ກອງປະຊຸມພົບປະແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ລາວ - ຫວຽດນາມ

ກອງປະຊຸມພົບປະແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ລະຫວ່າງ ຄະນະຜູ້ແທນກອງບັນຊາການ ປກສ ແຂວງສະຫວັນນະເຂດ ແຫ່ງ ສປປ ລາວ ກັບຄະນະຜູ້ແທນກອງບັນຊາການ ທະຫານຊາຍແດນ ແຂວງກວາງບິ່ງ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2018, ເປັນປະທານຮ່ວມໂດຍ ພັທ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ພັທ ຈິ້ງແທງບິ່ງ ຮອງຫົວໜ້າກອງບັນຊາການຫົວໜ້າຫ້ອງເສນາ ທະຫານຊາຍແດນ ແຂວງກວາງບິ່ງ ມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ໂດຍປະຕິບັດຕາມແຜນການຜັນຂະຫຍາຍສັນຍາຮ່ວມມື ລະຫວ່າງກອງບັນຊາການ ປກສ ແຂວງສະຫວັນນະເຂດ ແຫ່ງ ສາທະລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ກັບກອງບັນຊາ ການທະຫານຊາຍແດນ ແຂວງກວາງບິ່ງ ແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ເພື່ອຮັດແໜ້ນຄວາມສາມັກຄີ, ຄວາມເຂົ້າໃຈເປັນເອກະພາບລະຫວ່າງສອງກອງບັນຊາການ.

ໃນພິທີ, ຜູ້ຄະນະແທນທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການຕ່າງໆຂອງແຂວງ ໂດຍສະເພາະສະພາບການເມືອງ, ສະພາບເສດຖະກິດ, ບັນຫາຢາເສບຕິດ, ຄ້າຂາຍເຖື່ອນອື່ນໆ ແລະ ບັນຫາຊາແດນທີ່ໄດ້ສົ່ງຜົນກະທົບຕໍ່ສອງປະເທດ ເວົ້າລວມ, ເວົ້າສະເພາະສອງແຂວງສະຫວັນນະເຂດ-ກວາງບິ່ງ ເພື່ອພ້ອມກັນຄົ້ນຄົ້ວຕີລາຄາຫາວິທີແກ້ໄຂບັນຫາກົນອຸບາຍ ແລະ ຮູບການເຄື່ອນໄຫວຂອງບັນດາອິດທິກຳລັງປໍລະປັກທີ່ມີຕໍ່ລາວ ແລະ ຫວຽດນາມ ເພື່ອຊອກຫາວິທີແກ້ໄຂຢ່າງທັນເວລາ ເປັນຕົ້ນແມ່ນກົນອຸບາຍການເຄື່ອນໄຫວຂອງບັນດາເປົ້າໝາຍນັກສືບສອດແນມ ແລະ ຜູ້ກໍ່ການຮ້າຍ, ເພີ່ມທະວີການແລກປ່ຽນບົດຮຽນ, ປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ, ຜັນຂະຫຍາຍການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ, ເພີ່ມທະວີສຶກສາອົບຮົມການຄຸ້ມຄອງພົນລະເມືອງຢູ່ລຽບຕາມຊາຍແດນໃຫ້ຕື່ນຕົວເຄົາລົບກົດ ໝາຍ ແລະ ຮີດຄອງປະເພນີຂອງແຕ່ລະປະເທດ, ປະຕິບັດການເຂົ້າ-ອອກເມືອງໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ ແນໃສ່ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ເຮັດໃຫ້ແຂວງສະຫວັນນະເຂດ-ແຂວງກວາງບິ່ງ ເປັນຊາຍແດນແຫ່ງສັນຕິພາບ -ມິດຕະພາບ ແລະ ພ້ອມກັນຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ລາວ – ຫວຽດນາມ

ໃນພິທີ, ຄະນະຜູ້ແທນທັງສອງຝ່າຍ ກໍໄດ້ຮ່ວມກັນເຊັນບົດບັນທຶກຊ່ວຍຈຳ ຄັ້ງທີ VI ປະຈຳປີ 2018, ພ້ອມທັງມອບຂອງຂວັນທີ່ລະນຶກໃຫ້ກັນແລະກັນ ເພື່ອສ້າງສາຍພົວພັນອັນເລິກເຊິ່ງລະຫວ່າງສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະກອງບັນຊາການ ປກສ ແຂວງສະຫວັນນະເຂດ ກັບກອງບັນຊາການທະຫານຊາຍແດນ ແຂວງກວາງບິ່ງ ໃຫ້ນັບມື້ເພີ່ມທະວີຄວາມສາມັກຄີ ແລະ ໜັ້ນຄົງທະນົງແກ່ນຂຶ້ນເລື້ອຍໆ.