ປີ 2022 ຜ່ານມາ, ອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈໍາພາກ ໄດ້ດໍາເນີນການກວດສອບເອກະສານລາຍງານການເງິນ, ຄວາມສອດຄ່ອງທາງດ້ານກົດໝາຍ ແລະ ຜົນການຈັດຕັ້ງປະຕິບັດແຕ່ລະເປົ້າໝາຍ ສໍາເລັດຜົນຕາມແຜນການທີ່ກໍານົດໄວ້. ໃນຂະນະດຽວກັນ, ແຜນການ ຈໍານວນ 108 ເປົ້າໝາຍ ປະຕິບັດໄດ້ ຈໍາ​ນວນ 101 ເປົ້າ​ໝາຍ.

+ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ ໃຫ້ຮູ້ວ່າ:

ການຈັດຕັ້ງ​ປະຕິບັດ​ການເຄື່ອນໄຫວ​ວຽກ​ງານກວດສອບແຫ່ງລັດ ໃນໄລຍະຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດ-ການເມືອງ ຢ່າງເປັນປົກກະຕິຕໍ່ເນື່ອງ ພ້ອມທັງຊີ້ນໍາໃຫ້ບັນດາຄະນະນໍາແຕ່ລະຂັ້ນ ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ບົດແນະນໍາຕ່າງໆ ຢ່າງເປັນປົກກະຕິ ດ້ວຍຫຼາຍຮູບແບບ, ຫຼາຍສີ ແລະ ຫຼາຍວິທີການ.

ຜ່ານມາ, ໄດ້ສໍາເລັດການປັບປຸງ ກົດໝາຍ ວ່າດ້ວຍ ການກວດສອບແຫ່ງລັດ ໂດຍໄດ້ຖືກຮັບຮອງ ແລະ ປະກາດໃຊ້ຕາມລັດຖະດໍາລັດ ຂອງປະທານປະເທດ ສະບັບເລກທີ 025/ປປທ, ລົງວັນທີ 10 ກຸມພາ 2023, ສໍາເລັດການສ້າງນິຕິກໍາໃຕ້ກົດໝາຍໃໝ່ ຈຳນວນ 2 ສະບັບ ຄື: ຂໍ້​ຕົກ​ລົງ​ ວ່າດ້ວຍ ລະບຽບ​ການ, ກົນ​ໄກ ແລະ ແບບແຜນ​ວິທີການ​ເຮັດ​ວຽກຂອງ​ ອົງການກວດ​ສອບ​ແຫ່ງ​ລັດ ແລະ ຂໍ້ກໍານົດ ວ່າດ້ວຍ ການຄັດເລືອກເປົ້າໝາຍກວດສອບ, ສຳເລັດການແປ ແລະ ຈັດພິມມາດຕະຖານ​ການ​ກວດ​ສອບຂອງ​ສາກົນ ຈຳນວນ 4 ສະບັບ​ ໄດ້ແກ່:

  • ມາດຕະຖານກວດສອບພາກລັດ
  • ກວດສອບເອກະສານລາຍງານການເງິນ
  • ກວດສອບຜົນການຈັດຕັ້ງປະຕິບັດ
  • ກວດສອບຄວາມສອດຄ່ອງທາງດ້ານກົດໝາຍ

ສຳເລັດການສ້າງນັກກວດສອບແຫ່ງລັດ ຂັ້ນ 1 (ຊຸດທີ 3) ຂອງອົງການກວດສອບແຫ່ງລັດ ຈຳນວນ 25 ຄົນ ແລະ ສໍາເລັດການສອບເສັງຄັດເລືອຂັ້ນນັກກວດສອບແຫ່ງລັດ ຂັ້ນ 1 (ຊຸດທີ 4) ຈໍານວນ 38 ຄົນ; ມາຮອດປັດຈຸບັນ, ມີນັກກວດສອບຂັ້ນ I ທັງໝົດຈໍານວນ 37 ຄົນ. ສຳເລັດການສົ່ງພະນັກງານໄປຍົກລະດັບວິຊາສະເພາະ ຈຳນວນ 12 ຄົນ, ໃນນັ້ນຍົກລະດັບປະລິນຍາໂທ ຢູ່ພາຍໃນປະເທດ ຈຳນວນ 5 ຄົນ ແລະ ຍົກລະດັບຢູ່ຕ່າງປະເທດ ຈຳນວນ 7 ຄົນ (ປະລິນຍາໂທ 5 ຄົນ ແລະ ປະລິນຍາເອກ 2 ຄົນ).

ທ່ານກ່າວຕື່ມວ່າ: ສຳລັບວຽກ​ງານ​ວິຊາ​ສະເພາະ ໃນໄລຍະຜ່ານມາ, ອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈໍາພາກ ໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະ ກວດສອບຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ການກວດສອບແຫ່ງລັດ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ຢ່າງເຂັ້ມງວດ ແລະ ໄດ້ຮັບຜົນສໍາເລັດເປັນຢ່າງດີ ເຊັ່ນ:

ໃນປີ 2022, ໂດຍພື້ນຖານ ໄດ້ດໍາເນີນການກວດສອບເອກະສານລາຍງານການເງິນ, ຄວາມສອດຄ່ອງທາງດ້ານກົດໝາຍ ແລະ ຜົນການຈັດຕັ້ງປະຕິບັດແຕ່ລະເປົ້າໝາຍ ສໍາເລັດຜົນຕາມແຜນການທີ່ກໍານົດໄວ້, ແຜນການ ຈໍານວນ 108 ເປົ້າໝາຍ, ປະຕິບັດໄດ້ ​ຈໍາ​ນວນ 101 ເປົ້າ​ໝາຍ.

ໃນນັ້ນ, ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ຈໍານວນ 33 ເປົ້າໝາຍ, ໂຄງການລົງທຶນຂອງລັດ 23 ເປົ້າໝາຍ, ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອ 19 ເປົ້າໝາຍ, ວິສາຫະກິດລັດ 20 ເປົ້າໝາຍ ແລະ ທະນາຄານທຸລະກິດລັດລົງທຶນ 6 ເປົ້າໝາຍ.

ໄດ້ສໍາເລັດການສ້າງບົດສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານ ປະຈໍາປີ ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ທະນາຄານ ແຫ່ງ ສປປ ລາວ, ທະນາຄານທຸລະກິດ, ບໍລິສັດລັດລົງທຶນ ແລະ ຜົນການກວດສອບໂຄງການລົງທຶນຂອງລັດ ຕໍ່ປະທານປະເທດ, ນາຍົກລັດຖະມົນຕີ, ຄະນະປະຈໍາ ສະພາແຫ່ງຊາດ, ກອງປະຊຸມ ສະພາແຫ່ງຊາດ, ຄະນະປະຈໍາ ສະພາປະຊາຊົນຂັ້ນແຂວງ ແລະ ກອງປະຊຸມ ສະພາປະຊາຊົນຂັ້ນແຂວງ.

ນອກນັ້ນ, ຍັງໄດ້ສົ່ງບົດສະຫຼຸບຜົນການກວດສອບ ໃຫ້ອົງການຄຸ້ມຄອງເປົ້າໝາຍຖືກກວດສອບ ແລະ ເປົ້າໝາຍຖືກກວດສອບ ທັນຕາມກໍານົດເວລາ, ຜົນການກວດສອບ ໄດ້ປະກອບສ່ວນເຮັດໃຫ້ ຫົວໜ່ວຍງົບປະມານ, ຫົວໜ່ວຍທຸລະກິດລັດລົງທຶນ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ສະກັດກັ້ນປະກົດການຫຍໍ້ທໍ້ທາງດ້ານການເງິນ, ງົບປະມານແຫ່ງລັດ, ປົກປ້ອງຜົນປະໂຫຍດຂອງລັດລວມໝູ່, ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ມີຄວາມເຂັ້ມແຂງ, ໂປ່ງໃສ, ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວ.

ໃນນັ້ນ, ໄດ້ສໍາເລັດການສະໜອງຂໍ້ມູນ ຕິດພັນກັບ ບົດລາຍງານຜົນການກວດສອບ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປະຈໍາປີ 2021 ໃຫ້ກະຊວງການເງິນ ເພື່ອນໍາໄປເປັນບ່ອນອີງ ໃນການແກ້ໄຂຜົນການກວດສອບ ຕາມມະຕິກອງປະຊຸມ ສະພາແຫ່ງຊາດ ສະບັບເລກທີ 76/ສພຊ, ລົງວັນທີ 29 ທັນວາ 2022.

ໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ກວດສອບຄືນ ການແກ້ໄຂຜົນການກວດສອບ ເພື່ອເຮັດໃຫ້ອົງການຄຸ້ມຄອງເປົ້າໝາຍຖືກກວດສອບ ແລະ ເປົ້າໝາຍຖືກກວດສອບ ເປັນເຈົ້າການຈັດຕັ້ງປະຕິບັດມາດຕະການແກ້ໄຂຜົນການກວດສອບ ຕາມມະຕິກອງປະຊຸມ ສະພາແຫ່ງຊາດ, ຄະນະປະຈໍາ ສະພາແຫ່ງຊາດ, ກອງປະຊຸມ ສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈໍາ ສະພາປະຊາຊົນຂັ້ນແຂວງ; ໄດ້ຈັດກອງປະຊຸມປຶກສາຫາລື, ແລກປ່ຽນ, ຖອດຖອນບົດຮຽນ ກ່ຽວກັບ ການແກ້ໄຂຜົນການກວດສອບກັບ ກະຊວງການເງິນ, 4 ແຂວງພາກໃຕ້ ແລະ 8 ແຂວງພາກເໜືອ.

ພ້ອມນັ້ນ, ໄດ້ແຕ່ງຕັ້ງ ຄະນະສະເພາະກິດ ລົງເກັບກໍາ ແລະ ໄຈ້ແຍກຂໍ້ມູນການແກ້ໄຂຜົນການກວດສອບ ຢູ່ 7 ກົມ ຂອງກະຊວງການເງິນ, ໄດ້ເອົາໃຈໃສ່ນຳພາ-ຊີ້ນຳວຽກງານຕິດຕາມກວດກາ ການຈັດຕັ້ງເຄື່ອນໄຫວວຽກງານຂອງບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ແລະ ອົງການກວດສອບປະຈຳພາກ ໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ ແລະ ນັກກວດສອບແຫ່ງລັດ ເພື່ອສະກັດກັ້ນບັນຫາຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນ.