ກອງບັນຊາການ ປກສ ແຂວງເຊກອງ ຈັດພິທີປະກາດນາຍຕໍາຫຼວດພັກການຮັບອຸດໜູນບໍານານ ຈໍານວນ 6 ສະຫາຍ ທີ່ຮອດກະສຽນອາຍຸບໍານານ ເພື່ອປະຕິບັດຕາມແນວທາງນະໂຍບາຍ ຂອງພັກ-ລັດທີ່ມີຕໍ່ພະນັກງານນາຍຕໍາຫຼວດ ໃນວັນທີ 30 ຕຸລາ 2018, ເຂົ້າຮ່ວມໂດຍ ພັທ ສົມສັກ ຂັດຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ມີຄະນະພັກກອງບັນຊາການ, ຄະນະຫ້ອງ, ຄະນະກອງພັນ, ຫົວ ໜ້າພະແນກນະໂຍບາຍ ພ້ອມດ້ວຍນາຍຕໍາຫຼວດທີ່ໄດ້ຮັບອຸດໜູນບໍານານເຂົ້າຮ່ວມ.

ພັທ ອາພັບ ຖິ່ນອົງແກ້ວ ຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 1597-1598-1599-1601-1602, ລົງວັນທີ 3 ສິງຫາ 2018 ວ່າດ້ວຍການອະນຸມັດໃຫ້ນາຍຕໍາຫຼວດພັກການຮັບອຸດໜູນບໍານານ, ໃນນັ້ນ ມີຈໍານວນ 6 ສະຫາຍ ຄື: ພັທ ຄໍານາ ແສງດາວົງ, ພັທ ພູວຽງ ສານມີ ໄຊ, ພັທ ບຸນເຮີ່ມ ດວງມະນີ, ພັຕ ນາວົງ ສອນມະນີ, ພັຕ ສົມມີແກ້ວ ສຸວັນ ທອນ ແລະ ພັຕ ບຸນສວນ ເຍີຍພາວົງ ທີ່ຮອດກະສຽນອາຍຸບໍານານ ແລະ ໄດ້ມອບເງິນໃຫ້ບັນດາສະຫາຍທີ່ພັກການຮັບອຸດໜູນບໍານານຈໍານວນໜຶ່ງ ເພື່ອເປັນການປະຕິບັດນະໂຍບາຍຊົມເຊີຍໃຫ້ແກ່ພະນັກງານທີ່ໄດ້ຮັບອຸດໜູນບໍານານຢ່າງສົມກຽດ.