ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະກຳມະການກວດກາສູນກາງພັກ ຄອມມູນິດ ຫວຽດນາມ

0
1529
ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ

ວັນທີ 31 ຕຸລາຜ່ານມານີ້, ພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈິ່ນເກີ້ມຕູ້ ເລຂາທິການສູນກາງພັກ ປະທານຄະນະກຳມະການກວດກາສູນກາງພັກ ກອມມູນິດ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ລາວ-ຫວຽດນາມ

ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການທີ່ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ໃນຄັ້ງນີ້ ໂດຍສະເພາະແມ່ນການພົວພັນຮ່ວມມືຮອບດ້ານ ແລະ ຄວາມສາມັກຄີແບບພິເສດລະຫວ່າງ ສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນການກໍ່ສ້າງບຸກຄະລາກອນ, ການພັດທະນາເສດຖະກິດ-ສັງຄົມ ແລະ ທາງດ້ານອື່ນໆມີຜົນສຳເລັດເປັນຢ່າງດີ.

ຝ່າຍລາວ

ຈາກນັ້ນ, ສະຫາຍ ເຈິ່ນເກີ້ມຕູ້ ໄດ້ລາຍງານສະພາບກ່ຽວກັບ ການມາຢ້ຽມຢາມເຮັດວຽກຮ່ວມກັບ ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ເປັນຕົ້ນການຈັດຕັ້ງປະຕິບັດວຽກງານຕິດຕາມ-ກວດກາພັກ, ວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເພື່ອຊອກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການປະຕິບັດວຽກງານກວດກາ ແລະ ວຽກງານຈຸດສຸມທີ່ຈະຕ້ອງໄດ້ຮ່ວມກັນປະຕິບັດ ໃຫ້ມີຜົນສຳເລັດໃນຕໍ່ໜ້າ

ສະຫາຍ ເຈິ່ນເກີ້ມຕູ້ 
ສະຫາຍ ເຈິ່ນເກີ້ມຕູ້ ຝ່າຍຫວຽດນາມ

ພ້ອມທັງເປັນການປະຕິບັດບົດບັນທຶກການຮ່ວມມືສອງອົງການກວດກາ ຂອງສອງພັກ ໄລຍະປີ 2016-2021 ທີ່ໄດ້ຮ່ວມກັນເຊັນໃນວັນທີ 24 ພຶດສະພາ 2016 ເພື່ອ ສືບຕໍ່ແລກປ່ຽນທາງດ້ານຄະນະຜູ້ແທນໃນຫຼາຍລະດັບແຕ່ສູນກາງ ລົງຮອດທ້ອງຖິ່ນ ໂດຍສະເພາະ ແມ່ນການສົ່ງເສີມບັນດາແຂວງ ທີ່ມີຊາຍແດນຕິດຈອດກັນໄດ້ໄປ-ມາຫາສູ່ແລກປ່ຽນບົດຮຽນເຊິ່ງກັນແລະກັນ

ບັນດາຄະນະຈາກຝ່າຍຫວຽດນາມ

ພ້ອມທັງການຊ່ວຍເຫຼືອກໍ່ສ້າງພະນັກງານຂອງລາວກ່ຽວກັບ ວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທັງໄລຍະສັ້ນ ແລະ ຍາວ ໃນປີ 2019 ໃຫ້ມີຄວາມລະອຽດ, ໂປ່ງໃສ ແລະ ມີປະສິດທິພາບ.

ບັນດາຄະນະຈາກຝ່າຍລາວ