ໜ້າຫຼັກ Tags ສ ເກົາຫຼີ

Tag: ສ ເກົາຫຼີ

ສ ເກົາຫຼີ ມອບຄືນສິດທິພິເສດດ້ານການຄ້າໃຫ້ ຍີ່ປຸ່ນ

ຍີ່ປຸ່ນ ໄດ້ກັບຄືນສູ່ບັນຊີຂາວຂອງ ສ ເກົາຫຼີ ຢ່າງເປັນທາງການ ໃນການໄດ້ຮັບສິດທິພິເສດດ້ານການຄ້າ ຈາກລັດຖະບານ ສ ເກົາຫຼີ ຫຼັງຈາກຖືກປົດອອກ

ຮອງນາຍົກລັດຖະມົນຕີ ຕ້ອນຮັບ ເອກອັກຄະລັດຖະທູດ ສ ເກົາຫຼີ

ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງ ຊູ

ປີນີ້ ເສດຖະກິດ ສ.ເກົາຫຼີ ໄຕມາດທຳອິດ ຕົກຕໍ່າທີ່ສຸດ ຕັ້ງແຕ່ວິກິດການເງິນໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ເມສາ ວ່າ: ເສດຖະກິດ ສ.ເກົາຫຼີ ໄຕມາດທຳອິດຂອງປີນີ້ ຕົກຕໍ່າລົງເກີນຄວາມຄາດໝາຍ ແລະ ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ວິກິດການເງິນໂລກ ເນື່ອງຈາກພາກທຸລະກິດຫຼຸດການລົງທຶນ ຂະນະທີ່ການສົ່ງອອກຫຼຸດລົງ ເພາະຂໍ້ພິພາດທາງການຄ້າ ຈີນ-ສະຫະລັດອາເມລິກາ ແລະ ຄວາມຕ້ອງການໃນຕະຫຼາດຈີນ ຊະລໍຕົວ.

ມອບອຸປະກອນການຮຽນ-ການສອນ ໃຫ້ ຄະນະອັກສອນສາດ

ອົງການ KOICA ສ.ເກົາຫຼີ ປະຈໍາ ສປປ ລາວ ໄດ້ມອບອຸປະກອນການຮຽນ-ການສອນ ໃຫ້ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ມູນຄ່າ 254.000.000 ກີບ ໃນວັນທີ 27 ກຸມພາ 2019, ຕາງໜ້າມອບໂດຍ ທ່ານ ໂອຊັອງຊູ ຫົວໜ້າອົງການ KOICA ສ.ເກົາຫຼີ ປະຈໍາ ສປປ...

ລາວ-ເກົາຫຼີ ສ້າງຄວາມເຂັ້ມແຂງໃຫ້ ວຽກງານຄວບຄຸມຢາເສບຕິດ

ວຽກງານຄວບຄຸມຢາເສບຕິດ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ແຫ່ງ ສປປ ລາວ ຮ່ວມກັບ ພະແນກຄວບຄຸມຢາເສບຕິດ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ເກົາຫຼີ ( ສ...

ເຂດຫ້າມບິນ – ຫ້າມຊ້ອມສູ້ຮົບ ໃກ້ຊາຍແດນສອງເກົາຫຼີ ມີຜົນແລ້ວ

ການກຳນົດເຂດຫ້າມບິນ ແລະ ການຫ້າມຊ້ອມສູ້ຮົບ ໃກ້ຊາຍແດນ ສປປ ເກົາຫຼີ ແລະ ສ ເກົາຫຼີ ມີຜົນແລ້ວໃນວັນທີ 1 ພະຈິກນີ້ ຕາມຂໍ້ຕົກລົງທາງທະຫານລະຫວ່າງທີ່ມີ ກອງປະຊຸມສຸດຍອດສອງເກົາຫຼີ ໃນເດືອນຜ່ານມາ. ປະທານາທິບໍດີ ມຸນ ແຈອິນ ຂອງ...

ສອງເກົາຫຼີ ກຳນົດຈັດກອງປະຊຸມສຸດຍອດຜູ້ນຳ 18-20 ກັນຍານີ້

ເຈົ້າໜ້າທີ່ລະດັບຂອງ ສ ເກົາຫຼີ ເປີດເຜີຍໃນວັນທີ 6 ກັນຍາ ທີ່ຜ່ານມາ ວ່າ: ສປປ ເກົາຫຼີ ແລະ ສ ເກົາຫຼີ ຕົກລົງທີ່ຈະເປີດກອງປະຊຸມສຸດຍອດ ລະຫວ່າງຜູ້ນຳ ໃນນະຄອນຫຼວງປຽງຢາງ ຂອງ ສປປ ເກົາຫຼີ ລະຫວ່າງວັນທີ 18-20 ກັນຍານີ້...

ສອງເກົາຫຼີ ຮ່ວມຕັ້ງ ສໍານັກງານການຮ່ວມມື

ສໍານັກຂ່າວຊິນຫົວ ລາຍງານໃນວັນທີ 17 ສິງຫານີ້ວ່າ: ຄະນະກໍາມະການສົ່ງເສີມການແລກປ່ຽນ ແລະ ການຮ່ວມມືລະຫວ່າງ ສອງເກົາຫຼີ ໄດ້ຈັດການປະຊຸມຮ່ວມກັນຂຶ້ນ ແລະ ເຫັນພ້ອມອະນຸມັດແຜນການດໍາເນີນງານຂອງ ສໍານັກງານປະສານງານຮ່ວມລະຫວ່າງ ສອງເກົາຫຼີ ຈາກ ກອງທຶນການຮ່ວມມືລະຫວ່າງ ສອງເກົາຫຼີ. ຫຼັງຈາກການປະຊຸມສຸດຍອດຄັ້ງທໍາອິດ ລະຫວ່າງ ທ່ານ ມຸນ ແຈ-ອິນ ປະທານາທິບໍດີ ສ ເກົາຫຼີ ແລະ...

ສອງເກົາຫຼີ ຈັດກອງປະຊຸມທີ ປຽງຢາງ ກັນຍານີ້

ສໍານັກຂ່າວຢອນຮັບຂອງ ສ ເກົາຫຼີ ລາຍງານໂດຍອ້າງຄໍາຖະແຫຼງຮ່ວມຂອງ ຄະນະຜູ້ແທນ 2 ເກົາຫຼີ ຫຼັງຈາກການຫາລື ໃນວັນທີ 13 ສິງຫາທີ່ຜ່ານມາວ່າ: ສປປ ເກົາຫຼີ ແລະ ສ ເກົາຫຼີ ເຫັນດີໃຫ້ມີການຈັດກອງປະຊຸມສຸດຍອດລະຫວ່າງ ທ່ານ ຄິມຈອງອຶນ ຜູ້ນໍາສູງສຸດ ສປປ ເກົາຫຼີ ກັບ ປະທານາທິບໍດີ...

UN ພ້ອມກວດສອບນິວເຄຣຍ ຫຼັງກອງປະຊຸມ ທຣຳ-ຄິມ

ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ກ່າວໃນວັນທີ 12 ມິຖຸນານີ້ວ່າ: ສະຫະປະຊາຊາດ ພ້ອມທີ່ຈະຮັບບົດບາດເປັນອົງກອນກາງທີ່ເຂົ້າດ້ານນິວເຄຣຍ ຫາກໄດ້ຮັບການຮ້ອງຂໍ ພາຍຫຼັງກອງປະຊຸມສຸດຍອດຄັ້ງປະຫວັດສາດ ລະຫວ່າງ ປະທານາທິບໍດີ ໂດໂນ ທຣຳ ແລະ ທ່ານ ຄິມ ຈອງ ອຶນ ຜູ້ນຳ ສປປ ເກົາຫຼີ...