ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ສະຫຼຸບບັ້ນຝືກອົບຮົມການຄຸ້ມຄອງ ແລະ ນໍາໃຊ້ລະບົບຖານຂໍ້ມູນອາຊະຍາກໍາໃນໂຄງການການສ້າງຖານຂໍ້ມູນອາຊະຍາກຳໃນທ້າຍອາທິດຜ່ານມາ, ໂດຍການເປັນປະທານຂອງ ພັອ ທາ ລຽນປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ, ມີ ພັທ ເສີດ ທຳມະວົງ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອາຊະຍາກຳທາງຄອມພິວເຕີ ກົມສືບສວນ-ສອບສວນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ, ມີຮອງພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານກົມຕໍາຫຼວດສາກົນ, ບັນດາຄູຝຶກ, ຄະນະຮັບຜິດຊອບຈາກກະຊວງປ້ອງກັນຄວາມສະຫງົບ ຕະ ຫຼອດຮອດເຈົ້າໜ້າທີ່ສືບສວນ-ສວບສວນ ປກສ 11 ເມືອງ ແລະ 10 ພະແນກຂອງຫ້ອງຕຳຫຼວດເຂົ້າຮ່ວມ.

ໃນພິທີ, ພັທ ເສີດ ທຳມະວົງ ຫົວໜ້າ ພະແນກສະກັດກັ້ນ ແລະ ຕ້ານອາຊະຍາກຳທາງຄອມພິວເຕີ ກົມສືບສວນ-ສອບສວນ ກົມໃຫຍ່ຕຳຫຼວດ ກະ ຊວງ ປກສ ໄດ້ສະຫຼຸບຕີລາຄາບັ້ນຝຶກອົບຮົມການຄຸ້ມຄອງ ແລະ ນໍາໃຊ້ລະບົບຖານຂໍ້ມູນອາຊະຍາກໍາໃນໂຄງການການສ້າງຖານຂໍ້ມູນອາຊະຍາກຳຂອງກົມໃຫ່ຍຕຳຫຼວດ ກະຊວງ ປກສ ວ່າ: ເນື້ອໃນຄວາມຮູ້ທີ່ນຳມາຝືກອົບຮົມໃຫ້ເຈົ້າໜ້າທີ່ວິຊາສະເພາະຂອງ ປກສ ແຂວງຫຼວງພະບາງ ໃນຄັ້ງນີ້, ມີ ທັງໝົດ 6 ລະບົບ ຄື: ລະບົບຄຸ້ມຄອງຕິດຕາມການດໍາເນີນຄະດີ, ລະບົບການຄຸ້ມຄອງຂໍ້ມູນອາຊະຍາກຳ, ລະບົບຄຸ້ມຄອງເປົ້າໝາຍອາຊະຍາກຳ, ລະ ບົບຄຸ້ມຄອງຂໍ້ມູນອາຊະຍາກອນ, ລະບົບຄຸ້ມຄອງພຶ້ນຖານລັບ ແລະ ເພື່ອນຮ່ວມງານ ແລະ ລະບົບຄົ້ນຫາຂໍ້ມູນອາຊະຍາກຳຜ່ານໂທລະສັບມືຖື.

ພັອ ທາ ລຽນປະດິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະຮັບຜິດຊອບທຸກຂັ້ນ ແລະ ຄູຝຶກທີ່ເອົາໃຈໃສ່ແລກປ່ຽນບົດຮຽນຢ່າງລະອຽດຕໍ່ກັບນັກຝຶກອົບຮົມ ກໍຄືບັນດາເຈົ້າໜ້າທີ່ສືບສວນ-ສອບສວນ ປກສ ແຂວງຫຼວງພະບາງ; ເຊິ່ງໃນນີ້, ທ່ານໄດ້ເນັ້ນເຖິງຜູ້ທີ່ສຳເລັດການຝືກອົບຮົມການຄຸ້ມ ຄອງ ແລະ ນຳໃຊ້ລະບົບຖານຂໍ້ມູນອາຊະຍາກຳໃນຄັ້ງນີ້ ຈົ່ງພ້ອມກັນກຳແໜ້ນວິທີການ, ລະບຽບຫຼັກການນຳໃຊ້ລະບົບຄອມພິວເຕີ, ໂປຼແກມຕ່າງໆໃນການປ້ອນຂໍ້ມູນໃຫ້ຖືກຕ້ອງສອດຄ່ອງ, ຊັດເຈນ ເພື່ອສະກັດກັ້ນຕ້ານອາຊາຍາກຳໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.