ບຸນອອກພັນສາ ແລະ ຊ່ວງເຮືອທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 28-30 ຕຸລາ 2023 ທີ່ຈະມາເຖິງນີ້; ເຊິ່ງຄາດວ່າຈະມີຜູ້ຄົນເປັນຈໍານວນຫຼວງຫຼາຍມາທ່ຽວໃນງານບຸນ ເຮັດໃຫ້ຂອບເຂດສະຖານທີ່ຈັດງານໜາແໜ້ນໄປດ້ວຍບັນດາຫ້າງຮ້ານ ແລະ ຜູ້ຄົນ. ດ້ວຍເຫດນີ້, ອາດຈະມີກຸ່ມຄົນບໍ່ດີຈໍານວນໜຶ່ງແອບແຝງ ສວຍໂອກາດກໍ່ເຫດແຫກ, ລ້ວງກະເປົາ, ລັກຊັບ, ຊິງຊັບ ຂອງຜູ້ທີ່ມາທ່ຽວໃນງານບຸນ ກໍເປັນໄປໄດ້ ຄືດັ່ງເຫດການໃນຫຼາຍປີຜ່ານມາ.

ເຈົ້າໜ້າທີ່ປ້ອງກັນງານບຸນ ໃຫ້ຂໍ້ມູນວ່າ: ງານບຸນປີນີ້, ເຈົ້າໜ້າທີ່ ຈັດຕັ້ງກໍາລັງປ້ອງກັນ ທັງວົງໃນ ແລະ ວົງນອກ ຫຼາຍຮ້ອຍສະຫຼາຍ ເຮັດໜ້າທີ່ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍພາຍໃນງານ; ສໍາລັບວຽກງານປ້ອງກັນວົງໃນ ແມ່ນສົມທົບກັບຫ້ອງຊາວໜຸ່ມ ເຮັດໜ້າທີ່ກວດກາສິ່ງຂອງຕ້ອງຫ້າມນໍາຕົວບຸກຄົນ ກ່ອນຈະເຂົ້າໃນງານບຸນ; ແນວໃດກໍຕາມ, ເຖິງຈະມີກໍາລັງປ້ອງກັນ ແຕ່ກໍອາດຈະເຮັດໜ້າທີ່ບໍ່ທົ່ວເຖິງທຸກຈຸດ.

ສະນັ້ນ, ຜູ້ທີ່ມີຈຸດປະສົງມາທ່ຽວໃນງານບຸນ ຫຼື ຊາວຄ້າຂາຍ ຕ້ອງເປັນເຈົ້າການມີສະຕິລະວັງຕົວ ເພື່ອບໍ່ໃຫ້ຄົນບໍ່ດີລົງມືກໍ່ເຫດແຫກກະເປົ່າ, ລ້ວງກະເປົາ, ຊິງຊັບ ແລະ ລັກຊັບ ເປັນຕົ້ນແມ່ນບໍ່ໃຫ້ນໍາສິ່ງຂອງທີ່ມີຄ່າ ຕິດຕົວມາເປັນຈໍານວນຫຼວງຫຼາຍ (ໃຫ້ນໍາມາສະເພາະສິ່ງທີ່ຈໍາເປັນ), ໃນເວລາພາຍກະເປົາ ຕ້ອງເອົາໄວ້ທາງໜ້າເອົາມືກອດໄວ້, ໂທລະສັບ ແລະ ກະເປົາເງິນ ບໍ່ຄວນໃສ່ຖົງໂສ້ງດ້ານຫຼັງ, ໃນເວລາຊື້ເຄື່ອງກ່ອນຈົກເງິນ ຕ້ອງສັງເກີດເບິ່ງຄວາມປອດໄພອ້ອມຂ້າງ.

ພ້ອມນີ້, ເຈົ້າໜ້າທີ່ ກໍຍັງແນະນໍາໃຫ້ຫຼີກລ່ຽງບ່ອນຄົນຫຼາຍ, ບ່ອນທີ່ເປັນຈຸດປ່ຽວ ແລະ ບໍ່ຄວນໄປຈຸດຕ່າງໆ ທີ່ເຫັນວ່າບໍ່ມີຄວາມປອດໄພຕໍ່ສັບສິນຂອງຕົນ ເພື່ອປ້ອງກັນກຸ່ມຄົນບໍ່ດີ ທີ່ສວຍໂອກາດກໍ່ເຫດແຫກກະເປົາ, ລ້ວງກະເປົາ, ປຸ້ນຈີ້, ຊິງຊັບ, ລັກຊັບ ແລະ ອື່ນໆ. ເພາະໃນໄລຍະບຸນຊ່ວງເຮືອຫຼາຍປີຜ່ານມາ, ເຫດການດັ່ງກ່າວ ກໍເກີດມີມາແລ້ວ ເຮັດໃຫ້ເສຍຊັບສິນເປັນຈໍານວນຫຼວງຫຼາຍ.

ສໍາລັບຜູ້ທີ່ມີລູກນ້ອຍໄປທ່ຽວບຸນ, ຜູ້ປົກຄອງຄວນຂຽນຊື່ ແລະ ເບິໂທ ໃສ່ຖົງເສື້ອລູກຫຼານຂອງຕົນ ໃນກໍລະນີພັດຫຼົງ ຈຶ່ງສາມາດຕິດຕໍ່ຫາຕົວຜູ້ປົກຄອງໄດ້ງ່າຍຂຶ້ນ.