ທ່ານ ຄອນສະຫວັນ ຄໍາມູນທາ ຮອງຫົວໜ້າສູນບໍລິການຜ່ານປະຕູດຽວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາ ປີ 2022 ທົ່ວເມືອງແກ່ນທ້າວ ວ່າ:

ໃນໄລຍະຜ່ານມາ, ສູນບໍລິການຜ່ານປະຕູດຽວຂອງເມືອງແກ່ນທ້າວ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕາມພາລະບົດບາດ ເປັນຕົ້ນແມ່ນ ໄດ້ບໍລິການທາງດ້ານເອກະສານໃຫ້ແກ່ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນລວມສູນຢູ່ຈຸດດຽວ, ເອົາໃຈໃສ່ປັບປຸງກົນໄກການພົວພັນລະຫວ່າງ ອົງການບໍລິຫານລັດ ກັບອົງການຈັດຕັ້ງຕ່າງໆ ແລະ ປະຊາຊົນ ສອດຄ່ອງຕາມລະບຽບຫຼັກການ, ຊຸກຍູ້ຕິດຕາມການປະກອບເອກະສານເຄື່ອນຍ້າຍສິນຄ້າ, ການເກັບລາຍຮັບຈາກຄ່າທໍານຽມ, ຄ່າບໍລິການຕ່າງໆ ເພື່ອມອບເຂົ້າງົບປະມານ ແລະ ສະຫຼຸບລາຍງານຂັ້ນເທິງເປັນປົກກະຕິ, ຕິດຕາມຄຸ້ມຄອງລາຍຮັບ-ລາຍຈ່າຍ ຈາກຄ່າແບບພິມເອກະສານຕ່າງໆ ເພື່ອບໍລິຫານຢູ່ພາຍໃນສູນບໍລິການຜ່ານປະຕູດຽວ ໃຫ້ຖືກຕ້ອງຕາມລະບຽບການ.

ໃນປີ 2022, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 1.792.000.000 ກວ່າກີບ. ໃນນີ້, ຄ່າທຳນຽມປະຕິບັດໄດ້ 137.000.000 ກວ່າກີບ, ຄ່າບໍລິການ 878.000.000 ກວ່າກີບ, ລາຍຮັບຈາກສ່ວຍສາອາກອນ (ອາກອນເຄື່ອນຍ້າຍ) 775.000.000 ກວ່າກີບ.

ສູນບໍລິການຜ່ານປະຕູດຽວ ໄດ້ບໍລິການປະກອບເອກະສານເຄື່ອນຍ້າຍສິນຄ້າອອກຕ່າງປະເທດ 300.000 ກວ່າໂຕນ, ມູນຄ່າ 39.000.000 ກວ່າໂດລາ. ໃນນີ້, ສາລີ 12.500 ໂຕນ ມູນຄ່າ 1.500.000 ໂດລາ, ໝາກເດືອຍ 2.000 ກວ່າໂຕນ ມູນຄ່າ 500.000 ກວ່າໂດລາ, ມັນແຫ້ງ 300.000 ກວ່າໂຕນ ມູນຄ່າ 35.000.000 ກວ່າໂດລາ, ຖົ່ວດິນຝັກ 200 ກວ່າໂຕນ ມູນຄ່າ 65.000 ກວ່າໂດລາ, ຖົ່ວແດງ 2.000 ກວ່າໂຕນ ມູນຄ່າ 1.000.000 ກວ່າໂດລາ, ໝາກງາ 700 ກວ່າໂຕນ ມູນຄ່າ 500.000 ກວ່າໂດລາ, ໝາກຂາມສົ້ມ 4 ໂຕນ ມູນຄ່າ 700 ກວ່າໂດລາ, ປໍສາ 30 ໂຕນ ມູນຄ່າ 7.000 ກວ່າໂດລາ, ແກ່ນສາລີ 1.000 ກວ່າໂຕນ ມູນຄ່າ 14.000 ກວ່າໂດລາ, ແກ່ນຫຍ້າ 100 ກວ່າໂຕນ ມູນຄ່າ 74.000 ກວ່າໂດລາ, ກາກມັນຕົ້ນ 200 ກວ່າໂຕນ ມູນຄ່າ 2.500 ໂດລາ ແລະ ບໍລິການອອກໃບຢັ້ງຢືນເຄື່ອນຍ້າຍສິນຄ້າພາຍໃນປະເທດ ມູນຄ່າ 8.700.000.000 ກວ່າກີບ.

ໃນນັ້ນ, ປະກອບມີຄວາຍ 70 ກວ່າໂຕ ມູນຄ່າ 250 ກວ່າລ້ານກີບ, ງົວ 2.700 ກວ່າໂຕ ມູນຄ່າ 5.500 ກວ່າລ້ານກີບ, ເຂົ້າເປືອກ 130 ກວ່າໂຕນ ມູນຄ່າ 200 ກວ່າລ້ານກີບ, ມ້າ 300 ກວ່າໂຕ ມູນຄ່າ 600 ກວ່າລ້ານກີບ, ໝູພັນ 70 ກວ່າໂຕ ມູນຄ່າ 150 ລ້ານກີບ, ໝູລາດ 600 ກວ່າໂຕ ມູນຄ່າ 300 ກວ່າລ້ານກີບ, ແບ້ 180 ໂຕ ມູນຄ່າ 90 ລ້ານກີບ, ສາລີ 1.000 ກວ່າໂຕ ມູນຄ່າ1.000 ກວ່າລ້ານກີບ, ແກະ 40 ໂຕ ມູນຄ່າ 20 ລ້ານກີບ.