ຮາກຖານຊາວໜຸ່ມ-ແມ່ຍິງ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດກອງປະຊຸມຊຸກຍູ້ວຽກງານການເມືອງ-ແນວຄິດ ໃຫ້ອົງການຈັດຕັ້ງມະຫາຊົນ ໃນທ້າຍອາທິດຜ່ານມາ, ເປັນປະທານ ໂດຍສະຫາຍ ພັທ ແກ້ວວິໃຈ ສີສົມພອນ ເລຂາຮາກຖານຊາວໜຸ່ມ ກອງບັນຊາການ ປກສ ແຂວງ, ມີຄະນະຮາກຖານສະຫະພັນແມ່ຍິງ ປກສ ແຂວງ, ຄະນະຫ້ອງອ້ອມຂ້າງ, ຄະນະໜ່ວຍຊາວໜຸ່ມ-ແມ່ຍິງ ແລະ ສະມາຊິກຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ.

ສະຫາຍ ພັທ ແກ້ວວິໃຈ ສີສົມພອນ ກ່າວວ່າ: ການຊຸກຍູ້ຄັ້ງນີ້, ເພື່ອເຮັດໃຫ້ອົງການຈັດຕັ້ງມະຫາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈເນື້ອໃນເອສານ, ຕໍ່ລະ ບຽບຫຼັກການ, ຂໍ້ຫ້າມ ແລະ ລະບຽບຫຼັກການຕ່າງໆຂອງກໍາລັງ ປກສ, ຍົກສູງສະຕິລະວັງຕົວ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານ ປ້ອງ ກັນຄວາມສະຫງົບຂອງນາຍ ແລະ ພົນຕຳຫຼວດ ສາມາດຮັບປະກັນໄດ້ຄວາມເຂັ້ມແຂງ-ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ຄຸນ ສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ສັດຊື່ບໍລິສຸດ-ດຳລົງຊີວິດປອດໃສ ເຮັດສໍາເລັດຕາມໜ້າທີ່ການຈັດຕັ້ງມອບໝາຍໃຫ້.

ອົງການຈັດຕັ້ງມະຫາຊົນທີ່ໄດ້ເຂົ້າຮ່ວມໃນການຊຸກຍູ້ວຽກງານການເມືອງ-ແນວຄິດຄັ້ງນີ້ມີ: ໜ່ວຍຊາວໜຸ່ມຫ້ອງຕຳຫຼວດ, ໜ່ວຍຊາວໜຸ່ມຫ້ອງສັນຕິບານ, ໜ່ວຍຊາວໜຸ່ມຫ້ອງພະລາທິການ, ໜ່ວຍຊາວໜຸ່ມຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໜ່ວຍຊາວໜຸ່ມຫ້ອງການເມືອງ, ໜ່ວຍຊາວໜຸ່ມຫ້ອງການ ກອງບັນຊາການ ແລະ ໜ່ວຍຊາວໜຸ່ມ ຫ້ອງ 504.

ສຳລັບເອກະສານທີ່ນຳມາເຜີຍແຜ່ ປະກອບມີຂໍ້ຕົກລົງ ວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດໃນກຳລັງປ້ອງກັນຄວາມສະຫງົບ, ຄຳສັ່ງ ວ່າດ້ວຍການນຳໃຊ້ສື່ສັງຄົມອອນລາຍໃນກຳລັງປ້ອງກັນຄວາມສະຫງົບ, ມະຕິຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຮາກຖານຊາວໜຸ່ມ ປກສ ແຂວງສະຫວັນນະເຂດ, ກົດລະບຽບຂອງສະຫະພັນແມ່ຍິງລາວ ສະໄໝທີ VIII, ເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ.