ຍີ່ປຸ່ນ ໄດ້ກັບຄືນສູ່ບັນຊີຂາວຂອງ ສ ເກົາຫຼີ ຢ່າງເປັນທາງການ ໃນການໄດ້ຮັບສິດທິພິເສດດ້ານການຄ້າ ຈາກລັດຖະບານ ສ ເກົາຫຼີ ຫຼັງຈາກຖືກປົດອອກເມື່ອ 4 ປີກ່ອນ ຍ້ອນຄວາມຂັດແຍ່ງທາງປະຫວັດສາດ.

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງໂຊ ປະເທດ ສ ເກົາຫຼີ ໃນວັນທີ 24 ເມສາ ວ່າ: ກະຊວງການຄ້າ ສ ເກົາຫຼີ ໄດ້ອອກຖະແຫຼງການ ໃນວັນທີ 24 ເມສາ ວ່າ ສ ເກົາຫຼີ ນຳເອົາ ຍີ່ປຸ່ນ ກັບຄືນສູ່ການເປັນປະເທດໃນບັນຊີຂາວ (White List) ຢ່າງເປັນທາງການ ເຊິ່ງເປັນສິດທິພິເສດສູງສຸດຈາກ ສ ເກົາຫຼີ ໃນການຄ້າສິນຄ້າທີ່ຈໍາເປັນ; ເຊິ່ງລວມມີອາວຸດຍຸດໂທປະກອນ ຫຼື ສິນຄ້າອື່ນໆທີ່ກ່ຽວຂ້ອງກັບການທະຫານ.

ຈາກກໍລະນີດັ່ງກ່າວ ຈະຊ່ວຍໃຫ້ຜູ້ປະກອບການໃນ ສ ເກົາຫຼີ ທີ່ຕ້ອງການສົ່ງອອກຜະລິດຕະພັນເຫຼົ່ານີ້ໄປ ຍີ່ປຸ່ນ ມີຄວາມສະດວກອີກຄັ້ງ, ບໍ່ວ່າຈະເປັນຂັ້ນຕອນການດໍາເນີນງານທີ່ຕ້ອງສະແດງໃຫ້ເຫັນພຽງແຕ່ເອກະສານພື້ນຖານ ແລະ ໄລຍະເວລາທີ່ຈະພິຈາລະນາຂໍ້ມູນທີ່ສັ້ນລົງ ຈະຊ່ວຍເຮັດໃຫ້ຂະບວນການອະນຸມັດໄວຂຶ້ນ.

ທັງນີ້, ສ ເກົາຫຼີ ໄດ້ເອົາ ຍີ່ປຸ່ນ ອອກຈາກບັນຊີຂາວໃນປີ 2019 ຫຼັງຈາກ ຍີ່ປຸ່ນ ປະກາດຈຳກັດການສົ່ງອອກສານເຄມີທີ່ສໍາຄັນຂອງການຜະລິດເຊມີ ຄອນດັກເຕີ (Semiconductor) ແລະ ໜ້າຈໍໂຄ້ງໃຫ້ແກ່ ສ ເກົາຫຼີ ເພື່ອຄັດຄ້ານຄຳສັ່ງຂອງສານ ສ ເກົາຫຼີ ໃນເວລານັ້ນ ທີ່ຕັດສິນໃຫ້ບາງບໍລິສັດ ຂອງຍີ່ປຸ່ນ ຊົດເຊີຍຄ່າເສຍຫາຍໃຫ້ຜູ້ເຄາະຮ້າຍຈາກການບັງຄັບໃຊ້ແຮງງານ ໃນສະໄໝສົງຄາມ.

ການເຄື່ອນໄຫວດັ່ງກ່າວ ເກີດຂຶ້ນຫຼັງຈາກທີ່ ທ່ານ ຢຸນ ຊັອກຢອນ ປະທານາທິບໍດີ ສ ເກົາຫຼີ ເດີນທາງຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ໃນເດືອນມີນາ ທີ່ຜ່ານມາ; ເຊິ່ງເປັນຄັ້ງທໍາອິດ ໃນຮອບ 12 ປີ ທີ່ປະທານາທິບໍດີ ສ ເກົາຫຼີ ຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ໂດຍຫຼັງຈາກນັ້ນ ທ່ານປະທານາທິບໍດີ ສ ເກົາຫຼີ ໄດ້ສັ່ງໃຫ້ ກະຊວງການຄ້າ ເລັ່ງດຳເນີນການກ່ຽວກັບການນຳເອົາ ຍີ່ປຸ່ນ ກັບຄືນສູ່ບັນຊີຂາວ.