ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ຄົບຮອບ 64 ປີ (18 ພຶດສະພາ 1959-18 ພຶດສະພາ 2023) ແລະ ວັນວິລະກໍາແຫກຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ (24 ພຶດສະພາ 1960-24 ພຶດສະພາ 2023) ໃນວັນທີ 15 ມິຖຸນາ 2023, ປາຖະກະຖາໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະບັນຊາ, ກົມກອງ, ຫ້ອງ, ໂຮງຮຽນ ພ້ອມດ້ວຍພະນັກງານ-ນັກຮົບ ອ້ອມຂ້າງ ກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມ.

ພົຈວ ຄໍາສາຍ ຈັນທະວົງ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ-ຄວາມສຳຄັນ ແລະ ປັດໄຈພື້ນຖານຂອງການຜ່າວົງປິດລ້ອມຂອງກອງພັນທີ 2, ເຊິ່ງໃນຄໍ່າຄືນວັນທີ 18 ພຶດສະພາ 1959 ຄະນະບັນຊາກອງພັນທີ 2 ພາຍໃຕ້ການນຳພາ-ຊີ້ນໍາຂອງສູນກາງພັກ ໄດ້ໃຊ້ກົນອຸບາຍຫຼອກສັດຕູ ໂດຍໃຊ້ຄວາມມືດໃນການຖອນທັບໄປທາງທິດຕາເວັນຕົກສຽງໃຕ້ ມຸ່ງໜ້າຫາເຂດບ້ານໂຕນນາແຖໜອງເຕີ້ ແລ້ວເຂົ້າປ່າໄປຕາມເສັ້ນທາງຫາບ້ານມາຍ ຢ່າງປິດລັບ.

ເມື່ອຮອດເຊົ້າຂອງວັນທີ 19 ພຶດສະພາ 1959, ສັດຕູບຸກເຂົ້າປົດອາວຸດ ກອງພັນທີ 2 ແຕ່ພວກເຂົາຕົກສະເງີ້ ເພາະຢູ່ໃນຄ້າຍມີແຕ່ຄວາມມິດງຽບ ແລະ ຫວ່າງເປົ່າ, ພວກສັດຕູເຈັບແຄ້ນແໜ້ນໃຈ ແລະ ໄດ້ຮີບຮ້ອນໃຫ້ທຸກກໍາລັງໄລ່ຕາມຫວັງດັບສູນ ກອງພັນທີ 2 ແຕ່ບໍ່ສາມາດຕິດຕາມໄດ້ທັນ, ໃນການເຄື່ອນທັບ 10 ກວ່າວັນຂອງກອງພັນທີ 2 ໄດ້ສູ້ຮົບກັບສັດຕູທັງນ້ອຍ ແລະ ໃຫຍ່ 10 ຄັ້ງ, ສຸດທ້າຍກອງພັນທີ 2 ພ້ອມກັບ 91 ຄອບຄົວ ໄດ້ຜ່າວົງປິດລ້ອມທີ່ໜາແໜ້ນຂອງສັດຕູ ໄປສູ່ເຂດທີ່ໝັ້ນຂອງການປະຕິວັດ ດ້ວຍຄວາມປອດໄພ.

ພ້ອມດຽວກັນນີ້, ທ່ານຍັງໄດ້ຫວນຄືນເຖິງ ວິລະກໍາແຫກຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ລວມເຖິງສະພາບການ ແລະ ການເຄື່ອນໄຫວປະຕິວັດຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວຮັກຊາດ ໃນໄລຍະຜ່ານມາ ນັບແຕ່ປີ 1957-1959 ໂດຍສະເພາະແມ່ນ ແຜນການ ແລະ ການກະກຽມແຫກຄຸກໂພນເຄັງຂອງບັນດາຜູ້ນຳ ທີ່ສະແດງໃຫ້ເຫັນເຖິງຄວາມມານະອົດທົນ, ຄວາມສະຫຼາດສ່ອງໃສ, ໄຫວພິບຂອງບັນພະບູລຸດລາວ ລວມທັງສາເຫດການແຫກຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳ ໄປສູ່ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດໄພ.

ການປາຖະກະຖາຄັ້ງນີ້ ກໍເພື່ອໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງ ກົມໃຫຍ່ການເມືອງ ປກສ ໄດ້ເຊື່ອມຊຶມ, ກຳແໜ້ນມູນເຊື້ອນໍ້າໃຈພິລະອາດຫານຕໍ່ສູ້ບໍ່ຍອມຈຳນົນ, ໄຫວພິບໃນການນໍາພາຕໍ່ສູ້ຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ກໍຄື ນັກຮົບປະຕິວັດລາວໃນເມື່ອກ່ອນ, ເຊິ່ງພະນັກງານຫຼັກແຫຼ່ງຮຸ່ນສືບທອດໃນປັດຈຸບັນ ຕ້ອງນຳເອົາເປັນບົດຮຽນ ແລະ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ, ການຈັດຕັ້ງມອບໝາຍໃຫ້ ຢ່າງປະດິດສ້າງ ແລະ ມີຄຸນນະພາບ.