ການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ໃນສະຖາບັນການຮຽນ-ການສຶກສາ ກໍຄື ໂຮງຮຽນມັດທະຍົມສຶກສາຕອນປາຍ ສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ໃຈປຸກລະດົມ, ຂົນຂວາຍທຸກກຳລັງແຮງ ສັງລວມເຂົ້າໃນການແກ້ໄຂບັນຫາຢາເສບຕິດ ທີ່ລະບາດເປັນວົງກວ້າງ ແລະ ຮຸນແຮງ ໃຫ້ຫຼຸດລົງຢ່າງຈະແຈ້ງ, ແນໃສ່ສ້າງນັກຮຽນ ແລະ ສັງຄົມ ໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃນການສ້າງສາພັດທະນາ-ເສດຖະກິດ, ວັດທະນາທຳ-ສັງຄົມ ແລະ ກ້າວໄປສູ່ສັງຄົມລາວປອດຢາເສບຕິດ.

+ ທ່ານ ອຸດອນ ສີລະປະກອນ ອໍານວຍການ ໂຮງຮຽນມັດທະຍົມສຶກສາຕອນປາຍ ສີສັດຕະນາກ ໃຫ້ສໍາພາດຕໍ່ສື່ມວນຊົນ ວ່າ:

ໂຮງຮຽນມັດທະຍົມຕອນປາຍ ສີສັດຕະນາກ ມີ 18 ຫ້ອງ, ຄູ-ອາຈານ 28 ຄົນ ຍິງ 18 ຄົນ, ນັກຮຽນ ຈໍານວນ 871 ນ້ອງ ຍິງ 453 ນ້ອງ; ການແກ້ໄຂບັນຫາຢາເສບຕິດ ຢູ່ພາຍໃນໂຮງຮຽນມັດທະຍົມຕອນປາຍ ສີສັດຕະນາກ ຜ່ານມາ, ທາງໂຮງຮຽນ ແມ່ນໄດ້ນໍາເອົາເອກະສານຕ່າງໆຂອງພັກ-ລັດ ລົງມາເຜີຍແຜ່ໃຫ້ນ້ອງນັກຮຽນຮັບຮູ້ກ່ຽວກັບ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ຄືເຮົາໄດ້ເຫັນນໍາກັນແລ້ວວ່າ ການແກ້ໄຂບັນຫາຢາເສບຕິດ ມີຄວາມສໍາຄັນທີ່ສຸດ ຢູ່ໃນສະຖາບັນການສຶກສາ ເຊິ່ງມັນເປັນຜົນສະທ້ອນເຖິງການຮຽນ-ການສອນຂອງນັກຮຽນ, ເຮັດໃຫ້ເສຍອະນາຄົດຂອງນັກຮຽນ, ເຮັດໃຫ້ປະເທດຊາດຂອງພວກເຮົາ ຂາດຜູ້ສືບທອດ ແລະ ສັງຄົມກໍຈະວຸ້ນວາຍ.

ນອກຈາກນີ້, ທາງໂຮງຮຽນກໍໄດ້ເອົາໃຈໃສ່ສຶກສາອົບຮົມນ້ອງນັກຮຽນ ແລະ ຕັກເຕືອນ, ຕິດຕາມເປົ້າໝາຍຢ່າງລະອຽດ ຖ້າມີບຸກຄົນທີ່ສົງໃສ ແລະ ໄດ້ມີການຕັ້ງໜ່ວຍສະເພາະກິດຂອງໂຮງຮຽນຂຶ້ນ 3 ໜ່ວຍ ເພື່ອຊອກຫາບັນຫານ້ອງນັກຮຽນທີ່ຈະໄປພົວພັນສູບຢາ ຫຼື ກິນນໍ້າກະທ່ອມ ແລະ ຢາສູບໄຟຟ້າຊະນິດຕ່າງໆ.

ພ້ອມນີ້, ທາງໂຮງຮຽນກໍຍັງໄດ້ເອົາໃຈໃສ່ຕິດຕາມຜູ້ທີ່ສົງໃສ, ລັກລອບ, ເສບ ແລະ ຂາຍນໍ້າກະທ່ອມ, ຢາສູບໄຟຟ້າ ຢູ່ພາຍໃນໂຮງຮຽນ, ຜູ້ທີ່ກະທໍາຜິດ ທາງໂຮງຮຽນແມ່ນໄດ້ສຶກສາອົບຮົມ, ຕັກເຕືອນ ແລະ ແຈ້ງເຖິງເຈົ້າໜ້າທີ່ພາຍໃນເຂດຄວາມຮັບຜິດຊອບ ເພື່ອສຶກສາອົບຮົມຊ່ວຍ.

ທາງໂຮງຮຽນແມ່ນໄດ້ປະກາດເປັນ ໂຮງຮຽນປອດສິ່ງເສບຕິດ ໃນວັນທີ 11 ທັນວາ 2011 ຖືວ່າໄດ້ 5 ປີຊ້ອນ. ມາຮອດປີ 2016, ການແກ້ໄຂບັນຫາຢາເສບຕິດ ພວກເຮົາໄດ້ມີຄໍາຂວັນໃຫ້ບັນດານັກຮຽນໄດ້ຮັບຮູ້ ວ່າ: ຕິດຕາມການຮຽນ, ການເປີດລະດູກິລາ ສົ່ງເສີມໃຫ້ນ້ອງນັກຮຽນຫຼິ້ນກິລາ ເປັນປົກກະຕິ ເພື່ອຫ່າງໄກຈາກຢາເສບຕິດ, ນັກສຶກສາໄວໜຸ່ມຊາວໜຸ່ມ ມີວິໄນໃສ່ໃຈການສຶກສາ ບໍ່ສະແຫວງຫາຢາເສບຕິດ.

ທິດທາງແຜນການໃນຕໍ່ໜ້າ, ສະເພາະບັນດານ້ອງນັກຮຽນທີ່ສູບຢາ ຫຼື ນໍາໃຊ້ຢາເສບຕິດ ທີ່ນໍາມາໂຮງຮຽນ, ທາງໂຮງຮຽນຈະໄດ້ນໍາມາສຶກສາອົບຮົມ, ຕັກເຕືອນ, ຖ້າບໍ່ຟັງຄວາມ ຈະສົ່ງໃຫ້ເຈົ້າໜ້າທີ່ ແລະ ຕັດຄະແນນຄຸນສົມບັດຕາມລະບຽບຂອງໂຮງຮຽນ, ຖ້າເຮັດຜິດຫຼາຍຄັ້ງ ຄະແນນຄຸນສົມບັດບໍ່ເຫຼືອ ຈະໃຫ້ໂຈະການຮຽນ. ພ້ອມນີ້, ກໍຂໍຝາກຄວາມຫວັງມາຍັງພໍ່-ແມ່ປະຊາຊົນ ໂດຍສະເພາະ ພໍ່-ແມ່ນ້ອງນັກຮຽນ ໃຫ້ເອົາໃຈໃສ່ຊ່ວຍສຶກສາອົບຮົມນ້ອງນັກຮຽນ ເພື່ອໃຫ້ຮູ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງສິ່ງເສບຕິດຢ່າງເລິກເຊິ່ງ ແລ້ວບໍ່ໄປຫຍຸ້ງກ່ຽວກັບມັນເປັນສິ່ງທີ່ດີທີ່ສຸດ.

ນາງ ໂມລິນ ໃບສີຍະວົງ ນັກຮຽນຊັ້ນ ມໍ 6 ໃຫ້ສໍາພາດຕື່ມອີກ ວ່າ: ຢາເສບຕິດຈະມີຢູ່ 2 ປະເພດຄື ຢາເສບຕິດທີ່ຖືກກົດໝາຍ ແລະ ຢາເສບຕິດທີ່ຜິດກົດໝາຍ. ແນ່ນອນເມື່ອຄົນເຮົາໄດ້ຮັບສິ່ງເສບຕິດເຂົ້າໄປໃນຮ່າງກາຍ ກໍຈະໄປທໍາລາຍລະບົບປະສາດຕ່າງໆຂອງຮ່າງກາຍ ເຊັ່ນ: ກໍໃຫ້ເກີດປະສາດຫຼອນ, ຄວາມຈໍາເຊື່ອມ.

ນອກຈາກນັ້ນ, ຍັງຈະກໍໃຫ້ເກີດມະເຮັງຕ່າງໆຕື່ມອີກ. ໃນນາມທີ່ຕົນເອງເປັນນັກຮຽນ, ຜ່ານມາ ແມ່ນໄດ້ມີວິທີແນະນໍາ ແລະ ຕັກເຕືອນໝູ່ເພື່ອນ ໃຫ້ສຶກສາຄົ້ນຄວ້າກ່ຽວກັບສິ່ງເສບຕິດໃຫ້ຫຼາຍ ເຊິ່ງມັນມີຜົນສະທ້ອນແນວໃດຕໍ່ຕົນເອງ, ຄອບຄົວ ແລະ ສັງຄົມ, ບໍ່ຄວນທີ່ຈະໄປຫຍຸ້ງກ່ຽວກັບສິ່ງເສບຕິດທຸກຊະນິດ, ລະມັດລະວັງບໍ່ຫຼົງເຊື່ອຈາກການໂຄສະນາ, ຄໍາຊັກຊວນ, ຄວນຫຼີກລ່ຽງສະຖານທີ່ໆມີສິ່ງເສບຕິດ ແລະ ສໍາຄັນຄວນມີສະຕິລະວັງຕົວ ໃນການໃຊ້ຊີວິດໃຫ້ຫ່າງຈາກຢາເສບຕິດທຸກຊະນິດ.