ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບ ຮອບ 64 ປີ (18 ພຶດສະພາ 1959 ຫາ 18 ພຶດສະພາ 2023) ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງທ່ານຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ (24 ພຶດສະພາ 1960-24 ພຶດສະພາ 2023 ) ໃນວັນທີ 16 ມິຖຸນາ 2023, ປາຖະກະຖາໂດຍ ພົຈວ ສີສຸວັນ ທອງປະເສີດ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາພະນັກງານຂັ້ນນໍາພາ-ບັນຊາ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ພົຈວ ສີສຸວັນ ທອງປະເສີດ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງມູນເຊື້ອວິລະກໍາລໍ້າເລີດຂອງກອງພັນທີ 2 ວິລະຊົນ ທີ່ສາມາດຜ່າວົງປິດລ້ອມ, ກອງທັບ ແລະ ປະຊາຊົນລາວ ບັນດາເຜົ່າທີ່ມີຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ, ມີໄຫວພິບ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນໂດຍພາຍໃຕ້ການນໍາພາ-ຊີ້ນໍາອັນສະຫຼາດສ່ອງໃສຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວບັນດາວິລະກໍາໃນພາລະກິດຕໍ່ສູ້ບໍ່ຍອມຈໍານົນຕ້ານກັບຈັກກະພັດຜູ້ຮຸກຮານ ຈົນສາມາດຜ່ານວົງປິດລ້ອມຂອງສັດຕູໄດ້.

ນອກນັ້ນ, ພົຈວ ສີສຸວັນ ທອງປະເສີດ ຍັງໄດ້ຍົກໃຫ້ເຫັນເຖິງວິລະກໍາອັນລໍ້າເລີດຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ທີ່ມີໄຫວພິບປະຕິພານ, ສະຫຼາດສ່ອງໃສ ຈົນສາມາດໂຕນຄຸກໂພນເຄັງ ຢ່າງມະຫັດສະຈັນ, ເຊິ່ງເປັນເຫດການທີ່ໄດ້ພະຍາຍາມປຸກລະດົມຂົນຂວາຍສາລະວັດທະຫານກອງທັບແຫ່ງຣາຊະອານາຈັກລາວ ທີ່ເຂົ້າມາເວນຍາມຄຸກໃຫ້ເກີດມີແນວຄິດຮັກຊາດ, ຕື່ນຕົວເຂົ້າຮ່ວມການປະຕິວັດ ແລະ ເອົາຜູ້ນຳໂຕນອອກຈາກຄຸກໂພນເຄັງ ໂດຍໄດ້ມີການວາງແຜນລະອຽດ ຈຶ່ງສາມາດໂຕນອອກຈາກຄຸກໄດ້ສຳເລັດ ແລະ ເດີນທາງໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ.