ທ່ານ ພູທະນຸເພັດ ໄຊສົມບັດ ເລຂາຄະນະພັກຮາກຖານ ຫົວໜ້າກົມສວຍສາອາກອນ

ໄລຍະ 10 ເດືອນ ໃນປີ 2018, ກົມສວຍສາອາກອນ ກະຊວງການເງິນ ສາມາດຈັດເກັບລາຍຮັບຈາກອາກອນ ໃນຂອບເຂດທົ່ວປະເທດ ໄດ້ທັງໝົດ 8.158,54 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 70,33%.

ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນໂຈມ ອຸບົນປະເສີດ

ກອງປະຊຸມສະຫຼຸບຕີລາຄາການຊີ້ນໍາ-ນໍາພາ ຄະນະພັກຮາກຖານ ກົມສວຍສາອາກອນ ງວດ 3 ປີ 2018 ແລະ ທິດທາງແຜນການ ງວດ 4 ໄດ້ໄຂຂຶ້ນໃນວັນທີ 30 ຕຸລາຜ່ານມາ ໂດຍການເປັນປະທານຂອງ ທ່ານ ພູທະນຸເພັດ ໄຊສົມບັດ ເລຂາຄະນະພັກຮາກຖານ ຫົວໜ້າກົມສວຍສາອາກອນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ.

ໃນພິທີ, ທ່ານ ກົງຄໍາ ສິດທິວໍລະດາ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກົມສວຍສາອາກອນ ໃຫ້ຮູ້ວ່າ:

   

ຄະນະພັກຮາກຖານກົມ ໄດ້ນໍາພາສະມາຊິກຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ III ສະແດງອອກໃນ 10 ເດືອນ ປີ 2018, ສາມາດຈັດເກັບລາຍຮັບຈາກອາກອນ ໄດ້ທັງໝົດ 8.158,54 ຕື້ກີບ ທຽບໃສ່ແຜນການປີ ປະຕິບັດໄດ້ 70,33%.

ທ່ານ ກົງຄໍາ ສິດທິວໍລະດາ
ກົມສວຍສາອາກອນ ກະຊວງການເງິນ

 ໃນນີ້, ກົມສວຍສາອາກອນ ປະຕິບັດໄດ້ 4.735,16 ຕື້ກີບ, ທຽບໃສ່ແຜນປີປະຕິບັດໄດ້ 68,65% ແລະ ທ້ອງຖິ່ນ ສາມາດປະຕິບັດໄດ້ 3.423,38 ຕື້ກີບ, ທຽບໃສ່ແຜນການປີ ປະຕິບັດໄດ້ 72,79%; ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຊີ້ນໍາວຽກງານຫັນເປັນທັນສະໄໝຕາມ 6 ແຜນງານສະແດງອອກ ຄື: ຝຶກອົບຮົມການນໍາໃຊ້ລະບົບ Tax RIS ໃຫ້ແກ່ພະນັກງານຂະແໜງສວຍສາອາກອນ ໄດ້ 3 ຊຸດມີ 90 ຄົນ, ຕິດຕັ້ງລະບົບ TMIS ໃຫ້ແກ່ບັນດາແຂວງ ໃນຂອບເຂດທົ່ວປະເທດ, ຫັນການເປັນທັນສະໄໝໃນການເກັບພາສີທີ່ດິນ ໂດຍສໍາເລັດການພັດທະນາລະບົບເກັບພາສີທີ່ດິນ ຜ່ານທະນາຄານ ລວມທັງການໂອນຂໍ້ມູນທີ່ດິນເຂົ້າຖານຂໍ້ມູນ ແລະ ສໍາເລັດການຮ່າງຄໍາແນະນໍາເພີ່ມເຕີມກ່ຽວກັບ ການເກັບພາສີທີ່ດິນ ຜ່ານລະບົບທະນາຄານ ເຊິ່ງຈະໄດ້ທົດລອງນໍາໃຊ້ລະບົບດັ່ງກ່າວ ໃນເດືອນພະຈິກນີ້.

ກອງປະຊຸມສະຫຼຸບຕີລາຄາການຊີ້ນໍາ-ນໍາພາ
ຄະນະພັກຮາກຖານ ກົມສວຍສາອາກອນ ງວດ 3 ປີ 2018

ໃນປີ 2019, ກົມສວຍສາອາກອນ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ ຈໍານວນ 12.340 ຕື້ກີບ. ສະນັ້ນ, ເພື່ອເຮັດສໍາເລັດໜ້າທີ່ຈະຕ້ອງເລັ່ງດ່ວນໃນການປັບປຸງວຽກງານໃນຫຼາຍດ້ານ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນພັດທະນາ ຂະແໜງສວຍສາອາກອນ ແຕ່ປີ 2018-2020 ທີ່ຖືກຮັບຮອງແລ້ວ ໂດຍສ້າງເປັນແຜນງານ, ແຜນຈຸດສຸມລະອຽດ, ດໍາເນີນການຈັດຕັ້ງບັນດາຄໍາສັ່ງ ເພື່ອເກັບກໍາ ແລະ ສໍາຫຼວດຖານລາຍຮັບງົບປະມານຄືນໃໝ່ ໃນຂອບເຂດທົ່ວປະເທດຢ່າງເຂັ້ມງວດ ແລະ ສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງ ຂຶ້ນແຜນເກັບລາຍຮັບອາກອນປະເພດຕ່າງໆ ໃຫ້ຄົບຖ້ວນ ແລະ ຖືກຕ້ອງ.