ພັທ ບຸນທັນ ເທບໄກສອນ ຫົວໜ້າ ປກສ ກຸ່ມວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ກະຊວງ ປກສ ໃນວັນທີ 16 ເມສາ 2023 ວ່າ: ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2566, ກໍາລັງ ປກສ ກຸ່ມວັດຈັນ ໄດ້ສົມທົບກັບ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ໃນການປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃຫ້ນັກທ່ອງທ່ຽວ ເຫັນວ່າມີຄວາມສະຫງົບປອດໄພດີ.

ເຊິ່ງກ່ອນໜ້າຈະມີການຈັດກໍາລັງລົງປ້ອງກັນແຕ່ລະຈຸດນັ້ນ ແມ່ນໄດ້ສ້າງແຜນປ້ອງກັນເປັນອັນລະອຽດ, ເຊິ່ງພາຍໃນກຸ່ມວັດຈັນ ກໍໄດ້ກໍານົດຈຸດຫຼິ້ນມີ 2 ຈຸດ ຄື: ຈຸດຖະໜົນເສດຖາທິລາດ ແຕ່ໜ້າວັດອິນແປງ ຈົນໄປຮອດນໍ້າພຸ, ຈຸດທີ 2 ຖະໜົນແຫ່ງບຸນ ແຕ່ຕະຫຼາດວັນວານ. ນອກນັ້ນ, ຍັງມີບູ໋ດເບຍຢູ່ແຄມຂອງໜ້າວັດຈັນ ແລະ ບ່ອນຫົດສົງພຣະພຸດທະຮູບ ມີ 7 ວັດ.

ຮອດວັນທີ 14 ເມສາ ເປັນຕົ້ນມາ, ກໍາລັງ ປກສ ກຸ່ມວັດຈັນ ກໍໄດ້ລົງປະຈໍາການເຮັດໜ້າທີ່ປ້ອງກັນຄວາມສະຫງົບ ດ້ວຍຄວາມຮັບຜິດຊອບ ພາຍໃຕ້ການຊີ້ນໍາໂດຍກົງຈາກ ຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ.

ເຊິ່ງການປ້ອງກັນດັ່ງກ່າວນັ້ນ ໂດຍສະເພາະ ຢູ່ວັດອົງຕື້ມະຫາວິຫານ ແມ່ນການນໍາຂັ້ນສູງ ກໍຄື ປະທານປະເທດ ໄດ້ລົງມາເຄື່ອນໄຫວກາບໄຫວ້ໄຕ້ທູບທຽນບູຊາ.

ມາຮອດປັດຈຸບັນ, ພາຍໃນ ປກສ ກຸ່ມວັດຈັນ ຮັບຜິດຊອບສະພາບປະກົດການຫຍໍ້ທໍ້ ແລະ ເຫດຄວາມບໍ່ສະຫງົບ ແມ່ນບໍ່ມີ, ເຊິ່ງຢັ້ງຢືນເຖິງການເອົາໃຈໃສ່ປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ຮັກສາໄດ້ເຖິງຄວາມສະຫງົບປອດໄພຂອງນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຫຼິ້ນໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2566.