ທ່ານ ນາງ ລັດສະໝີ ບຸບຜາ ຄະນະບໍດີ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ (ມຊ) ໃຫ້ສໍາພາດ ວ່າ: ປະເທດລາວ ອຸດົມສົມບູນໄປດ້ວຍພຶກສາຊາດນາໆພັນ ນັບທັງຊະນິດພືດທີ່ເປັນຢາ, ຊະນິດພືດທີ່ບໍລິໂພກ, ຊະນິດພືດປ້ອນໂຮງງານອຸດສາຫະກໍາ ແລະ ອື່ນໆ.

ຍ້ອນເຫັນໄດ້ເຖິງຄວາມສໍາຄັນຄືດັ່ງກ່າວ, ມຊ ແລະ ມູນນິທິສີລາທໍາ ແຫ່ງ ຣາຊະອານາຈັກໄທ ຈຶ່ງໄດ້ຮ່ວມມືກັນ ໃນໂຄງການພືດເປັນຢາ ແລະ ພັດທະນາຜະລິດຕະພັນ ເພື່ອສົ່ງເສີມການປູກຕົ້ນໄມ້, ພືດທີ່ມີສັບພະຄຸນທາງຢາ ເພື່ອນໍາເອົາຜົນການປູກພືດນັ້ນໆ ນໍາໄປຜະລິດເປັນຜະລິດຕະພັນຕ່າງໆ ເຊັ່ນ: ປູກພືດທີ່ມີສັບພະຄຸນທາງຢາ ແລະ ສົ່ງເສີມປະຊາຊົນປູກ, ເຊິ່ງເປົ້າໝາຍແມ່ນເລັ່ງໃສ່ປະຊາຊົນທີ່ຢູ່ໃນ 7 ບ້ານ ອ້ອມຂ້າງສວນທົດລອງຂອງຄະນະປ່າໄມ້ ເມືອງສັງທອງ.

ພາຍຫຼັງປູກແລ້ວ ໄດ້ນໍາເອົາຜົນລະປູກ ມາພັດທະນາເປັນຜະລິດຕະພັນອອກໄປວາງຈໍາໜ່າຍ ໃນງານຕ່າງໆ, ເຊິ່ງມີຜະລິດຕະພັນຕ່າງໆ ດັ່ງນີ້: ສະບູກາເຟສົດ, ຄີມອາບນໍ້າອີຮຸມ, ສະເປກັນຍຸງຫົວສີໄຄເຄື່ອງ, ຄີມນວດອີຮຸມ-ດອກອັນຊັນ, ຢາດົມສະໝຸນໄພ, ລິບສະຕິກ ແລະ ຜະລິດຕະພັນອື່ນໆ. ນອກຈາກນັ້ນ, ຍັງໄດ້ສ້າງສູນອົບຮົມຊຸມຊົນ ໂດຍການປັບປຸງສູນເກົ່າທີ່ມີແລ້ວ ທີ່ເມືອງສັງທອງ ເພື່ອສົ່ງເສີມໃຫ້ປະຊາຊົນເປັນຜູ້ປູກ, ລ້ຽງ, ຜະລິດ ດ້ວຍການກວດສອບຜົນຜະລິດ ແລະ ຄຸນນະພາບ ໃຫ້ມີປະລິມານ ກໍຄື ຄຸນນະພາບທີ່ຈໍາໜ່າຍໄດ້.

ຖ້າໂຄງການດັ່ງກ່າວ ດໍາເນີນໄປດ້ວຍດີ ຈະສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ ມີວິຊາການຕ່າງໆ ນັບແຕ່ການປູກ, ລ້ຽງ, ວິທີການປຸງແຕ່ງ, ຮຽນຮູ້ການທົດສອບຕ່າງໆ, ສໍາລັບນັກຮຽນ ກໍໄດ້ຄວາມຮູ້ ພ້ອມທັງມີວິຊາການ-ວິຊາຊີບຕິດຕົວ ນໍາໄປຈັດຕັ້ງປະຕິບັດໄດ້ເລີຍ.

+ ທ່ານ ນາງ ລັດສະໝີ ບຸບຜາ ໃຫ້ຮູ້ວ່າ:

ຂໍ້ສະດວກໃນການດໍາເນີນວຽກງານດັ່ງກ່າວ ແມ່ນສອດຄ່ອງກັບນະໂຍບາຍຂອງລັດຖະບານ ເວົ້າເຖິງການສົ່ງເສີມສ້າງຜະລິດຕະພັນ, ສອດຄ່ອງກັບແຜນພັດທະນາຂອງ ມຊ ວ່າດ້ວຍ ການສົ່ງເສີມ-ຄົ້ນຄວ້າສ້າງວຽກເຮັດງານທໍາທີ່ເປັນຮູບປະທໍາ; ຄຽງຄູ່ກັນນັ້ນ, ກໍມີຄວາມສະດວກຕື່ມ ແມ່ນມີຄູ່ຮ່ວມງານໃຫ້ຄວາມຮູ້ດ້ານເຕັກນິກ, ການສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ ໂດຍການໃຫ້ທຶນຈໍານວນໜຶ່ງ ເພື່ອດໍາເນີນໂຄງການ.

ສ່ວນບັນຫາທ້າທາຍທີ່ອາດຈະເກີດຂຶ້ນ ແມ່ນການທີ່ຈະໄປເຮັດວຽກງານກັບຊຸມຊົນ, ເຊິ່ງຊຸມຊົນອາດຈະຮ່ວມມືບໍ່ສຸດກົກສຸດປາຍ ແລະ ອາດຈະເກີດຄວາມສ່ຽງຕ່າງໆຕາມມາ.

+ ຜົນປະໂຫຍດທີ່ຈະໄດ້ຮັບ:

  • ການສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ
  • ສ້າງລາຍຮັບເຂົ້າຄອບຄົວ-ຊຸມຊົນ
  • ຊຸມຊົນມີຄວາມຮູ້ ກາຍເປັນຜູ້ຜະລິດນ້ອຍ ກ້າວໄປເປັນຜູ້ຜະລິດຫຼາຍ

ດັ່ງນັ້ນ, ການສົ່ງເສີມປູກພືດທີ່ມີສັບພະຄຸນທາງຢາ ເພື່ອພັດທະນາຜະລິດຕະພັນອອກສູ່ສັງຄົມລາວ ຈຶ່ງແມ່ນວຽກງານທີ່ສໍາຄັນ ແລະ ຈໍາເປັນສໍາລັບປວງຊົນ, ຊຸມຊົນ ທັງເປັນການຄືນຄວາມຂຽວໃຫ້ແກ່ປ່າໄມ້ ກໍຄື ການປົກຫຸ້ມຂອງເນື້ອທີ່ປ່າໄມ້ ທັງປົກປັກຮັກສາດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນ ໃຫ້ມີຄວາມອຸດົມສົມບູນ, ປ້ອງກັນການປ່ຽນແປງສະພາບດິນຟ້າອາກາດ ທີ່ເປັນສາເຫດຕົ້ນຕໍຂອງການເກີດໄພທໍາມະຊາດ, ເຊິ່ງບົດບາດນີ້ ມະນຸດບໍ່ສາມາດຈະເຮັດແທນໄດ້.