ອາຣັບບີ ຊາອູດິດ ແລະ ຊີຣີ ໄດ້​​ເປີດ​ສະ​ຖານ​ທູດຂອງຕົນເອງ​ຄືນ​ໃໝ່ເປັນເທື່ອທຳອິດ ໃນຮອບກວ່າປີ, ດ້ານປະເທດຕາເວັນຕົກ ແລະ ຝ່າຍຕໍ່ຕ້ານລັດຖະບານດາມັດສ໌ກັດສ໌ ຕຳນິຕິສັນນິບາດ​ອາຣັບ​ ທີ່​ຮັບ​ເອົາ ​ຊີຣີ ​ເຂົ້າ​ເປັນ​ສະມາຊິກ.

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງຣີຢັດ ປະເທດອາຣັບບີ ຊາອູດິດ ໃນວັນ​ທີ 10 ພຶດ​ສະ​ພາ​ ວ່າ: ກະ​ຊວງ​ການ​ຕ່າງ​ປະ​ເທດ​ ອາ​ຣັບ​ບີ ​ຊາ​ອຸ​ດິດ ​ໄດ້​ອອກ​ຖະ​ແຫຼງ​ການກ່ຽວກັບ ການເປີດໃຫ້ບໍລິການຂອງສະຖານທູດອາ​ຣັບ​ບີ ​ຊາ​ອຸ​ດິດ ປະຈຳແຂວງດາມັດສ໌ກັດສ໌ ນະຄອນຫຼວງ​ຂອງ​ຊີ​ຣີ ແລະ ​ມີ​ຈຸດ​ປະ​ສົງ​ສໍາ​ລັບໃຫ້ກຸ່ມ​ປະ​ເທດ​ອາ​ຣັບ​ທັງ​ໝົດ​ ດຳເນີນການເຊັ່ນດຽວກັນ.

ສ່ວນສຳນັກ​ຂ່າວສານ​ແຫ່ງ​ຊາດ​ ຊີຣີ (Sanaa) ​ໄດ້​ລາຍ​ງານ​ໃນເວລາໃກ້ຄຽງກັນ ວ່າ: ​ສະຖານທູດ​ຊີ​ຣີ ປະຈຳແຂວງຣີຢັດ ນະຄອນຫຼວງຂອງອາຣັບບີ ຊາອູດິດ ກໍກັບຄືນສູ່ການເປີດບໍລິການອີກຄັ້ງ, ຫຼັງ​ຈາກ​ການ​ລະ​ງັບ​ພາ​ລະ​ກິດ​ ເພາະເກີດສົງຄາມກາງເມືອງ ໃນເດືອນມີນາ 2011 ​ແລະ ​ເຮັດ​ໃຫ້​ຫຼາຍ​ປະ​ເທດ​ອາຣັບ ​ຢຸດຕິ​ການ​ພົວພັນ​ກັບ ​ຊີຣີ.

ການ​ເຄື່ອນ​ໄຫວ​ຂອງ​ສອງ​ປະ​ເທດ​ ໄດ້​ເກີດ​ຂຶ້ນຫຼັງ​ຈາກ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ສັນ​ນິ​ບາດ​ອາ​ຣັບ ​ມີມະຕິເມື່ອອາ​ທິດ​ທີ່​ແລ້ວນີ້ ຕໍ່ກັບການຟື້ນ​ຟູ​ການ​ເປັນ​ສະ​ມາ​ຊິກ​ຂອງ​ ຊີ​ຣີ, ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ສັນນິບາດ​ອາຣັບ ​ເຊິ່ງ​ ອາຣັບບີ ຊາ​ອຸ​ດິດ ຈະ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພຶດສະພາ​ນີ້​.

​ທ່ານ ອາເມັດ ອາບູນ ເກອິດ ເລຂາທິການ​ສັນນິບາດ​ອາຣັບ ກ່າວ​ວ່າ: ຊີ​ຣີ ​ແມ່ນ​ປະ​ເທດສະມາຊິກ​ຜູ້​ມີ​ອຳນາດ​ເຕັມຂອງ​ສັນນິບາດ​ອາຣັບ, ​ເຂົາ​ເຈົ້າ​ສາ​ມາດ​ມີ​ສິດ​ທີ່​ຈະ​ນັ່ງ​ຢູ່​ໃນ​ກອງ​ປະ​ຊຸມ, ລົງ​ຄະ​ແນນ​ສຽງ ​ແລະ ມະຕິ​ ຄື​ກັບ​ສະ​ມາ​ຊິກ​​ທຸກ​ປະ​ເທດ; ສ່ວນ ທ່ານ ບາຊາ ອັນ-ອັດຊາດ ປະທານາທິບໍດີຊີຣີ ສາມາດເດີນທາງໄປຢ້ຽມຢາມ ອາຣັບບີ ຊາອູດິດ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ທີ່ຈະມາເຖິງ ຖ້າທ່ານຕ້ອງການ.

ອີກດ້ານໜຶ່ງ, ແນວ​ໂຮມ​ແຫ່ງ​ຊາດ​ ຊີຣີ ໂດຍ​ແມ່ນ​ກຳລັງ​ປະສົມ​ຂອງ​ຝ່າຍພັນທະມິດ​ຕໍ່ຕ້ານ​ທາງ​ການ​ເມືອງ​ ຕໍ່​ລັດຖະບານຂອງປະທານາທິບໍດີ ບາຊາ ອັນ-​ອາ​ຊາ​ດ ໄດ້ອອກຖະແຫຼງການວິພາກວິຈານການຕັດສິນໃຈຂອງສັນນິບາດອາຣັບ ວ່າເປັນການປະຖິ້ມປະຊາຊົນຊີຣີ ດ້ວຍ​ການ​ສະໜັບສະໜູນ​ຂອງ​ປະຊາ​ຄົມ​ອາຣັບ; ພ້ອມນັ້ນ, ກະຊວງ​ການ​ຕ່າງປະ​ເທດ​ ອາ​ເມ​ລິ​ກາ ​ແລະ ອັງກິດ ກໍ​ວິຈານ​ມະຕິ​ຂອງ​ສັນນິບາດ​ອາຣັບ ເຊັ່ນກັນ.