ກອງບັນຊາການປ້ອງກັນທີ່ຕັ້ງ (ປຕ) ກະຊວງ ປກສ ໄດ້ປະກາດການຈັດຕັ້ງຂັ້ນຫ້ອງ, ກອງພັນ, ກອງຮ້ອຍເອກະລາດ, ສູນຝຶກ, ພະແນກ, ກອງຮ້ອຍ, ໝວດ ຂຶ້ນໃນວັນທີ 10 ພຶດສະພາ 2023, ເປັນປະທານໂດຍ ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະກອງບັນຊາການ, ຫ້ອງ, ພ້ອມດ້ວຍກອງພັນ, ກອງຮ້ອຍເອກະລາດ, ສູນຝຶກ ແລະ ນາຍຕຳຫຼວດ ເຂົ້າຮ່ວມ.

ພັອ ກ໋ອງແກ້ວ ກຸສານົນ ຫົວໜ້າຫ້ອງການເມືອງ ກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ສະບັບເລກທີ 1811/ກມປສ, ຂໍ້ຕົກລົງຂອງ ກອງບັນຊາການປ້ອງກັນທີ່ຕັ້ງ ສະບັບເລກທີ 761/ປຕ ວ່າດ້ວຍ ການແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການປ້ອງກັນທີ່ຕັ້ງ ຈຳນວນ 231 ສະຫາຍ ຍິງ 12 ສະຫາຍ; ໃນນີ້, ແຕ່ງຕັ້ງຂັ້ນຮອງຫົວໜ້າຫ້ອງ, ຮອງກອງພັນ, ຮອງກອງຮ້ອຍເອກະລາດ, ຫົວໜ້າ-ຮອງສູນຝຶກວິຊາສະເພາະ, ຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງກອງຮ້ອຍ, ຫົວໜ້າ-ຮອງໝວດ ແລະ ຫົວໜ້າ-ຮອງໝູ່.

ໃນພິທີ, ພົຈວ ໄຊສີ ແກ້ວສະຫງ່າ ໄດ້ໂອ້ລົມຕໍ່ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ວ່າ:

ການປັບປຸງ, ການແຕ່ງຕັ້ງບັນດາສະຫາຍນາຍຕໍາຫຼວດໃຫ້ມີໜ້າທີ່ຮັບຜິດຊອບໃນຄັ້ງນີ້ ແມ່ນອີງໃສ່ໜ້າທີ່ວຽກງານການເມືອງ ໃນແຕ່ລະໄລຍະ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງການຈັດຕັ້ງທີ່ມີຕໍ່ສະຫາຍ; ສະນັ້ນ, ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງເພີ່ມຄວາມຮັບຜິດຊອບໃຫ້ສູງຂຶ້ນກວ່າເກົ່າຕໍ່ໜ້າທີ່ການເມືອງ, ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານ, ມີແບບແຜນການການຊີ້ນໍາ-ນໍາພາ, ແບບແຜນໃນການເຮັດວຽກ, ຮູ້ເຕົ້າໂຮມຄວາມສາມັກຄີ, ນໍາພາອ້າຍ-ນ້ອງ ເຮັດສໍາເລັດໜ້າທີ່ວຽກງານຢ່າງມີຜົນໄດ້ຮັບສູງ.

ໃນໂອກາດດັ່ງກ່າວ, ພັອ ກ໋ອງແກ້ວ ກຸສານົນ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸມັດໃຫ້ນາຍຕຳຫຼວດພັກການ-ຮັບອຸດໜູນບຳນານ ຈຳນວນ 7 ສະຫາຍ ຄື:

  • ພັທ ວົງທອນ ເພຍແກ້ວ
  • ພັທ ບຸນທັນ ວິໄລຈິດ
  • ພັທ ທອງອຳ ອິນທະລາສີ
  • ພັທ ອ່ອນຄຳ ວົງພະຈັນ
  • ພັຕ ສົມສອນ ແສງພະຈັນ
  • ພັຕ ກອງມີ ເພັງຍະແສງ
  • ພັຕ ໄມພັນ ວິໄລພອນ