ໃນວັນທີ 14 ມິຖຸນາ 2023, ອົງຄະນະບໍລິຫານງານພັກ ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ກາງສະໄໝ ຄັ້ງທີ VI ແລະ ທິດທາງແຜນການ ທ້າຍສະໄໝ, ເປັນປະທານໂດຍ ສະຫາຍ ພົຈວ ປອ ວັນສົມ ສີສົມບັດ ຄະນະພັກກະຊວງ ເລຂາອົງຄະນະພັກ ຫົວໜ້າອໍານວຍການ ວສປ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ, ສະມາຊິກພັກ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ.

+ ສະຫາຍ ພົຈວ ປອ ວັນສົມ ສີສົມບັດ ກ່າວວ່າ:

ກອງປະຊຸມດັ່ງກ່າວ ຈະໄດ້ດໍາເນີນເປັນເວລາ 2 ວັນ (14-15 ມິຖຸນາ) ແລະ ບັນດາຜູ້ເຂົ້າຮ່ວມ ຈະໄດ້ຮັບຟັງການລາຍງານການເມືອງ ໄລຍະກາງສະໄໝ ແລະ ຮັບຮອງເອົາທິດທາງແຜນການຄາດໝາຍສູ້ຊົນຂອງຄະນະພັກ ວສປ ໄລຍະທ້າຍສະໄໝ ແລະ ຮ່າງບົດສຳຫຼວດການນຳພາຂອງຄະນະບໍລິຫານງານພັກ; ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາເຫັນຂອງບັນດາສະຫາຍສະມາຊິກພັກ ອີກດ້ວຍ.

ໃນໂອກາດນີ້, ທ່ານປະທານກອງປະຊຸມ ຍັງໄດ້ເຊື່ອມຊຶມຄໍາສັ່ງແນະນໍາເລກທີ 04/ຄພປກສ, ມະຕິເລກທີ 38/ຄພປກສ ວ່າດ້ວຍ ມາດຖານຂອງພະນັກງານນໍາພາ-ບັນຊາ ໃນກໍາລັງປ້ອງກັນຄວາມສະຫງົບ ແລະ ເຊື່ອມຊຶມມາດຖານເງື່ອນໄຂຂອງສະມາຊິກພັກ ແລະ ຂໍ້ຫ້າມສໍາລັບສະມາຊິກພັກ.

ທັງນີ້, ກໍເພື່ອຕີລາຄາທົບທວນຄືນການນຳພາຈັດຕັ້ງປະຕິບັດບັນດາທິດທາງ, ເນື້ອໃນ, ຄາດໝາຍ ທີ່ກອງປະຊຸມໃຫຍ່ຂັ້ນຂອງຕົນວາງອອກ, ອັນໃດເຮັດມີຜົນສຳເລັດ ແລະ ອັນໃດຍັງຄົງຄ້າງ ເພື່ອສືບຕໍ່ນຳພາປະຕິບັດໃຫ້ບັນລຸຜົນຕາມທີ່ໄດ້ກຳນົດໄວ້ ແລະ ເຮັດໃຫ້ການຈັດຕັ້ງດຳເນີນກອງປະຊຸມ ກາງສະໄໝຂອງຄະນະພັກ ວສປ ດຳເນີນຖືກຕ້ອງຕາມກົດລະບຽບຂອງພັກ, ສອດຄ່ອງກັບນິຕິກຳຂອງຂັ້ນເທິງວາງອອກ ແລະ ຮັບປະກັນການຊີ້ນຳ-ນຳພາ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ.