ຕະຫຼອດໄລຍະທີ່ຜ່ານມາ, ການຈັດຕັ້ງປະຕິບັດຕາມຍຸດທະສາດແຫ່ງຊາດ ແລະ ແຜນປະຕິບັດງານການບໍລິການ ແບບເຊື່ອມສານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ແຕ່ປີ 2021 ຫາ 2025 ຢູ່ແຂວງອັດຕະປື ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ ແລະ ມີຜົນສຳເລັດຫຼາຍດ້ານ.

+ ທ່ານ ວຽງໄຊ ໄຊສົມບັດ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງອັດຕະປື ໄດ້ໃຫ້ຮູ້ວ່າ:

ຜ່ານມາ, ຄະນະພັກ, ຄະນະພະແນກສາທາລະນະສຸກແຂວງ ໄດ້ສຸມໃສ່ປັບປຸງການສະໜັບສະໜູນແບບມີສ່ວນຮ່ວມ, ປະສານງານກັບສູນກາງ, ບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາອື່ນໆ ເພື່ອຂໍການສະໜັບສະໜູນດ້ານງົບປະມານເຂົ້າມາສຸມໃສ່ກິດຈະກຳດັ່ງກ່າວ ໃຫ້ມີຜົນສຳເລັດຕາມແຜນທີ່ວາງໄວ້ ພ້ອມນັ້ນຍັງໄດ້ສຸມໃສ່ການເຮັດເຄື່ອນທີ່ເສື່ອມສານວຽກງານແມ່ ແລະ ເດັກ ແບບຄົບຊຸດ ໃນແຕ່ລະເຂດປົກຄຸມຂອງສະຖານທີ່ບໍລິການໃນໜ່ວຍຄົງທີ່ ແລະ ໜ່ວຍເຄື່ອນທີ່.

ຖືເອົາວຽກງານປຸກລະດົມ, ຂ່າວສານສຸຂະສຶກສາ ເປັນໃຈກາງ ເພື່ອໃຫ້ພໍ່-ແມ່ປະຊາຊົນ ໄດ້ເຂົ້າເຖິງການບໍລິການດ້ານສຸຂະພາບ, ຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໂດຍໄດ້ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ: ສະຖານທີ່ບໍລິການຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງໝໍນ້ອຍ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ອຳນວຍຄວາມສະດວກແກ່ວິຊາການ ໃນການຈັດຕັ້ງປະຕິບັດ, ຕິດຕາມ, ຊຸກຍູ້ແນະນຳກັບທີ່, ກວດກາຄຸນນະພາບ ໂດຍອີງໃສ່ລະບົບຂໍ້ມູນຂ່າວສານສາທາລະນະສຸກ ແລະ ເຮັດການວິເຄາະ, ການປະເມີນຄຸນນະພາບ ແລະ ການປັບປຸງ ເພື່ອສ້າງກົນໄກການວາງແຜນໃນຕໍ່ໜ້າ.

ຄຽງຄູ່ກັບຜົນສຳເລັດນັ້ນ, ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຍັງພົບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ເປັນຕົ້ນ ງົບປະມານໃນການຈັດຕັ້ງປະຕິບັດບາງກິດຈະກຳຍັງບໍ່ທັນມີ ຫຼື ການສະໜອງງົບປະມານຍັງຊັກຊ້າ ບໍ່ໄປຕາມແຜນທີ່ວາງໄວ້; ປະຊາຊົນທີ່ເປັນກຸ່ມເປົ້າໝາຍ ຢູ່ຢ່າງກະແຈກກະຈາຍ, ຢູ່ຕາມສວນ, ໄຮ່ນາ.

ນອກຈາກນັ້ນ, ຍັງມີກຸ່ມເປົ້າໝາຍທີ່ເປັນແຮງງານເຄື່ອນຍ້າຍຕາມນິຄົມຕ່າງໆ, ຄວາມຮັບຮູ້ເຂົ້າໃຈ, ການເປັນເຈົ້າການຂອງພໍ່-ແມ່ປະຊາຊົນ ບາງເຂດຍັງມີຄວາມຕື່ນຕົວເອົາໃຈໃສ່ໜ້ອຍ ທີ່ຈະເຂົ້າມາຮັບບໍລິການຢູ່ໃນສະຖານທີ່ບໍລິການ; ສະພາບດິນຟ້າອາກາດປ່ຽນແປງ ສະພາບພື້ນທີ່ໃນບາງເຂດມີຄວາມຫຍຸ້ງຍາກ, ບາງເຂດໄປໄດ້ແຕ່ລະດູດຽວ. ສະນັ້ນ, ເຮັດໃຫ້ການເຄື່ອນໄຫວບໍ່ສາມາດປະຕິບັດແບບເຊື່ອມສານໄດ້.

ມີຢາ, ອຸປະກອນ, ວັກຊິນທີ່ໃຫ້ບໍລິການແມ່ ແລະ ເດັກ, ຢາໂພຊະນາການບາງຊະນິດຂາດສາງ ຢູ່ຂັ້ນສູນກາງ, ສະຖານທີ່ບໍລິການ ແລະ ອຸປະກອນການແພດ ຢູ່ຫຼາຍແຫ່ງຍັງບໍ່ທັນເໝາະສົມ ແລະ ຍັງບໍ່ພຽງພໍ, ຄວາມເຊື່ອຖືຂອງປະຊາຊົນ ບາງເຂດຍັງປະຕິບັດແບບຮີດຄອງເກົ່າ ໂດຍສະເພາະຍັງຕິດວ່າການຖືພາ, ເກີດລູກ, ການລ້ຽງລູກ ຖືເປັນເລື່ອງທຳມະຊາດ; ການມີສ່ວນຮ່ວມຂອງປະຊາຊົນ ບາງເມືອງ, ບາງບ້ານ ຍັງບໍ່ທັນໄດ້ມີການຮ່ວມມືເທົ່າທີ່ຄວນໃນວຽກງານສັກຢາກັນພະຍາດ, ການຕິດຕາມການຈະເລີນເຕີບໂຕຂອງເດັກ ແລະ ວຽກງານສຸຂະອະນາໄມ.

ໂອກາດດັ່ງກ່າວ, ທ່ານຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ຝາກເຖິງທົ່ວສັງຄົມ ໃຫ້ພ້ອມພຽງກັນຮັກສາສຸຂະພາບ ໂດຍສະເພາະໃນຍາມທີ່ມີການລະບາດຂອງພະຍາດຕາມລະດູການ, ຊ່ວຍກັນປຸກລະດົມໃຫ້ແມ່ຖືພາ ໄດ້ມາຮັບການຝາກຕ້ອງຢ່າງນ້ອຍຄົບ 4 ຄັ້ງ ພ້ອມທັງໃຫ້ມາເກີດລູກຢູ່ສະຖານທີ່ບໍລິການສາທາລະນະສຸກ, ມາຮັບການບໍລິການສຸຂະພາບແມ່ ແລະ ເດັກກວດຫຼັງເກີດ ພ້ອມທັງວາງແຜນຄອບຄົວ, ແນະນຳຜູ້ປົກຄອງຂອງເດັກນ້ອຍໃຫ້ພາລູກຫຼານຂອງຕົນ ມາສັກຢາກັນພະຍາດໃຫ້ຄົບຕາມກຳນົດ ແລະ ໃຫ້ນຳພາເດັກ 6 ເດືອນ ຫາ 11 ເດືອນ ມາຮັບວິຕາມິອາ.