ສາຍການບິນແອຝຣັ່ງ (Air France) ແລະ ບໍລິສັດ ແອບັດສ໌ (Airbus) ໄດ້ຮັບການພິຈາລະນາຈາກສານປະເທດຝຣັ່ງ ວ່າບໍ່ມີຄວາມຜິດ ຈາກກໍລະນີເກີດ​ອຸບັດຕິ​ເຫດ​ເຮືອບິນ​ຕົກ​ ເມື່ອ 14 ປີ​ກ່ອນ ຢູ່​ກາງ​ມະຫາ​ສະໝຸດ​ອັດ​ລັງ​ຕິກ, ເຊິ່ງ​ເຮັດ​ໃຫ້ມີຜູ້ເສຍຊີວິດ 228 ຄົນ​.

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງປາຣີ ປະເທດຝຣັ່ງ ​ໃນ​ວັນ​ທີ 18 ​ເມສາ​ ​ວ່າ: ສານນະຄອນຫຼວງ​ປາຣີ​ ໄດ້​ມີ​ຄຳ​ຕັດສິນເມື່ອວັນທີ 17 ເມສາ ທີ່ຜ່ານມາ ຍົກຟ້ອງສາຍການບິນ Air France ສາຍການບິນແຫ່ງຊາດຂອງຝຣັ່ງ ແລະ ບໍລິສັດ Airbus ​ເຊິ່ງ​ເປັນ​ບໍລິສັດ​ຜະລິດ​ເຮືອບິນ​ແຫ່ງໃຫຍ່ຂອງເອີຣົບ ຈາກການມີຄວາມຜິດຮ່ວມກັນໃນສະຖານປ່ອຍປະລະເລີຍຈົນເຮັດໃຫ້​ຜູ້​ອື່ນ​ເສຍ​ຊີ​ວິດ​ ຈາກ​ກໍລະນີອຸບັດຕິເຫດເຮືອບິນໂດຍສານຂອງ​ຖ້ຽວ​ບິນ 447 ຂອງສາຍການບິນ Air France ເຊິ່ງໃຊ້ຍົນໂດຍສານ Airbus A330 ຕົກຢູ່ກາງມະຫາສະໝຸດອັດລັງຕິກ, ເສັ້ນທາງຈາກນະຄອນຣີໂອ ເດີ ຈາເນໂຣ ປະເທດເບຣຊິນ ໄປຫາ ນະຄອນຫຼວງປາຣີ ປະເທດຝຣັ່ງ ໃນວັນທີ 1 ເດືອນມິຖຸນາ 2009, ຈົນເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 228 ຄົນ.

ຄຳ​ຕັດສິນ​ຂອງ​ສານ​ ລະບຸ​ວ່າ: ເຖິງວ່າຄວາມໂສກເສົ້ານີ້ກ່ຽວຂ້ອງກັບບັນຫາດ້ານເຕັກນິກ, ເພາະເຊັນເຊີຫຼາຍອັນຖືກແຊ່ແຂງ ຈົນສົ່ງຜົນສະທ້ອນຕໍ່ລະບົບຄວບຄຸມໃນຫຼາຍພາກສ່ວນ ລວມທັງເຊັນເຊີຄວບຄຸມຄວາມໄວຂອງເຮືອບິນ; ແນວ​ໃດ​ກໍ​ຕາມ, ສານ​ໄດ້​ສະ​ຫຼຸບ​ວ່າ: ບໍ່​ສາ​ມາດ​ສະ​ຫຼຸບ​ຢ່າງ​ແນ່ນອນວ່າ ຄວາມຂັດຂ້ອງດ້ານເຕັກນິກມີຄວາມ​​ກ່ຽວ​ຂ້ອງ​ກັບສາເຫດຂອງເຮືອບິນຕົກ​.

ຢ່າງໃດກໍຕາມ, ຖ້າສານຕັດສິນວ່າ ມີຄວາມຜິດຢ່າງແທ້ຈິງ, Air France ແລະ Airbus ຈະຕ້ອງຖືກປັບໃໝສູງສຸດ 225.000 ເອີໂຣ.

ຂະນະທີ່ ຜູ້​ຕາງ​ໜ້າ​ຂອງຄອບຄົວຜູ້​ເສຍ​ຊີ​ວິດ ຈຳນວນ 228 ຄອບ​ຄົວ​, ແບ່ງເປັນຜູ້​ໂດຍ​ສານ​ທີ່​ມາ​ຈາກ 33 ປະ​ເທດ ຈຳນວນ 216 ຄົນ ​ແລະ ຈຸບິນ 12 ຄົນ ເຊິ່ງເປັນຊາວຝຣັ່ງທັງ​ໝົດ ສະ​ແດງ​ຄວາມ​ຜິດ​ຫວັງ​ ແລະ ​ບໍ່​ພໍ​ໃຈ​ຕໍ່​ຄຳ​ຕັດ​ສິນ​ຂອງ​ສານ. ທັງນີ້, ຫຼາຍຝ່າຍເຫັນວ່າ ຄຳຕັດສິນຂອງສານ ບໍ່ແມ່ນສິ່ງທີ່ເໜືອຄວາມຄາດໝາຍ ເພາະໄອຍະການເຄີຍກ່າວໃນລະຫວ່າງການໄຕ່ສວນທີ່ໃຊ້ເວລາຍາວນານເຖິງ 8 ອາທິດ ທ້າຍປີທີ່ຜ່ານມາ ວ່າ: “ເປັນໄປບໍ່ໄດ້ເລີຍທີ່ຈະເອົາຜິດບໍລິສັດໃຫຍ່ທັງ 2 ແຫ່ງ ທີ່ຢືນຢັນປະຕິເສດຂ້ໍກ່າວຫາທັງໝົດ”.