ທິດທາງແຜນການໄລຍະທ້າຍສະໄໝ, ຄະນະພັກກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈະສືບຕໍ່ເພີ່ມທະວີນໍາພາ-ຊີ້ນໍາດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກມີຄຸນທາດການເມືອງທີ່ໜັກແໜ້ນ ຕິດພັນກັບ ການກໍ່ສ້າງພັກ-ກໍ່ສ້າງກໍາລັງໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຮັບປະກັນການກໍ່ສ້າງກໍາລັງໃຫ້ມີຄຸນນະພາບທີ່ສູງຂຶ້ນ.

ພົຈວ ນິລະວົງ ເຈືອງຕະວະລາດ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວໃນກອງປະຊຸມໄລຍະກາງສະໄໝທີ VI ຂອງອົງຄະນະພັກ ກົມໃຫຍ່ຕໍາຫຼວດ ແລະ ທິດທາງແຜນການໄລຍະທ້າຍສະໄໝ ( 2023-2025) 2 ປີເຄິ່ງ ວ່າ:

ຄະນະພັກກົມໃຫຍ່ຕໍາຫຼວດ ຈະສືບຕໍ່ເພີ່ມທະວີນໍາພາ-ຊີ້ນໍາດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກມີຄຸນທາດການເມືອງທີ່ໜັກແໜ້ນ ໂດຍການນໍາພາເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກຢ່າງຕໍ່ເນື່ອງ, ປະຕິບັດລະບອບຮ່ວມຊີວິດພັກໃຫ້ເປັນປົກກະຕິ ເພື່ອກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ, ມີຄວາມສາມັກຄີພາຍໃນພັກຢ່າງໜັກແໜ້ນ, ຈັດຕັ້ງເຊື່ອມຊຶມມະຕິ, ຄຳສັ່ງ, ເອກະສານມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ, ຂອງກຳລັງໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃຫ້ເລິກເຊິ່ງທົ່ວເຖິງກວ່າເກົ່າ.

ເຮັດແທ້ທໍາຈິງ ຮັບປະກັນໃຫ້ສະມາຊິກພັກ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນທາດການເມືອງໜັກແໜ້ນ, ເຮັດໃຫ້ວຽກງານແນວຄິດເປັນສຳຄັນສອດຫ້ອຍໄປຢູ່ທຸກຂົງເຂດວຽກງານຂອງພັກ ນັບແຕ່ຂັ້ນໜ່ວຍພັກ, ຈຸພັກ ແລະ ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃຫ້ມີຄວາມສະຫງົບ, ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ຕັ້ງໜ້າແກ້ໄຂສິ່ງຫຍໍ້ທໍ້ພາຍໃນ ໃຫ້ຫຼຸດລົງເທື່ອລະກ້າວ.

ດ້ານວຽກງານກໍ່ສ້າງພັກ-ກໍ່ສ້າງກໍາລັງ ຈະສືບຕໍ່ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິ, ຄຳສັ່ງ ແລະ ນິຕິກຳອື່ນໆກ່ຽວກັບ ຂົງເຂດວຽກງານພັກ-ພະນັກງານທີ່ຂັ້ນເທິງວາງອອກຢ່າງທົ່ວເຖິງ ແລະ ຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ຕ້ອງຖືເປັນສໍາຄັນຕໍ່ວຽກງານໂຄສະນາສຶກສາອົບຮົມ, ວຽກງານການເມືອງ-ແນວຄິດຕົ້ນຕໍໃຈກາງ ເພື່ອກໍ່ສ້າງຂະຫຍາຍພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ໄປຕາມ 5 ຫຼັກການ 3 ທິດຊີ້ນໍາ ກ່ຽວກັບວຽກງານກໍ່ສ້າງພັກ, ເອົາໃຈໃສ່ນຳພາຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນປີ 2025 ໃຫ້ສໍາເລັດ ແລະ ຮັບປະກັນຄຸນນະພາບສູງ.

ໃນນີ້, ສູ້ຊົນສ້າງໃຫ້ໄດ້ຈຳນວນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເພີ່ມຂຶ້ນກວ່າປີຜ່ານມາ, ຄົ້ນຄວ້າປັບປຸງບູລະນະກົງຈັກການຈັດຕັ້ງພັກ, ການບັນຈຸຊັບຊ້ອນໃຫ້ຖືກຕ້ອງສອດຄ່ອງກັບໜ້າທີ່ການເມືອງ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານ ແຕ່ລະໄລຍະ, ຂຶ້ນແຜນສ້າງພະນັກງານສືບທອດປ່ຽນແທນ, ຄົ້ນຄວ້າສ້າງແຜນສົ່ງພະນັກງານ ໄປຍົກລະດັບວິຊາສະເພາະດ້ານຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ.

ໃນແຕ່ລະໄລຍະ ຕ້ອງໃຫ້ມີຈຸດສຸມທີ່ເປັນບູລິມະສິດ ໃຫ້ຂະແໜງການທີ່ຈໍາເປັນກ່ອນໝູ່, ນໍາພາເປີດຊຸດຮຽນນາຍສິບ ຂະແໜງຕໍາຫຼວດຈະລາຈອນ ໃຫ້ສໍາເລັດ ແລະ ຮັບປະກັນໃຫ້ມີຄຸນນະພາບ.

ໃນໄລຍະກາງສະໄໝ VI (2023-2025) 2 ປີເຄິ່ງຜ່ານມາ, ຄະນະພັກກົມໃຫຍ່ຕໍາຫຼວດ ໄດ້ຍົກສູງທາງດ້ານຄວາມຮັບຜິດຊອບນໍາພາ-ຊີ້ນໍາ ບັນດາໜ່ວຍພັກກົມກອງ, ຫ້ອງ ອ້ອມຂ້າງ ກົມໃຫຍ່ຕໍາຫຼວດ ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກລັດ.

ນໍາພາເຊື່ອມຊຶມມູນເຊື້ອຂອງພັກ, ຂອງຊາດ, ຂອງກໍາລັງ ແລະ ມູນເຊື້ອຂອງທ່ານຜູ້ນໍາ, ບັນດາເອກະສານມະຕິ XI ຂອງສູນກາງພັກ, ຂອງກຳລັງປັອງກັນຄວາມສະຫງົບ ໄດ້ 48 ຄັ້ງ, ມີຜູ້ເຂົ້າຮ່ວມ 3.504 ເທື່ອຄົນ, ເປີດບັ້ນດໍາເນີນຊີວິດການເມືອງປະຈຳປີ, ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການຮ່ວມຊີວິດຂອງບັນດາໜ່ວຍພັກເປັນປົກກະຕິ, ປັບປຸງຄວາມເປັນແບບຢ່າງນຳໜ້າ, ຍົກສູງຄວາມຮັບຜິດຊອບ ໃນໜ້າທີ່ວຽກງານຂອງຄະນະພັກ, ສະມາຊິກພັກ ຢູ່ບັນດາກົມ, ຫ້ອງ.

ຜ່ານການຈັດຕັ້ງປະຕິບັດດັ່ງກ່າວ ເຮັດໃຫ້ສະມາຊິກພັກ ມີຄຸນທາດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ວຽກງານ, ຮັກຄວາມສາມັກຄີເປັນເອກະພາບ ພາຍໃນພັກໄດ້ຢ່າງໜັກແໜ້ນ, ສະພາບປະກົດການຫຍໍ້ທໍ້ຢູ່ພາຍໃນພັກ, ພາຍໃນກໍາລົງ ແມ່ນຫຼຸດລົງຢ່າງຈະແຈ້ງ.