ໃນຕອນເຊົ້າວັນທີ 2 ພະຈິກ 2023 ທີ່ກະຊວງປ້ອງກັນຄວາມສະຫງົບ, ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດ ໃນໂອກາດທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ, ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ແລະ ອໍາລາໜ້າທີ່.

ໃນນີ້, ເວລາ 8:30 ໂມງ ໄດ້ຕ້ອນຮັບ ທ່ານ ນາງ ກຣາຕ້າ ເອັນດາ ເວີຣນິງຕຽດ ເຂົ້າຢ້ຽມຂໍ່ານັບໃນໂອກາດທີ່ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົນໃໝ່ ປະຈຳ ສປປ ລາວ; ເວລາ 9:10 ໂມງ ໄດ້ຕ້ອນຮັບ ທ່ານ ພະນັງ ຮຸນແກຣງ ເຂົ້າຢ້ຽມຂໍ່ານັບໃນໂອກາດທີ່ມາດໍາລົງຕໍາແໜ່ງເປັນ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ຣາຊະອານາຈັກ ກໍາປູເຈຍ ຄົນ ໃໝ່ ປະຈໍາ ສປປ ລາວ; ເວລາ 9:50 ໂມງ ໄດ້ຕ້ອນຮັບ ທ່ານ ໂພລ ແຄລີ ເຂົ້າຢ້ຽມຂໍ່ານັບເພື່ອອໍາລາໜ້າທີ່ ຫຼັງຈາກໝົດວາລະເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ບັນດາທ່ານທູດ ທີ່ຖືກແຕ່ງຕັ້ງມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ແລະ ເອກອັກຄະຣາຊະທູດ ປະຈຳ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ລາວ-ອິນໂດເນເຊຍ, ລາວ-ຣາຊະອານາຈັກ ກໍາປູເຈຍ ແລະ ລາວ-ອົດສະຕຣາລີ ໂດຍສະເພາະໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ທີ່ມີມູນເຊື້ອມາແຕ່ຍາວນານໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ເຊື່ອໝັ້ນວ່າ ບັນດາທ່ານທູດຈະເອົາໃຈໃສ່ໃຫ້ການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ໃນການປະຕິບັດໜ້າທີ່ໃຫ້ເກີດດອກອອກຜົນສູງຂຶ້ນ.

ພ້ອມກັນນີ້, ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງ ທ່ານ ໂພລ ແຄລີ; ເຊິ່ງຕະຫຼອດໄລຍະຜ່ານມາ, ທ່ານໄດ້ສຸມທຸກສະຕິປັນຍາ ແລະ ເຫື່ອແຮງປະກອບສ່ວນຢ່າງຕັ້ງໜ້າ ໃນການເສີມຂະຫຍາຍສາຍພົວພັນ ລາວ-ອົດສະຕຣາລີ, ປະກອບສ່ວນຊ່ວຍເຫຼືອວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະ ໃນໄລຍະການແພ່ລະບາດຂອງພະຍາດໂຄວິດ-19 ລັດຖະບານອົດສະຕຣາລີ ກໍໄດ້ປະກອບສ່ວນຊ່ວຍເຫຼືອວັກຊີນກັນພະຍາດ ໃຫ້ລັດຖະບານລາວ, ໄດ້ຊຸກຍູ້ການຮ່ວມມືອັນດີງາມລະຫວ່າງສອງປະເທດ ລາວ-ອົດສະຕຣາລີ ເຮັດໃຫ້ໄດ້ມີການພົວພັນໄປມາຫາສູ່ແລກປ່ຽນບົດຮຽນໄດ້ສະດວກຂຶ້ນ.

ຈາກນັ້ນ, ບັນດາທ່ານທູດ ກໍໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ທີ່ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຢືນຢັນວ່າ ຈະເອົາໃຈໃສ່ຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ວຽກງານການທູດ, ເພີ່ມທະວີຮັດແໜ້ນສາຍພົວພັນການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໂດຍສະເພາະ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃຫ້ນັບມື້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ.