ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດພິທີປະກາດນະໂຍບາຍ ໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ ໃນອາທິດຜ່ານມາ, ເປັນປະທານ ໂດຍ ພັອ ຈັນໄຊ ນັນທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຫົວໜ້າຫ້ອງການເມືອງ, ມີຄະນະພັກ-ຄະນະຫ້ອງ, ແນກ, ກອງບັນຊາການ ປກສ ເມືອງ ຕະຫຼອດຮອດນາຍຕຳຫຼວດພັກການຮັບອຸດໜູນບຳນານ ເຂົ້າຮ່ວມ.

ໃນພິທີ, ພັທ ສຸກທະວີ ອິນທະລັງສີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸມັດໃຫ້ນາຍຕໍາຫຼວດພັກການຮັບນະໂຍບາຍອຸດໜູນບຳນານ ຈໍານວນ 9 ສະຫາຍ ຍິງ 1 ສະຫາຍ ຄື:

  • ພັທ ໄຊຍະລາດ ສາຄອນວິວັດ ຮອງຫົວໜ້າກອງບັນຊາການ ປກສ ເມືອງ
  • ພັທ ປາວີ ໄຊຍະແສງ ຫົວໜ້າ ປກສ ກຸ່ມບ້ານ
  • ພັທ ສີຫາ ພຸດທະແສງແກ້ວ ຫົວໜ້າພະແນກຫ້ອງການ ກອງບັນຊາການ ປກສ ເມືອງ
  • ພັທ ບຸນພັດ ລັດຕະນະ ຫົວໜ້າພະແນກ
  • ພັທ ບົວລຽນ ແກ້ວໂງ່ນຄຳ ຮອງຫົວໜ້າພະແນກ
  • ພັຕ ຄຳໝູນ ບຸດມະນີ ຮອງຫົວໜ້າໜ່ວຍງານ
  • ພັຕ ຄຳກ້ອນ ນວນມະນີ ຫົວໜ້າໜ່ວຍງານ
  • ພັຕ ນາງ ສີປະເສີດ ສັງອ່ອນມະນີ ວິຊາການ
  • ຮອ ບຸນໄທ ແທນ ຫົວໜ້າໜ່ວຍງານ

ໂອກາດດັ່ງກ່າວ, ພັອ ຈັນໄຊ ນັນທະວົງ ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະບັນຊາ ມອບເງິນກອງທຶນປະກັນສັງຄົມຂອງ ກອງບັນຊາການ ປກສ ແຂວງຄຳມ່ວນ ພ້ອມທັງກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ປະກອບສ່ວນເຫື່ອແຮງ, ສຸມທຸກສະຕິປັນຍາເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ, ບັນດາສະຫາຍທີ່ໄດ້ພັກການຮັບນະໂຍບາຍອຸດໜູນບຳນານຄັ້ງນີ້ ຈົ່ງສືບຕໍ່ເປັນທີ່ປຶກສາໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ແຂວງຄຳມ່ວນ, ອຳນາດການປົກຄອງທ້ອງຖິ່ນ ໃນຮາກຖານ ແລະ ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ແກ່ພໍ່-ແມ່ປະຊາຊົນ ໃຫ້ມີຄວາມຮັບຮູ້ເຊື່ອມຊຶມຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ.