ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ກະຊວງ ປກສ ສະໄໝທີ V ໃນວັນທີ 21 ມິຖຸນາ 2023, ໂດຍທ່ານເນັ້ນໃຫ້ຄະນະບໍລິຫານງານພັກກະຊວງ ແລະ ຄະນະພັກຮາກຖານອ້ອມຂ້າງກະຊວງ ປກສ ເອົາໃຈໃສ່ປະຕິບັດ 4 ໜ້າວຽກຈຸດສຸມ ເພື່ອຂັບເຄື່ອນໃຫ້ຄະນະພັກ ກະຊວງ ປກສ ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງດີຂຶ້ນກວ່າເກົ່າ.

ໃນພິທີ, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ກ່າວຍ້ອງຍໍ, ຊົມເຊີຍຕໍ່ກັບຜົນງານທີ່ບັນດາສະຫາຍຄະນະພັກ-ຄະນະບັນຊາ ກະຊວງ ປກສ ແຕ່ລະຂັ້ນຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກຕໍ່ວຽກງານຈຸດສຸມຈຳນວນໜຶ່ງ ແຕ່ນີ້ຫາໄລຍະທ້າຍສະໄໝກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືໄລຍະທ້າຍສະໄໝຂອງກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ປກສ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ, ກາຍເປັນຂະບວນການຟົດຟື້ນ ແລະ ເຂົ້າສູ່ຊີວິດການເມືອງຕົວຈິງ ໂດຍສຸມໃສ່ 4 ໜ້າວຽກຈຸດສຸມຄື:

1. ສືບຕໍ່ຖືເອົາວຽກງານການເມືອງ-ແນວຄິດ “ເປັນຄືສະໜາມຮົບໜຶ່ງ ” ໂດຍເລີ່ມຈາກຫັນປ່ຽນດ້ານທັດສະນະ, ແນວຄິດດ້ວຍການຫັນວິທີຄິດແບບ ເກົ່າໄປສູ່ການປະດິດສ້າງໃໝ່, ແຂ່ງຂັນກັນພັດທະນາຢູ່ໃນຕົວບຸກຄົນ ແລະ ໝູ່ຄະນະ, ສ້າງແນວຄິດຕໍ່ສູ້ປົກປ້ອງແນວທາງຂອງພັກ, ເປັນເຈົ້າການຕອບໂຕ້ຕໍ່ບັນດາຖ້ອຍທຳນອງບິດເບືອນ, ການໂຄສະນາທັບຖົມໂຈມຕີຂອງອິດທິກຳລັງປໍລະປັກ ໂດຍສະເພາະແມ່ນທາງສື່ສັງຄົມອອນລາຍ, ຕ້ານແນວຄິດເອື່ອຍອີງ, ແນວ ຄິດຄອງຄອຍ, ຮັກສາເດີມ, ອາດຍາສິດ ທັງໃຫ້ຮູ້ແກ້ໄຂຈຸດອ່ອນ, ຂໍ້ບົກຜ່ອງ, ຂໍ້ຄົງຄ້າງຕ່າງໆໃຫ້ທັນການ, ບັນຫາສໍາຄັນ, ຕ້ອງເຮັດວຽກງານນຳພາແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມໜັກແໜ້ນ ແລະ ມີຄວາມເຂົ້າໃຈຕໍ່ຄວາມຫຍຸ້ງຍາກຂອງປະເທດຊາດ ແລະ ພ້ອມກັນສູ້ຊົນຜ່ານຜ່າດ້ວຍການປະຕິບັດໜ້າທີ່ການເມືອງຢ່າງຕັ້ງໜ້າ.

2. ສືບຕໍ່ສຸມທຸກກຳລັງແຮງສັງລວມ ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ, ເພີ່ມທະວີການນຳພາ-ຊີ້ນຳວຽກງານສະກັດກັ້ນ, ທັບມ້າງທຸກກົນອຸບາຍ, ການເຄື່ອນໄຫວຂອງອິດທິກຳລັງປໍລະປັກ ແລະ ກຸ່ມ ຄົນບໍ່ດີ, ບັນດາໜໍ່ແໜງທີ່ຈະພາໃຫ້ເກີດມີຄວາມບໍ່ສະຫງົບ ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ທີ່ກົດໜ່ວງທ່ວງດຶງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການສ້າງບ້ານ-ກຸ່ມບ້ານພັດທະນາ ຕາມທິດ 3 ສ້າງ ຢູ່ພື້ນທີ່ຫຼ່ໍແຫຼມ, ບໍລິ ເວນຊາຍແດນ ທັງໃຫ້ຕິດພັນກັບການຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ຂັ້ນທ້ອງຖິ່ນຮາກຖານໃຫ້ແຂງແຮງ; ສຸມໃສ່ການຄຸ້ມຄອງກວດກາການນໍາໃຊ້ສື່ສັງຄົມອອນລາຍ, ຄຸ້ມຄອງຄົນເຂົ້າ-ອອກເມືອງ, ຄຸ້ມຄອງສຳມະໂນຄົວ, ວຽກງານຕ້ານການຄ້າມະນຸດ, ການຫຼຸດຜ່ອນອຸປະຕິເຫດຕາມເສັ້ນທາງສັນຈອນ, ວຽກງານຄຸມຂັງດັດສ້າງ, ການສືບສວນ-ສອບສວນ-ແກ້ໄຂຄະດີ ໃຫ້ເຂົ້າສູ່ນິຕິກຳ ແລະ ກົດໝາຍ; ໃນນີ້, ການຄຸ້ມຄອງຄົນຕ່າງດ້າວນັບທັງຊ່ຽວຊານ, ນັກທຸລະກິດ, ທ່ອງທ່ຽວ, ແຮງງານຕ້ອງຮັດກຸມ, ແກ້ໃຫ້ຕົກບັນຫາຄົນຕ່າງດ້າວທີ່ເຂົ້າມາລີ້ຊ່ອນຢູ່ພາຍໃນ, ຕັ້ງເປັນກຸ່ມແກ້ງອາດຊະຍາກໍາໃນຮູບແບບຕ່າງໆ; ວຽກງານຄຸມຂັງດັດສ້າງແມ່ນໃຫ້ສືບຕໍ່ຄົ້ນຄວ້າຍົກຍ້າຍຜູ້ຕ້ອງຫານັກໂທດຈາກຄ້າຍຄຸມຂັງແຂວງເຂົ້າໄປຄ້າຍຄຸມຂັງພາກ (ເພື່ອຫຼຸດຜ່ອນການແອອັດ), ເອົາໃຈໃສ່ຢ່າງແຂງແຮງຕໍ່ການຄຸ້ມຄອງນັກໂທດ ຕ້ອງເຂັ້ມງວດບໍ່ໃຫ້ມີກໍລະນີນັກໂທດໂຕນຄຸກ ແລະ ກໍ່ຄວາມວຸ້ນວາຍ.

3. ສຸມໃສ່ຮັບປະກັນວຽກງານພະລາທິການຕາມລະບອບ, ຕົ້ນຕໍແມ່ນຮັບປະກັນເງິນເດືອນ-ເງິນອຸດໜູນ, ເຄື່ອງນຸ່ງຫົ່ມ, ນ້ຳມັນເຊື້ອໄຟ, ຢາປົວພະຍາດ, ການຈັດຊື້-ຈັດຫາ, ການຂົນສົ່ງ ແລະ ຄຸ້ມຄອງ ການກໍ່ສ້າງພື້ນຖານໂຄງລ່າງຈຳນວນ ໜຶ່ງທີ່ເຫັນວ່າຈຳເປັນ; ພ້ອມນີ້, ກໍໃຫ້ສຸມໃສ່ການຄຸ້ມຄອງບັນ ດາສູນຜະລິດ, ຮູບການດຳເນີນທຸລະກິດໃຫ້ຫັນໄປສູ່ການກຸ້ມຕົນເອງໃນບາງດ້ານບົນພື້ນຖານປະຕິບັດຖືກຕ້ອງຕາມລະບຽບ ແລະ ກົດໝາຍ.

4. ເຊື່ອມຊຶມກຳແໜ້ນ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກຳລັງປ້ອງກັນຄວາມສະຫງົບ ບັນດາປະເທດເພື່ອນມິດຍຸດທະສາດ ແລະ ປະເທດໃກ້ຄຽງຕາມເງື່ອນໄຂ ໂດຍສະເພາະການແລກປ່ຽນບົດຮຽນ, ຝຶກອົບຮົມ ແລະ ກໍ່ສ້າງກຳລັງ; ພ້ອມນັ້ນ, ກໍໝູນໃຊ້ຢ່າງຄ່ອງແຄ້ວກົນໄກປະສານງານທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການແກ້ໄຂບັນຫາຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບ ຮ້ອຍເຂດດ່ານຕາມແນວຊາຍແດນ ຫຼື ກົນໄກຮ່ວມມືອື່ນທີ່ກ່ຽວຂ້ອງກັບການກວດພິສູດຂໍ້ມູນ, ການຕິດຕາມ ແລະ ແກ້ໄຂອາດຊະຍາກຳຂ້າມຊາດໃນຮູບແບບຕ່າງໆ.

ບັນດາໜ້າວຽກຈຸດສຸມໃນໄລຍະ ທ້າຍສະໄໝ ທີ່ກ່າວມາຂ້າງເທິງນີ້, ບັນ ດາສະຫາຍຄະນະພັກ, ຄະນະຊີ້ນໍາ-ບັນຊາແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີເປັນເອກະພາບ ແລະ ຕິດພັນແໜ້ນກັບການເຊີດຜູ້ນໍ້າໃຈຮັກ ຊາດ, ສະຕິເປັນເຈົ້າຕົນເອງ, ຕັ້ງໜ້າປັບປຸງ, ເພີ່ມທະວີບົດບາດການນຳພາຂອງພັກ ໃນທຸກຫົວໜ່ວຍການຈັດຕັ້ງໃນກຳລັງ ປ້ອງກັນຄວາມສະຫງົບ, ປັບປຸງແບບ ແຜນວິທີເຮັດວຽກ ແລະ ແບບແຜນດຳ ລົງຊີວິດໃຫ້ມີຄວາມປອດໃສ ແລະ ເຂັ້ມງວດ, ຍົກສູງນ້ຳໃຈເສຍສະຫຼະ, ເດັດ ດ່ຽວຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງ ຍາກຕ່າງໆ ເພື່ອສ້າງພື້ນຖານ ແລະ ຖ່ວງທ່າໃຫ້ແກ່ການສືບຕໍ່ພັດທະນາກຳລັງປ້ອງ ກັນຄວາມສະຫງົບ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດ ຢັ້ງ, ທີ່ສໍາຄັນບັນດາທ່ານຕ້ອງໄດ້ນຳເອົາ ບັນດາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກ ອອກຜົນ ແລະ ມີຜົນສຳເລັດໃນຕໍ່ໜ້າ.