ພົຈວ ນິລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ໄດ້ໂອ້ລົມຕໍ່ຄະນະພັກ-ຄະນະກົມ, ຫ້ອງ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ອ້ອມຂ້າງ ກົມໃຫຍ່ຕຳຫຼວດ ຕ້ອງຍົກສູງສະຕິຄວາມຮັບຜິດຊອບ ແລະ ເອົາຈິງເອົາຈັງໃນການປະຕິບັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ ເປັນຕົ້ນແມ່ນ ຄວາມເປັນແບບຢ່າງໃນການເຮັດໜ້າທີ່ວຽກງານ ບັນດາສະຫາຍຕ້ອງມີຄວາມບໍລິສຸດສັດຊື່ຕໍ່ພັກ-ລັດ, ປະຕິບັດລະບຽບກົດໝາຍຂອງລັດ ແລະ ປະຕິບັດຫຼັກການວິຊາສະເພາະ ຂອງກຳລັງປ້ອງກັນຄວາມສະຫງົບ ຢ່າງເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ສະຕິຕໍ່ລະບຽບວິໄນ ຂອງກຳລັງປ້ອງກັນຄວາມສະຫງົບ ດັ່ງຄໍາເວົ້າຂອງພັກທີ່ວ່າ:

“ ພັກບອກຕ້ອງຟັງ ພັກສັ່ງຕ້ອງປະຕິບັດ ແລະ ຮັບໃຊ້ປະຊາຊົນ ຄືລົມຫາຍໃຈເຂົ້າ-ອອກຂອງຕົນເອງ “

ໃນໂອກາດທີ່ ພົຈວ ນິລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ເປັນປະທານຕໍ່ພິທີປະກາດການແຕ່ງຕັ້ງ ຫົວໜ້າພະແນກ-ຮອງພະແນກ, ກົມ, ຫ້ອງ ທີ່ຂຶ້ນກັບ ກົມໃຫຍ່ຕຳຫຼວດ ຈຳນວນ 94 ສະຫາຍ ຍິງ 12 ສະຫາຍ; ເຊິ່ງທ່ານໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ວ່າ:

ພິທີປະກາດການແຕ່ງຕັ້ງນາຍຕຳຫຼວດ ກົມໃຫຍ່ຕຳຫຼວດ ໃນຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສຳຄັນສຳລັບກຳລັງຕຳຫຼວດ ກົມໃຫຍ່ຕໍາຫຼວດ ເພາະວ່າເປັນການປະຕິບັດແນວທາງນະໂຍບາຍ-ລະບຽບຫຼັກການຂອງພັກ ຕໍ່ກຳລັງປ້ອງກັນຄວາມສະຫງົບ, ເປັນການມອບໝາຍໜ້າທີ່ຄວາມຮັບຜິດຊອບອັນໜັກໜ່ວງ ແລະ ສູງຂຶ້ນ, ເປັນການໄວ້ເນື້ອເຊື່ອໃຈຂອງຂັ້ນເທິງ ຕໍ່ກຳລັງປ້ອງກັນຄວາມສະຫງົບ, ເປັນການຢັ້ງຢືນຜົນງານຄຸນງາມຄວາມດີ ເຊິ່ງມັນສະແດງເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະ ແມ່ນຄະນະພັກ-ຄະນະນຳ ກະຊວງປ້ອງກັນຄວາມສະຫງົບ ຕໍ່ນາຍຕຳຫຼວດ ກົມໃຫຍ່ຕຳຫຼວດພວກເຮົາ.

ເຊິ່ງນີ້ເປັນຂີດໝາຍຜົນສໍາເລັດໃນເບື້ອງຕົ້ນເທົ່ານັ້ນ ແຕ່ສໍາຄັນທີ່ສຸດ ບັນດາສະຫາຍຕ້ອງມີຄວາມສະດຸ້ງໄວ, ມີຄວາມຕື່ນຕົວ ແລະ ຈັດຕັ້ງປະຕິບັດຄໍາສັ່ງຂອງຂັ້ນເທິງ ຢ່າງເຂັ້ມງວດ, ຕັ້ງຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍຈາກພັກ-ລັດ, ການຈັດຕັ້ງຂັ້ນເທິງ ໃນໜ້າທີ່ວຽກງງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ; ໃນຕໍ່ໜ້າ ບັນດາສະຫາຍຈະຕ້ອງໄດ້ເພີ່ມທະວີ ແລະ ເອົາໃຈໃສ່ຂຶ້ນຕື່ມອີກກວ່າເກົ່າ.

ສະນັ້ນ, ບັນດາສະຫຼາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ຄວນເອົາໃຈໃສ່ບາງບັນຫາໃນຕໍ່ໜ້າ ຄື: ຕ້ອງເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນພັກ ພາຍໃນກົມກອງຂອງຕົນໃຫ້ດີ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ ແລະ ສະຕິລະວັງຕົວຕໍ່ກົນອຸບາຍແບ່ງແຍກມ້າງ ເພທຳລາຍຂອງກຸ່ມຄົນບໍ່ດີ, ຕ້ອງອອກແຮງຝຶກຝົນຫຼ່ໍຫຼອມຕົນເອງ ຢ່າງຕັ້ງໜ້າ, ຄົ້ນຄວ້າຊອກຮູ້ຮ່ຳຮຽນ ແລະ ຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆໃຫ້ສູງຂຶ້ນ ເພື່ອເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ. 

ກ່ອນອື່ນ, ບັນດາສະຫາຍ ຕ້ອງມີທັດສະນະຫຼັກໝັ້ນຊົນຊັ້ນທີ່ໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນຢ່າງເຂັ້ມງວດ ແລະ ຢູ່ພາຍໃຕ້ການນຳພາລວມສູນ, ເປັນເອກະພາບ ແລະ ຮອບດ້ານຂອງພັກ, ການຈັດຕັ້ງຂັ້ນເທິງຂອງຕົນ; ຕ້ອງໄດ້ເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກ, ກຳແໜ້ນລະບຽບກົດໝາຍຂອງລັດ ໂດຍສະເພາະກຳແໜ້ນທິດທາງແຜນການຂອງກົມໃຫຍ່ຕຳຫຼວດ ແລະ ຕື່ນຕົວປະຕິບັດຢ່າງເຂັ້ມງວດ.

ຕ້ອງເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ມີມານະຈິດສູ້ຮົບທົນທານໜຽວແໜ້ນ, ກຽມພ້ອມທັບມ້າງທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ດີ ເພື່ອປົກປັນຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເດັດດ່ຽວປົກປັກຮັກສາຄວາມປອດໄພ ໃຫ້ແກ່ການນໍາພັກ-ລັດ, ປົກປັກຮັກສາຊີວິດ ແລະ ຊັບສິນຂອງປະຊາຊົນລາວບັນດາເຜົ່າ.

ພາລະກິດປະຕິວັດຂອງຊາດເຮົາ ເວລາໃດກໍຕິດພັນກັບ ການປະຕິວັດໂລກ, ພັກເຮົາຍາມໃດກໍສົມທົບແໜ້ນລັດທິຮັກຊາດ ກັບລັດທິສາກົນອັນຜ່ອງໃສ ສົມທົບກຳລັງແຮງຂອງຊາດກັບ ກຳລັງແຮງຂອງຍຸກສະໃໝ່. ດັ່ງນັ້ນ, ພວກເຮົາຕ້ອງເພີ່ມທະວີການພົວພັນສາມັກຄີແບບພິເສດ ກັບກໍາລັງປ້ອງກັນຄວາມສະຫງົບຂອງບັນດາປະເທດເພື່ອນມິດຍຸດທະສາດ ແລະ ສາກົນ.

ໃນນາມເປັນກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ກຳລັງກົມໃຫຍ່ຕຳຫຼວດ ບັນດາສະຫາຍຕ້ອງມີສະຕິຮັກຊາດສູງ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ກ້າເສຍສະຫຼະເພື່ອຜົນປະໂຫຍດຂອງຊາດ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ ທີ່ຫວັງທຳລາຍມ້າງເພ, ນຳຜົນເສຍຫາຍມາສູ່ປະເທດຊາດ, ການຈັດຕັ້ງ ແລະ ປະຊາຊົນຢ່າງເດັດຂາດ.

ຕ້ອງຈັດຕັ້ງປະຕິບັດເນື້ອໃນ 4 ບຸກທະລຸ, ວາລະແຫ່ງຊາດ ກໍຄື 1 ແຜນງານ, 4 ໂຄງການ ແລະ ວຽກງານຈຸດສຸມ ກໍຄື ທິດທາງແຜນການຂອງກົມໃຫຍ່ຕຳຫຼວດ ວາງອອກ ໃຫ້ມີຜົນສຳເລັດ ແລະ ກ້າວຂຶ້ນເປັນກຳລັງທີ່ມີແບບແຜນທັນສະໄໝເທື່ອລະກ້າວ; ຕ້ອງບຸກບືນປັບປຸງກໍ່ສ້າງຕົນເອງ ໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ ແລະ ມີຄວາມສາມາດຮັບເອົາອັນໃໝ່ໆຂອງໂລກ.

ຖ້າຢາກເຮັດໄດ້ແນວນັ້ນ ພວກເຮົາຕ້ອງອອກແຮງຊອກຮູ້ຮ່ຳຮຽນ, ຍົກລະດັບຕົນເອງໃຫ້ມີຄວາມຮູ້, ຄວາມສາມາດສູງຂຶ້ນຕື່ມ ເປັນຕົ້ນແມ່ນ ພາສາຕ່າງປະເທດ, ວິທະຍາສາດເຕັກນິກ, ຈຶ່ງຈະເຮັດໃຫ້ກຳລັງກົມໃຫຍ່ຕຳຫຼວດເຮົາກ້າວຂຶ້ນທັນກັບຄວາມຮຽກຮ້ອງຕ້ອງການກັບໜ້າທີ່ການເມືອງ ໃນໄລຍະໃໝ່; ບໍ່ດັ່ງນັ້ນ, ເຮົາຈະກາຍເປັນຜູ້ຫຼ້າຫຼັງໄປໃນຕົວ ໂດຍບໍ່ທັນສະພາບການ ແລະ ສຸດທ້າຍຈະບໍ່ສາມາດເຮັດຫຼ້ອນໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

ຕ້ອງຮູ້ຜັນຂະຫຍາຍເນື້ອໃນທາດແທ້ມູນເຊື້ອ ຂອງກໍາລັງປ້ອງກັນຄວາມສະຫງົບ ເຊັ່ນ: 3 ທາດແທ້, 7 ມູນເຊື້ອ ແລະ ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ອັນມີກຽດ ແລະ ໜັກໜ່ວງດັ່ງກ່າວນີ້; ການນຳກະຊວງປ້ອງກັນຄວາມສະຫງົບ ແລະ ການນຳກົມໃຫຍ່ຕຳຫຼວດ ໄດ້ມອບຄວາມໄວ້ວາງໃຈໃຫ້ແກ່ບັນດາສະຫາຍ ແລະ ຈະສືບຕໍ່ຕິດຕາມຜົນງານ, ຄວາມກ້າວໜ້າ, ການເຕີບໃຫຍ່ຂອງບັນດາສະຫາຍ ທີ່ເຄື່ອນໄຫວວຽກງານຕົວຈິງຢູ່ພາຍໃນກົມກອງຂອງຕົນ.