ໃນໂອກາດທີ່ ພົຈວ ພອນໄຊ ຍົດສົມບັດ ຮອງຫ້ອງວ່າການ ກະຊວງ ປກສ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ພິທີປິດຊຸດຝຶກອົບຮົມວິຊາສະເພາະໄລຍະສັ້ນ ວຽກງານເສນາທິການ ໃນກຳລັງປ້ອງກັນຄວາມສະຫງົບ ຄັ້ງທີ I ປີ 2023 ໂດຍທ່ານໄດ້ມີຄໍາເຫັນໂອ້ລົມວ່າ: ນັກສໍາມະນາກອນທີ່ສໍາເລັດການຝຶກອົບຮົມຄັ້ງນີ້ ບັນດາສະຫາຍຕ້ອງຍົກສູງຄວາມຮັບຜິດຊອບໃຫ້ສົມຄູ່ກັບ ການຈັດຕັ້ງມອບໝາຍໃຫ້ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອໃຫ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ກໍຄື ປົກປັກຮັກສາຄວາມສະຫງົບ.

ການຝຶກອົບຮົມວິຊາສະເພາະໄລຍະສັ້ນ ວຽກງານເສນາທິການ ໃນກຳລັງປ້ອງກັນຄວາມສະຫງົບ ຄັ້ງນີ້ ແມ່ນເພື່ອຍົກສູງຄວາມຮູ້, ຄວາມສາມາດທາງດ້ານວຽກງານວິຊາສະເພາະ ໃຫ້ພະນັກງານທີ່ເຮັດວຽກງານຫ້ອງການ ຢູ່ບັນດາກົມ-ກອງອ້ອມຂ້າງ ກະຊວງ ປກສ ແລະ ບັນດາກອງບັນຊາການ ປກສ ແຂວງ ທົ່ວປະເທດ ສາມາດຮັບປະກັນການເປັນເສນາທິການ ໃຫ້ແກ່ການນຳແຕ່ລະຂັ້ນ, ໃຫ້ມີຄວາມໂລ່ງລ່ຽນ, ວ່ອງໄວ, ຊັດເຈນ ແລະ ທັນກັບສະພາບການຕົວຈິງໃນປັດຈຸບັນ, ເປັນໃຈກາງໃນການພົວພັນປະສານສົມທົບກັບບັນດາກົມ-ກອງ, ຂະແໜງການທີ່ກ່ຽວຂ້ອງ ແລະ ເພື່ອຄວາມເປັນ ເອກະພາບກັນໃນດ້ານຫຼັກການ ແລະ ທັງປະຕິບັດບັນດາໜ້າວຽກຕ່າງໆ ໃນການເປັນເສນາທິການໃຫ້ຂັ້ນເທິງ.

ສໍາລັບນັກສໍາມະນາກອນທີ່ໄດ້ສໍາເລັດການຝຶກອົບຮົມວິຊາສະເພາະໄລຍະສັ້ນ ວຽກງານເສນາທິການ ໃນກຳລັງປ້ອງກັນຄວາມສະຫງົບ ຄັ້ງນີ້ ພວກສະຫາຍຕ້ອງສືບຕໍ່ກໍ່ສ້າງຕົນເອງ ໂດຍທີ່ນໍາເອົາຄວາມຮູ້-ຄວາມສາມາດທີ່ຮຽນມາ ໄປໝູນໃຊ້ເຂົ້າໃນພຶດຕິກໍາຕົວຈິງ ຢູ່ກົມກອງບ່ອນຕົນເອງສັງກັດຢູ່ນັ້ນ ໃຫ້ເກີດດອກອອກຜົນໄດ້ດີ, ສຸມທຸກສະຕິປັນຍາຂອງຕົນ ເຂົ້າໃນໜ້າທີ່ວຽກງານຢ່າງມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ເຮັດສໍາເລັດຕາມການມອບໝາຍ.

ພວກສະຫາຍຕ້ອງຍົກສູງຄວາມຮັບຜິດຊອບ ໃຫ້ສົມຄູ່ກັບຊັ້ນ, ກັບໜ້າທີ່ຄວາມຮັບຜິດຊອບ, ມີຄວາມຮັບຜິດຊອບຕໍ່ຕົນເອງ, ຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຕໍ່ຜູ້ບັງຄັບບັນຊາ, ຕໍ່ໝູ່ເພື່ອນ, ຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນສົມບັດ-ສິນທໍາປະຕິວັດ ໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພໍ່-ແມ່ ກໍຄືຄວາມເຊື່ອໝັ້ນຂອງການຈັດຕັ້ງຂັ້ນເທິງ.

ຕໍ່ກັບຄະນະຮັບຜິດຊອບບັ້ນຝຶກອົບຮົມໃນຄັ້ງນີ້ ກໍຕ້ອງໄດ້ມີການຈັດຕັ້ງສະຫຼຸບຖອດຖອນບົດຮຽນ ເພື່ອເປັນທິດໃນການຈັດບັ້ນຝຶກອົບຮົມຊຸດຕໍ່ໄປໃຫ້ດີຂຶ້ນກວ່າເກົ່າ, ສືບຕໍ່ຂຶ້ນແຜນຝຶກອົບຮົມຊຸດຕໍ່ໄປ ໃຫ້ດີມີຄຸນນະພາບ ແລະ ມີຄວາມພ້ອມທຸກຢ່າງ ບໍ່ວ່າທາງດ້ານການສ້າງແຜນການ, ຂຶ້ນແຜນງົບປະມານຮັບໃຊ້ດ້ານຕ່າງໆໃຫ້ດີ, ຈຶ່ງຈະຮັບປະກັນໄດ້ຄາດໝາຍທີ່ວາງໄວ້ໄດ້ເປັນຢ່າງດີ.

ການຝຶກອົບຮົມວິຊາສະເພາະໄລຍະສັ້ນ ວຽກງານເສນາທິການ ກຳລັງປ້ອງກັນຄວາມສະຫງົບ ຄັ້ງທີ I ປີ 2023 ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 30 ສະຫາຍ ທີ່ມາຈາກກອງບັນຊາການ ປກສ ນະຄອນຫຼວງ, ກອງບັນຊາການ ປກສ ແຂວງ ທົ່ວປະເທດ ແລະ ພະນັກງານກົມເສນາທິການ ຫ້ອງວ່າການ ກະຊວງ ປກສ.