ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ໂອ້ລົມກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງເປັນຫຼັກແຫຼ່ງ, ເປັນພາຫະນະອັນແຫຼມຄົມຂອງພັກ ໃນການນໍາພາທົ່ວປວງຊົນເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຮາກຖານໃຫ້ທົ່ວເຖິງ, ຍົກສູງສະຕິເປັນເຈົ້າໃນການປົກປັກຮັກສາຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ຮັກສາໄດ້ຄວາມສະຫງົບປອດໄພຮອບດ້ານ.

ໃນໂອກາດທີ່ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ພົບປະໂອ້ລົມກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ໂດຍມີ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນການພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຫົວໜ້າໃຫຍ່, ຫ້ອງວ່າການ, ພະນັກງານຫຼັກແຫຼ່ງ ກົມກອງອ້ອມຂ້າງກະຊວງ ທັງສອງກະຊວງເຂົ້າຮ່ວມ.

+ ໃນໂອກາດດັ່ງກ່າວ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ມີຄໍາເຫັນວ່າ:

ກ່ອນອື່ນໝົດ ທົ່ວກຳລັງປະກອບອາວຸດ ຕ້ອງເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບປະຊາທິປະໄຕ ປະຊາຊົນ ໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນວຽກງານການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ກັບການສ້າງສາພັດທະນາເສດຖະກິດ-ສັງຄົມ.

ກຳລັງປະກອບອາວຸດ ຕ້ອງເປັນຫຼັກແຫຼ່ງ, ເປັນພາຫານະອັນແຫຼມຄົມຂອງພັກ ໃນການນຳພາທົ່ວປວງຊົນ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ໃນນີ້, ວຽກງານກໍ່ສ້າງຮາກຖານ ຍັງແມ່ນວຽກງານຍຸດທະສາດຕົ້ນຕໍຂອງພັກ.

ດັ່ງນັ້ນ, ຕ້ອງຕັ້ງໜ້າຫັນລົງຮາກຖານ ເພື່ອສືບຕໍ່ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຢູ່ຮາກຖານໃຫ້ທົ່ວເຖິງ, ຍົກສູງສະຕິເປັນເຈົ້າໃນການປົກປັກຮັກສາທ້ອງຖິ່ນ, ຕ້ານທຸກການເຄື່ອນໄຫວມ້າງເພທໍາລາຍ ໃນທຸກດ້ານຂອງບັນດາອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີຢ່າງທັນການ ໄປພ້ອມກັບເພີ່ມທະວີການເຮັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການພັດທະນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງ, ກົມກອງຕັ້ງທັບຢູ່ບ່ອນໃດ ຕ້ອງເຮັດວຽກງານກໍ່ສ້າງຮາກຖານຢູ່ບ່ອນນັ້ນໃຫ້ດີ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງລະບົບການເມືອງປະຊາທິປະໄຕ ປະຊາຊົນ, ປົກປັກຮັກສາສິດເປັນເຈົ້າຂອງປະຊາຊົນ, ໂຄສະນາຂົນຂວາຍປະຊາຊົນ ໃຫ້ສາມັກຄີປຸ້ມລຸມກັນ ສ້າງສາພັດທະນາບ້ານຊ່ອງ ແລະ ປຸກລະດົມປະຊາຊົນປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຮາກຖານ.

ຄຽງຄູ່ກັນນີ້, ກຳລັງ ປກຊ-ປກສ ຕ້ອງສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງຢ່າງຮອບດ້ານ, ໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽກງານຕົ້ນຕໍ ເພື່ອແກ້ໄຂຄວາມຫຍຸ້ງຍາກຝືດເຄືອງດ້ານຊີວິດການເປັນຢູ່ ໂດຍສຸມໃສ່ດ້ານກະສິກຳທີ່ເປັນທ່າແຮງ (ປູກຝັງ, ລ້ຽງສັດ) ໃຫ້ເປັນຂະບວນການກວ້າງຂວາງ, ຂະຫຍາຍດ້ານການບໍລິການບາງດ້ານທີ່ເປັນທ່າແຮງ ຕິດພັນກັບຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຄ່ອຍເພີ່ມຂຶ້ນຕາມເງື່ອນໄຂ.

ພ້ອມກັນນັ້ນ, ກໍຕ້ອງເຂົ້າຮ່ວມຢ່າງຕັ້ງໜ້າ ໃນການກໍ່ສ້າງກິດຈະການທັງດ້ານເສດຖະກິດ-ສັງຄົມຕ່າງໆ ຢູ່ທ້ອງຖິ່ນ, ອອກແຮງຊ່ວຍເຫຼືອປະຊາຊົນ ໃນການປັບປຸງຊີວິດການເປັນຢູ່ດ້ານວັດຖຸ ແລະ ວັດທະນະທຳ ໃຫ້ນັບມື້ນັບດີຂຶ້ນ. ໄປຄຽງຄູ່ກັບວຽກງານແກ້ໄຂຊີວິດການເປັນຢູ່ ຕ້ອງພ້ອມກັນປະຢັດຊັບສິນວັດຖຸຂອງສ່ວນລວມ, ໃຊ້ຈ່າຍມີແຜນການ ແລະ ເຮັດໃຫ້ສິ່ງດັ່ງກ່າວ ກາຍເປັນຂະບວນການອັນກວ້າງຂວາງ, ເປັນລະບຽບແບບແຜນອັນໜຶ່ງໃນທົ່ວກໍາລັງປະກອບອາວຸດ.

ຕ້ອງສືບຕໍ່ເປີດກວ້າງການພົວພັນຮ່ວມມືກັບສາກົນ ຕາມແນວທາງການຕ່າງປະເທດຂອງພັກ, ເຊິ່ງກ່ອນອື່ນ ຕ້ອງເຊີດຊູຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີການພົວພັນຮ່ວມມື ກັບເພື່ອນມິດຍຸດທະສາດສັງຄົມນິຍົມ ແລະ ເພື່ອນມິດສາກົນອື່ນໆ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືກັບນາໆຊາດ.