ການກຳນົດເຂດຫ້າມບິນ ແລະ ການຫ້າມຊ້ອມສູ້ຮົບ

ການກຳນົດເຂດຫ້າມບິນ ແລະ ການຫ້າມຊ້ອມສູ້ຮົບ ໃກ້ຊາຍແດນ ສປປ ເກົາຫຼີ ແລະ ສ ເກົາຫຼີ ມີຜົນແລ້ວໃນວັນທີ 1 ພະຈິກນີ້ ຕາມຂໍ້ຕົກລົງທາງທະຫານລະຫວ່າງທີ່ມີ ກອງປະຊຸມສຸດຍອດສອງເກົາຫຼີ ໃນເດືອນຜ່ານມາ.

ປະທານາທິບໍດີ ມຸນ ແຈອິນ ຂອງ ສ ເກົາຫຼີ ຖະແຫຼງຕໍ່ສະພາແຫ່ງຊາດ ວ່າ: ສ ເກົາຫຼີ ແລະ ສປປ ເກົາຫຼີ ໄດ້ກຳຈັດອັນຕະລາຍເລື່ອງການປະທະທາງທະຫານຢ່າງສົມບູນແລ້ວ ຕາມຂໍ້ຕົກລົງທາງທະຫານ ຫຼັງຈາກນີ້ທັງສອງເກົາຫຼີ ແລະ ສະຫະລັດ ອາເມລິກາ ຈະບັນລຸເລື່ອງການເຮັດໃຫ້ແຫຼມເກົາຫຼີ ປອດອາວຸດນິວເຄຼຍ ແລະ ສ້າງສັນຕິພາບຢ່າງຢັ້ງຢືນບົນພື້ນຖານຂອງຄວາມໄວ້ວາງໃຈກັນ.

ດ້ານກະຊວງປ້ອງກັນປະເທດ ສ ເກົາຫຼີ ຖະແຫຼງວ່າ: ສປປ ເກົາຫຼີ ໄດ້ດຳເນີນການຕາມຂໍ້ຕົກລົງ ໃນເດືອນຜ່ານມາ ເຊັ່ນກັນ ເຊັ່ນ: ນຳຜ້າໄປປົກຄຸມປືນໃຫຍ່ບໍລິເວນແຄມຝັ່ງຕາເວັນຕົກທີ່ສ່ຽງເກີດການປະທະ ແລະ ທາງກະຊວງຈະກວດສອບຢ່າງລະອຽດວ່າ ສປປ ເກົາຫຼີ ໄດ້ປະຕິບັດຕາມຂໍ້ຕົກລົງເລື່ອງເຂດຫ້າມບິນ ແລະ ຫ້າມຊ້ອມສູ້ຮົບ ຫຼື ບໍ.

ຂໍ້ຕົກລົງທາງທະຫານຂອງສອງເກົາຫຼີ ລະບຸວ່າ: ຈະຢຸດການກະທຳທີ່ເປັນປໍລະປັກທັງໝົດ, ຈະຄ່ອຍໆເກັບກູ້ທຸ່ນລະເບີດ ແລະ ຮື້ດ່ານຮັກສາຄວາມປອດໄພໃນເຂດປອດທະຫານ, ກຳນົດເຂດຫ້າມບິນສຳລັບເຮືອບິນ ໂດຍຕັ້ງຕົ້ນຈາກເສັ້ນແບ່ງເຂດທາງທະຫານໄປທາງເໜືອ ແລະ ໃຕ້ 40 ກິໂລແມັດ ໃນຝັ່ງຕາເວັນອອກ ແລະ 20 ກິໂລແມັດ ໃນຝັ່ງຕາເວັນຕົກ, ຫ້າມເຮືອບິນ ແລະ ອາວຸດນຳວິຖີຈາກອາກາດສູ່ພື້ນ ຊ້ອມສູ້ຮົບດ້ວຍລູກປືນແທ້ ໃນເຂດຫ້າມບິນ ເຊິ່ງເປັນການສູ້ຮົບທີ່ ສ ເກົາຫຼີ ແລະ ສະຫະລັດ ອາເມລິກາ ເຮັດຮ່ວມກັນເປັນປະຈຳ ຈົນກະທັ້ງຢຸດໄປໃນເດືອນມິຖຸນາ ຜ່ານມາ.