົດ ທີ່ອະນຸກໍາມະການຈັດງານໄດ້ກໍານົດໄວ້.

+ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແຈ້ງອີກຕື່ມວ່າ:

ຜູ້ນໍາໃຊ້ຍານພາຫະນະ ທີ່ບໍ່ມີຈຸດປະສົງມາທ່ຽວງານບຸນຊ່ວງເຮືອ ແຕ່ຕ້ອງນໍາໃຊ້ຖະໜົນຕ່າງໆ ໃຫ້ປະຕິບັດດັ່ງນີ້: ມາຈາກຖະໜົນ 13 ເໜືອ ມີຈຸດປະສົງໄປຖະໜົນ 13 ໃຕ້ ແລະ ຖະໜົນທ່າເດື່ອ ໃຫ້ນໍາໃຊ້ຖະໜົນອາຊຽນ, ຖະໜົນໜອງບຶກ ແລະ ຖະໜົນດົງໂດກ.

ມາຈາກຖະໜົນ13 ໃຕ້ ແລະ ຖະໜົນເລກ 10 ມີຈຸດປະສົງໄປຖະໜົນ 13 ເໜືອ ໃຫ້ນໍາໃຊ້ຖະໜົນ 450 ປີ, ຖະໜົນກໍາແພງເມືອງ ແລະ ຖະໜົນມິດຕະພາບ; ຫ້າມພາຫະນະທຸກປະເພດ ນໍາໃຊ້ຖະໜົນເຈົ້າຟ້າງຸ່ມ (ແຄມຂອງ) ແຕ່ສາມແຍກຄຣີນິກສາກົນ ເຖິງສາມແຍກປາກປ່າສັກ ເລີ່ມແຕ່ວັນທີ 27-30 ຕຸລາ 2023.

ສະເພາະພາຫະນະ ທີ່ມີຈຸດປະສົງນໍາເອົາສິນຄ້າເຂົ້າໄປຂາຍໃນງານບຸນ ແມ່ນອະນຸຍາດໃຫ້ເຂົ້າແຕ່ເວລາ 5 ຫາ 8 ໂມງເຊົ້າ ເທົ່ານັ້ນ, ເມື່ອເອົາສິນຄ້າລົງແລ້ວ ໃຫ້ເອົາລົດອອກໄປຈອດຢູ່ບ່ອນອື່ນ ເພື່ອບໍ່ໃຫ້ກີດຂວາງການສັນຈອນໃນງານບຸນ.

ແນວໃດກໍຕາມ, ບຸນຊ່ວງເຮືອປີນີ້ ຈະເຮັດການການສັນຈອນໃນຂອບເຂດຂອງງານບຸນ ມີສະພາບລົດຕິດຂັດ, ເຮັດໃຫ້ມີຄວາມຫຍຸ້ງຍາກສະຖານທີ່ຈອດລົດ. ສະນັ້ນ, ຈະເຮັດໃຫ້ການສັນຈອນອັ່ງອໍຢູ່ຕາມເສັ້ນທາງ; ຕໍ່ກັບບັນດັ່ງກ່າວ, ເຈົ້າໜ້າທີ່ ຮຽກຮ້ອງມາຍັງຜູ້ໃຊ້ລົດ-ໃຊ້ຖະໜົນ ຈົ່ງພ້ອມກັນປະຕິບັດຕາມຄໍາແນະນໍາຂອງເຈົ້າໜ້າທີ່ ໃນການເຂົ້າ-ອອກງານບຸນຢ່າງເປັນລະບຽບ. ທັງນີ້, ກໍເພື່ອຫຼີກລ່ຽງການສັນຈອນແອອັດ.