ໃນວັນທີ 19 ເມສາ, ສານປະຊາຊົນສູງສຸດ (ສຊປສ) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ແລະ ມອບບັດສະມາຊິກພັກສົມບູນ ໃຫ້ສະມາຊິກພັກ, ເປັນປະທານໂດຍ ສະຫາຍ ສຈ ປອ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານ ສຊປສ, ມີຄະນະພັກ-ຄະນະກົມ, ເລຂາໜ່ວຍພັກ ພ້ອມດ້ວຍ ສະມາຊິກພັກສົມບູນ ເຂົ້າຮ່ວມ.

ສະຫາຍ ຂຸນສຸວັນ ສຸທຳມະວົງ ຄະນະປະຈຳພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານມະຕິຕົກລົງຂອງ ຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ວ່າດ້ວຍ ການຮັບຮອງເອົາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈໍານວນ 9 ໜ່ວຍພັກ ຄື:

  • ໜ່ວຍພັກ ກົມຄຸ້ມຄອງວິຊາການ ແລະ ສະຖິຕິສານ
  • ໜ່ວຍພັກ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ
  • ໜ່ວຍພັກ ຫ້ອງການ
  • ໜ່ວຍພັກ ຄະນະສານແພ່ງ
  • ໜ່ວຍພັກ ຄະນະແຮງງານ
  • ໜ່ວຍພັກ ຄະນະສານເດັກ
  • ໜ່ວຍພັກ ຄະນະສານປົກຄອງ
  • ໜ່ວຍພັກ ຄະນະກົມຈັດຕັ້ງ-ພະນັກງານ
  • ໜ່ວຍພັກ ກົມກວດກາ

ເຊິ່ງຜ່ານການດໍາເນີນການປະເມີນແຜນສ້າງໜ່ວຍພັກທັງ 9 ໜ່ວຍນັ້ນ ເຫັນວ່າ ບໍ່ມີສະມາຊິກພັກອ່ອນ ແລະ ເສຍທາດຂາດຄຸນ; ສ່ວນໜ່ວຍພັກທີ່ບໍ່ທັນໄດ້ຮັບນາມມະຍົດ ເປັນໜ່ວຍພັກປອດໃສ  ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ປະກອບມີ 2 ໜ່ວຍພັກ ທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດຕາມເງື່ອນໄຂ ແລະ ແຜນການ ຄື:

  • ໜ່ວຍພັກ ກົມຮ່ວມມືສາກົນ
  • ໜ່ວຍພັກ ຄະນະສານຄອບຄົວ

ໃນພິທີ ຍັງໄດ້ຜ່ານມະຕິຕົກລົງຂອງ ຄະນະບໍລິຫານງານພັກ ວ່າດ້ວຍ ການຮັບຮອງອອກບັດໃຫ້ສະມາຊິກພັກສົມບູນ ແລະ ສະເໜີລາຍຊື່ຜູ້ທີ່ໄດ້ຮັບບັດ ຈໍານວນ 30 ສະຫາຍ, ເຊິ່ງໃຫ້ກຽດມອບໂດຍ ສະຫາຍ ສຈ ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ.