ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງຄຳມ່ວນ ສະໄໝທີ X ໄດ້ໄຂຂຶ້ນໃນວັນທີ 20 ມິຖຸນາ 2023, ໂດຍການເຂົ້າ ຮ່ວມ ຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ຜູ້ຊີ້ນຳແຂວງຄຳມ່ວນ, ມີບັນດາແຂກຮັບເຊີນຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ມີສະຫາຍເລຂາພັກແຂວງ, ຮອງເລຂາພັກແຂວງ, ບັນດາສະ ຫາຍໃນຄະນະບໍລິຫານງານພັກແຂວງ, ຄະນະສະພາປະຊາຊົນແຂວງ, ຄະນະພັກຮາກຖານ, ອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານພັກເມືອງ ແລະ ໜ່ວຍພັກຮາກຖານອ້ອມຂ້າງແຂວງ ເຂົ້າຮ່ວມ.

ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄົບຄະນະກາງສະ ໄໝຂອງຄະນະບໍລິຫານງານພັກແຂວງຄຳມ່ວນ ສະໄໝທີ X ແມ່ນສຸດທີ່ມີຄວາມໝາຍຄວາມສຳຄັນ, ເຊິ່ງຈະໄດ້ສັງເກດຕີລາຄາບັນດາໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງຄໍາມ່ວນ, ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະກາງສະໄໝ ຕິດພັນກັບການຈັດຕັ້ງປະຕິບັດຜັນຂະຫຍາຍ, ວຽກງານສອງວາລະແຫ່ງຊາດ ແລະ ທິດທາງແຜນການຄາດໝາຍສູ້ຊົນໃນຕໍ່ໜ້າ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ພ້ອມທັງຄົ້ນຄວ້າ, ກຳນົດທິດທາງແຜນການແຕ່ນີ້ຮອດປີ 2025 ໃຫ້ມີຄວາມສອດຄ່ອງກັບສະພາບຈຸດພິເສດ, ທ່າແຮງ ແລະ ເງື່ອນໄຂຂອງແຂວງ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ ບັນລຸຜົນສຳເລັດຕາມຄາດໝາຍ; ພ້ອມດຽວກັນ, ຍັງໄດ້ຕີລາຄາຄືນຄວາມຮັບຜິດຊອບໜ້າທີ່ການເມືອງຕໍ່ການນຳພາລວມ ແລະ ບຸກຄົນໃນຄະນະພັກແຂວງ ເພື່ອເສີມຂະຫຍາຍດ້ານດີ, ປັບປຸງດ້ານອ່ອນ-ຂໍ້ຄົງຄ້າງໃຫ້ດີຂຶ້ນ, ເປັນການຍົກສູງຄວາມ ສາມາດໃນການນຳພາ, ແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ການເມືອງບັນລຸຕາມແຜນການ.

ກອງປະຊຸມ, ຍັງໄດ້ດຳເນີນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ແລະ ປະກອບຄຳເຫັນໃສ່ຮ່າງບົດສະຫຼຸບການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກ ແຂວງ, ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ທິດທາງແຜນການ, ຄາດໝາຍສູ້ຊົນໃນຕໍ່ໜ້າ, ຮັບຟັງການປະກອບ ຄຳເຫັນໃນບາງຂົງເຂດວຽກງານທີ່ສຳຄັນຂອງແຂວງ ເປັນຕົ້ນການຕີລາຄາວຽກ ງານການເມືອງ-ແນວຄິດຂອງແຂວງ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການຈັດຕັ້ງປະຕິ ບັດວຽກງານຂົງເຂດ ປກຊ-ປກສ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ແລະ ການຈັດຕັ້ງປະຕິບັດວຽກງານປະຕູດຽວ, ການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍຕິດພັນກັບການຫັນເປັນທັນສະໄໝ, ວຽກ ງານສາທາລະນະສຸກ, ມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການປ້ອງກັນພະຍາດຕາມລະດູການ, ການດຶງດູດການທ່ອງທ່ຽວພາຍໃນແຂວງ ແລະ ການສ້າງບ້ານສາມັກຄີປອງດອງ.