ອົງຄະນະພັກ ວິທະຍາຄານຕຳຫຼວດປະຊາຊົນ ໄດ້ວາງທິດທາງໜ້າທີ່ລວມ ໃນທ້າຍສະໄໝທີ II (2023-2025) ເພື່ອສຸມໃສ່ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ໄດ້ຮັບຜົນສຳເລັດ ຕາມທີ່ຄາດໄວ້, ແນໃສຮັບປະກັນໃຫ້ອົງການຈັດຕັ້ງພັກ ມີຄວາມເຂັ້ມແຂງ, ສະມາຊິກພັກ ມີຄວາມໜັກແໜ້ນ ເຊິ່ງໄດ້ວາງ 4 ທິດທາງໜ້າທີ່ລວມ ດັ່ງນີ້:

1. ເພີ່ມທະວີຄວາມສາມາດນໍາພາພັດທະນາ ວິທະຍາຄານຕໍາຫຼວດປະຊາຊົນ ໃຫ້ສົມຄູ່ກັບ ຖານະນາມທີ່ເປັນ ສູນກາງການສຶກສາຊັ້ນສູງ ຂອງກໍາລັງຕໍາຫຼວດປະຊາຊົນ ທີ່ມີຄຸນນະພາບ, ຄວາມຮູ້, ຄວາມສາມາດ, ແບບແຜນ, ຄຸນສົມບັດສິນທໍາປະຕິວັດ, ທາດແທ້ການເມືອງໜັກແໜ້ນ, ຈັນຍາບັນ, ຈັນຍາທຳ, ທັດສະນະແຮງງານ, ພາລະກຳລັງເຂັ້ມແຂງ, ມາລະຍາດສຸພາບຮຽບຮ້ອຍ, ດຳລົງຊີວິດຢ່າງມີວັດທະນະທຳ, ມີສະຕິຕໍ່ການຈັດຕັ້ງ, ລະບຽບວິໄນເຂັ້ມງວດ ແລະ ສາມາດເຮັດສໍາເລັດໜ້າທີ່ການເມືອງທີ່ມີກຽດຂອງຕົນ.

2. ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ສືບຕໍ່ປັບປຸງບູລະນະພາລະບົດບາດ, ໜ້າທີ່ຂອບເຂດສິດຂອງແຕ່ລະຫົວໜ່ວຍການຈັດຕັ້ງ ເພື່ອສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ການແຂ່ງຂັນເຮັດສໍາເລັດໜ້າທີ່ການຮຽນ-ການສອນ ຢູ່ສະຖາບັນແຫ່ງນີ້.

3. ເສີມຂະຫຍາຍບົດບາດປາຍແຫຼມຂອງ ວຽກງານແນວຄິດ-ທິດສະດີ, ຕັ້ງໜ້າສຶກສາອົບຮົມການເມືອງ, ນຳພາແນວຄິດຕໍ່ຖັນແຖວສະມາຊິກພັກ, ຄູ-ອາຈານ, ພະນັກງານ-ນັກຮົບ, ນັກສຶກສາ ໃຫ້ມີຄວາມຮັບຮູ້ຢ່າງເລິກເຊິ່ງ, ຖືກຕ້ອງຕາມທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ເຊື່ອມຊຶມ, ກຳແໜ້ນແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ນິຕິກຳຕ່າງໆຂອງລັດ, ຮ່ຳຮຽນມູນເຊື້ອຂອງຊາດ, ຂອງພັກ, ຂອງກຳລັງ ປກສ ເພື່ອຫຼ່ໍລ້ຽງແນວຄິດ, ອຸດົມການຂອງຖັນແຖວສະມາຊິກພັກ, ຄູ-ອາຈານ, ນາຍ-ພົນຕຳຫຼວດ ແລະ ນັກສຶກສາ.

4. ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນຂອງຊາດ, ຂອງກຳລັງ ປກສ, ຕັ້ງໜ້າອອກແຮງງານເພີ່ມພູນຜະລິດຜົນ, ຂຸດຄົ້ນທ່າແຮງ, ຄວາມສາມາດບົ່ມຊ້ອນຂອງແຕ່ລະຮາກຖານພັກ ແລະ ແຕ່ລະຫົວໜ່ວຍຄອບຄົວ, ການຈັດຕັ້ງ, ດຳເນີນການຜະລິດ, ທຸລະກິດຫາລາຍໄດ້, ຍົກສູງປະສິດທິພາບຂອງວຽກງານເພີ່ມພູນຜະລິດຜົນ, ປູກຝັງ-ລ້ຽງສັດ, ຮັບປະກັນປະຕິບັດທິດນຳທີ່ວ່າ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

+ ພັອ ປອ ແກ້ວມີໄຊ ໄຊຍະວົງ ຮອງເລຂາອົງຄະນະພັກ ຮອງຫົວໜ້າອຳນວຍການ ວິທະຍາຄານຕຳຫຼວດປະຊາຊົນ ໃຫ້ຮູ້ວ່າ:

ເພື່ອເຮັດໃຫ້ບັນດາທິດທາງໜ້າທີ່ລວມ ທີ່ອົງຄະນະພັກ ວິທະຍາຄານຕຳຫຼວດປະຊາຊົນ ວາງໄວ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ທາງອົງຄະນະພັກ ວິທະຍາຄານຕຳຫຼວດປະຊາຊົນ ກໍຍັງໄດ້ວາງມາດຕະການຈັດຕັ້ງປະຕິບັດ ຄື: ຄະນະພັກ ວຕປ ຕ້ອງເສີມຂະຫຍາຍບົດບາດເປັນຄັນທຸງ, ເປັນຫຼັກແຫຼ່ງແຫ່ງການຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ, ວຽກງານຈຸດສຸມ ສຳລັບແຕ່ນີ້ຫາປີ 2024 ດ້ວຍການຫັນເປັນແຜນການ, ແຜນງານ, ໂຄງການ, ມີກິດຈະກຳລະອຽດ ໃນແຕ່ລະໄລຍະ, ຮູ້ນຳພາ, ຊວນເຊື່ອທົ່ວສະມາຊິກພັກ, ຄູ-ອາຈານ, ພະນັກງານ-ນັກຮົບ ແລະ ນັກສຶກສາ ເຂົ້າຮ່ວມປະຕິບັດ, ມີການຊຸກຍູ້, ຕິດຕາມ, ກວດກາ, ສະຫຼຸບຖອດຖອນບົດຮຽນ ແລະ ລາຍງານໃຫ້ຂັ້ນເທິງເປັນປົກກະຕິ.

ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ອົງການຈັດຕັ້ງມະຫາຊົນ ອ້ອມຂ້າງ ຄະນະພັກ ວຕປ ຕ້ອງນຳເອົາເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການສະບັບນີ້ ໄປຈັດຕັ້ງເຜີຍແຜ່, ເຊື່ອມຊຶມ, ກຳແໜ້ນເນື້ອໃນຈິດໃຈ, ທິດທາງ, ຄາດໝາຍ, ໜ້າທີ່ຈຸດສຸມທີ່ໄດ້ຮັບຮອງ ໃນກອງປະຊຸມຄົບຄະນະກາງສະໄໝຄັ້ງນີ້ ໃຫ້ເລິກເຊິ່ງ, ທົ່ວເຖິງ ແລະ ເປັນເອກະພາບສູງ, ເຮັດໃຫ້ມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະພັກ ວຕປ ກາຍເປັນສະຕິແນວຄິດ, ເຂົ້າຮ່ວມຈັດຕັ້ງປະຕິບັດຂອງຖັນແຖວສະມາຊິກພັກ, ຄູ-ອາຈານ, ນາຍ ແລະ ພົນຕຳຫຼວດ ແລະ ນັກສຶກສາ ຢ່າງເປັນຂະບວນຟົດຟື້ນ, ປະສົບຜົນສໍາເລັດ.

ສະມາຊິກພັກ, ຄູ-ອາຈານ, ພະນັກງານ-ນັກຮົບ ແລະ ນັກສຶກສາ ຕ້ອງເປັນເຈົ້າການເຊື່ອມຊຶມ, ກຳແໜ້ນເນື້ອໃນ, ວຽກງານທີ່ໄດ້ກໍານົດໃນບົດສະຫຼຸບ ແລະ ທິດທາງແຜນການສະບັບນີ້ ຢ່າງເລິກເຊິ່ງ, ຄົບຖ້ວນ, ຮູ້ຍາດແຍ່ງການນໍາພາ ຈາກຄະນະພັກຂັ້ນເທິງຂອງຕົນ ແລະ ແຂ່ງຂັນກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.