ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຂວງບໍ່ແກ້ວ ສະໄໝທີ VI ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 13 ມິຖຸນາ 2023 ຢູ່ທີ່ສະໂມສອນແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຜູ້ຊີ້ນຳແຂວງບໍ່ແກ້ວ, ມີບັນດາສະຫາຍແຂກຮັບເຊີນ ຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຫ້ອງວ່າການສູນກາງພັກ, ມີສະຫາຍເລຂາພັກແຂວງ, ບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ອ້ອມຂ້າງແຂວງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານພັກເມືອງ 5 ເມືອງ, ຄະນະບໍລິຫານງານພັກ ສອງກອງບັນຊາການ ປກຊ-ປກສ ແຂວງ.

+ ສະຫາຍ ປອ ບົວຄົງ ນາມມະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ ໄດ້ກ່າວເປີດກອງປະຊຸມວ່າ:

ກອງປະຊຸມຄົບຄະນະກາງສະໄໝທີ VI ຂອງຄະນະບໍລິຫານງານພັກ ແຂວງບໍ່ແກ້ວ ໃນຄັ້ງນີ້ ສຸດທີ່ມີຄວາມໝາຍ ແລະ ຄວາມສໍາຄັນຢ່າງຍິ່ງ, ເຊິ່ງຈະໄດ້ລົງເລິກສັງເກດຕີລາຄາບັນດາຜົນສຳເລັດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ເວົ້າລວມ, ເວົ້າສະເພາະ ແມ່ນການນຳພາ-ຊີ້ນຳຢ່າງຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ຕະຫຼອດໄລຍະກາງສະໄໝ ແຕ່ປີ 2021-2023 ກໍຄື ໃນໄລຍະ 2 ປີເຄິ່ງທີ່ຜ່ານມາ ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງຄົ້ນຄວ້າ, ກຳນົດທິດທາງແຜນການ ແຕ່ນີ້ຮອດປີ 2025 ໃຫ້ມີຄວາມສອດຄ່ອງກັບສະພາບຈຸດພິເສດ, ທ່າແຮງ ແລະ ເງື່ອນໄຂຂອງແຂວງ ໄປຄຽງຄູ່ກັບ ການກຳນົດວິທີການ ແລະ ມາດຕະການໃນການຈັດຕັ້ງປະຕິບັດທີ່ຊັດເຈນ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ຂອງແຂວງ ບັນລຸຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍ.

ພ້ອມດຽວກັນນັ້ນ, ຍັງເປັນການກວດກາຄືນຄວາມຮັບຜິດຊອບໜ້າທີ່ການເມືອງ ຂອງຄະນະບໍລິຫານງານພັກແຂວງ ຕໍ່ອັນລວມ ແລະ ອັນສະເພາະຂອງບຸກຄົນ ເພື່ອແນໃສ່ເສີມຂະຫຍາຍດ້ານດີ ແລະ ປັບປຸງດ້ານອ່ອນ-ຂໍ້ຄົງຄ້າງໃຫ້ດີຂຶ້ນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ການເມືອງ ບັນລຸຕາມຄາດໝາຍທີ່ວາງໄວ້ ພ້ອມທັງເປັນການຍົກສູງຄວາມສາມາດນຳພາ ແລະ ລັກສະນະນໍາໜ້າຂອງຄະນະພັກໃຫ້ດີຂຶ້ນ.

ກອງປະຊຸມ ຍັງໄດ້ເຊື່ອມຊຶມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍ ການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ມາດຖານຄະນະບໍລິຫານງານພັກແຂວງ, ສິດ ແລະ ໜ້າທີ່ຂອງຄະນະບໍລິຫານງານພັກແຂວງ ແລະ ບັນດາທ່ານຜູ້ແທນກອງປະຊຸມ.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຜູ້ຊີ້ນຳແຂວງບໍ່ແກ້ວ ໄດ້ເນັ້ນໜັກໃຫ້ບັນດາຜູ້ແທນກອງປະຊຸມ ເຊີດຊູຄວາມຮັບຜິດຊອບຂອງຕົນ ເຂົ້າໃນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ຢ່າງພາວະວິໄສ ຖືກຕ້ອງຕາມຄວາມເປັນຈິງ, ຢຶດໝັ້ນຕາມຫຼັກການ, ກົດລະບຽບ ແລະ ທັດສະນະຂອງພັກ ຢ່າງຖືກຕ້ອງ.

ທີ່ສຳຄັນແມ່ນຕ້ອງຫຼີກລ່ຽງການມີທັດສະນະອະຄະຕິສ່ວນຕົວ ເພື່ອເປັນການໂຈມຕີບຸກຄົນໃດບຸກຄົນໜຶ່ງ ຫຼື ຕໍ່ການຈັດຕັ້ງໃດໜຶ່ງຕໍ່ການນຳພາລວມ ໂດຍບໍ່ມີການວິເຄາະວິໄຈໄຕ່ຕອງຖີ່ຖ້ວນທີ່ຈະພາໃຫ້ບຸກຄົນ ຫຼື ການຈັດຕັ້ງນັ້ນໆມີການເສື່ອມເສຍ, ການຕຳນິສົ່ງຂ່າວ ຕ້ອງມີລັກສະນະທີ່ສ້າງສັນຮັບປະກັນເຮັດໃຫ້ບຸກຄົນ, ຄະນະພັກດັ່ງກ່າວ ໄດ້ຮັບຮູ້ ແລ້ວນຳເອົາຄໍາຕໍານິສົ່ງຂ່າວໄປພິຈະລະນາ ເພື່ອເປັນບົດຮຽນໃນການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປັບປຸງຕົນເອງໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ.

ວາລະດໍາເນີນກອງປະຊຸມ ຍັງໄດ້ມີການປ່ອນບັດທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ສະໄໝທີ VI ພ້ອມທັງຈະໄດ້ດຳເນີນກອງປະຊຸມເປີດກວ້າງຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VI ແລະ ກອງປະຊຸມພາຍໃນຄະນະບໍລິຫານງານພັກແຂວງ ເຊິ່ງຈະດຳເນີນໄປຈົນເຖິງວັນທີ 16 ມິຖຸນາ 2023 ຈຶ່ງສຳເລັດ.