ກອງປະຊຸມຄົບຄະນະບໍລິຫານງານພັກ ກາງສະໄໝທີ II ຂອງອົງຄະນະພັກ ກົມຕໍາຫຼວດຄຸມຂັງ-ດັດສ້າງ ແລະ ທິດທາງແຜນການໄລຍະທ້າຍສະໄໝ ຈັດຂຶ້ນໃນວັນທີ 11 ພຶດສະພາ 2023, ໂດຍມີ ສະຫາຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ສະຫາຍ ພົຈວ ສົມລິດ ດາວຮຸ່ງສຸລິ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ຄະນະຫ້ອງ, ຄະນະຄ້າຍ, ພະແນກ, ແຂກຮັບເຊີນ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ພັອ ພັດສະດີ ນວນອາສາ ຮອງເລຂາຄະນະພັກ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ກ່າວວ່າ:

ຕະຫຼອດໄລຍະຜ່ານມາ, ຄະນະພັກ ກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳຢ່າງຈົດຈໍ່ຕໍ່ວຽກງານແນວຄິດ ແລະ ຖືເປັນສຳຄັນຕົ້ນຕໍ່ ຄຽງຄູ່ກັບວຽກງານກໍ່ສ້າງພັກ-ກໍ່ສ້າງກໍາລັງ ໃນໄລຍະປີ 2020-2022 ສ້າງໄດ້ມະຫາຊົນທີ່ມີຄວາມກ້າວໜ້າເຂົ້າຮຽນສະໜັບສະໜູນ ຈໍານວນ 68 ສະຫາຍ ຍິງ 9 ສະຫາຍ, ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເຂົ້າຮຽນລະບຽບພັກປະຊາຊົນປະຕິວັດລາວ ຈຳນວນ 59 ສະຫາຍ ຍິງ 11 ສະຫາຍ ແລະ ສະເໜີເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນ 72 ສະຫາຍ ຍິງ 16 ສະຫາຍ, ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນ ສະມາຊິກພັກສົມບູນ 45 ສະຫາຍ ຍິງ 12 ສະຫາຍ.

ພ້ອມນີ້, ໄດ້ກໍ່ສ້າງ ແລະ ສົ່ງເສີມພະນັກງານໄປຄົ້ນຄວ້າສຶກສາ ແລະ ຮໍ່າຮຽນຕາມທຶນແບ່ງປັນຂອງ ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງປ້ອງກັນຄວາມສະຫງົບ ຈໍານວນ 88 ສະຫາຍ ຍິງ 14 ສະຫາຍ; ໃນຈຳນວນນີ້, ໄປສຶກສາຮ່ຳຮຽນແພດ ລະບົບປະລິນຍາຕີ 1 ສະຫາຍ, ຊັ້ນກາງ 2 ສະຫາຍ, ໄປຄົ້ນຄວ້າທິດສະດີການເມືອງ 3 ສະຫາຍ, ເຊື່ອມຕໍ່ປະລິນຍາຕີ 5 ສະຫາຍ, ເຊື່ອມຕໍ່ວິສະວະກຳຂໍ້ມູນຂ່າວສານ 1 ສະຫາຍ, ປະລິນຍາຕີລະບົບກໍ່ສ້າງ 24 ສະຫາຍ ຍິງ 6 ສະຫາຍ, ປະລິນຍາໂທ 2 ສະຫາຍ, ສຶກສາຮ່ຳຮຽນ ລະບົບຊັ້ນສູງ 47 ສະຫາຍ ຍິງ 8 ສະຫາຍ, ຮຽນພາສາຈີນ 2 ສະຫາຍ, ໄປສຶກສາຢູ່ ສສ ຫວຽດນາມ 1 ສະຫາຍ, ໂຮງຮຽນ ປກສ ຊັ້ນຕົ້ນຕຳຫຼວດ ແຂວງບໍລິຄຳໄຊ 252 ສະຫາຍ ຍິງ 62 ສະຫາຍ.

ທິດທາງແຜນການໄລຍະທ້າຍສະໄໝ, ຈະສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງຕຳຫຼວດຄຸມຂັງ-ດັດສ້າງ ຕິດພັນກັບຂະບວນການດໍາເນີນປົວແປງພາຍໃນພັກ ຢ່າງຕໍ່ເນື່ອງ ໂດຍສຸມໃສ່ຕໍ່ສູ້ຕ້ານແນວຄິດຄອງເດີມ, ທັດສະນະການເມືອງທີ່ຜິດເຂວ, ແບບແຜນນໍາພາທີ່ບໍ່ຖືກຕ້ອງ ກໍຄື ຄ່ານິຍົມທີ່ບໍ່ເໝາະສົມຢູ່ໃນຖັນແຖວສະມາຊິກພັກ, ປຸກລະດົມຂະບວນການຝຶກຝົນຫຼ່ໍຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ, ແກ້ໄຂສະພາບຖືເບົາການພັດທະນາຕົນເອງທາງດ້ານການເມືອງ-ແນວຄິດ.

ນອກຈາກນີ້, ໃນກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມຄໍາສັ່ງແນະນໍາ ເລກທີ 04/ຄພປກສ, ມະຕິເລກທີ 38/ຄພປກສ ຂອງຄະນະບໍລິຫານງານພັກ ກະຊວງ ປກສ ວ່າດ້ວຍ ມາດຕະຖານຂອງພະນັກງານນໍາພາ-ບັນຊາ ໃນກໍາລັງປ້ອງກັນຄວາມສະຫງົບ, ມາດຕະຖານ ແລະ ຂໍ້ຫ້າມສໍາລັບສະມາຊິກພັກ ແລະ ໄດ້ປ່ອນບັດທາບທາມຄວາມໄວ້ວາງໃຈຕໍ່ບຸກຄົນ ໃນຄະນະບໍລິຫານງານພັກ ກົມຕໍາຫຼວດຄຸມຂັງ-ດັດສ້າງ ກາງສະໄໝທີ II ຕື່ມອີກ.