ອົງຄະນະພັກ ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງ ປກສ ຈັດພິທີປະກາດບົ່ງຕົວແຕ່ງຕັ້ງ ຄະນະປະຈໍາພັກ ແລະ ປະທານກວດກາພັກ ໃນວັນທີ 1 ກັນຍາ 2023, ເປັນປະທານໂດຍ ສະຫາຍ ພົຈວ ສົມພົງ ຂໍາວິລຸນ ຄະນະພັກກະຊວງ ເລຂາອົງຄະນະພັກ ຫົວໜ້າກອງບັນຊາການ ປກ, ມີບັນດາຄະນະພັກ ກອງບັນຊາການ, ໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ພັອ ສູນເພັງ ສິນທະວອນ ຄະນະພັກກອງບັນຊາການ ຮອງປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກ ໄດ້ຜ່ານມະຕິຕົກລົງ ສະບັບເລກທີ 142/ຄພປກສ, ລົງວັນທີ 20 ກັນຍາ 2023 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ຄະນະປະຈໍາພັກ ແລະ ປະທານກວດກາພັກ ຂອງອົງຄະນະພັກ ກອງບັນຊາການປ້ອງກັນສູນກາງ; ໃນນີ້, ຄະນະພັກ ກະຊວງ ປກສ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັອ ບຸນທົງ ສີດາວົງ ເປັນຄະນະປະຈຳພັກ ທັງເປັນ ປະທານກວດກາພັກ.

ນອກນີ້, ສະຫາຍ ພັອ ສູນເພັງ ສິນທະວອນ ຍັງໄດ້ຜ່ານມະຕິຕົກລົງ ສະບັບເລກທີ 2110/ຄພປກ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ຜູ້ກວດກາຄະນະພັກຮາກຖານ, ໜ່ວຍພັກຮາກຖານ ທີ່ຂຶ້ນກັບ ອົງຄະນະພັກ ປກ; ໃນນີ້, ຄະນະພັກ ປກ ຕົກລົງບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ, ຜູ້ກວດກາໜ່ວຍພັກ ຂຶ້ນກັບ ຄະນະພັກຮາກຖານ ຫ້ອງພະລາທິການ ມີຄືດັ່ງນີ້:

+ ໜ່ວຍພັກ ພະແນກບໍລິຫານຄົ້ນຄວ້າສັງລວມ-ຄຸ້ມຄອງພາຫະນະ-ເຕັກນິກ-ຍຸດໂທ ແຕ່ງຕັ້ງ:

  • ສະຫາຍ ພັທ ຄຳໄພ ຫຼ້າບຸນຈັນ ເປັນເລຂາ
  • ສະຫາຍ ພັຕ ຄອນສະຫວັນ ອ້ວນຄໍາຈັນ ເປັນຮອງເລຂາ
  • ສະຫາຍ ພັຕ ວົງສະຫວັນ ສີສຸກວົງໄຊ ເປັນຄະນະໜ່ວຍພັກ ຜູ້ກວດກາ

+ ໜ່ວຍພັກ ພະແນກອຸປະໂພກ-ບໍລິໂພກ-ການເງິນ ແຕ່ງຕັ້ງ:

  • ສະຫາຍ ພັທ ນາງ ວົງເດືອນ ບຸນທະວົງຄຳ ເປັນເລຂາ
  • ສະຫາຍ ພັທ ນາງ ເຕົ້າແສງຈັນ ບໍລົມມະວົງສາ ເປັນຮອງເລຂາ
  • ສະຫາຍ ພັຕ ສົມພອນ ໄຊຍະທຳ ເປັນຄະນະໜ່ວຍພັກ ຜູ້ກວດກາ