ໃນຕອນເຊົ້າວັນທີ 31 ຕຸລາ 2018, ຂະບວນຄາລະວານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຫວນຄືນສູ່ເມືອງວຽງໄຊ ເຂດທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ ( 30 ພະຈິກ 1968 – 30 ພະຈິກ 2018 ) ເພື່ອເປັນຂວັນກໍາລັງໃຈກ່ອນຈະອອກເດີນທາງ, ນຳພາໂດຍ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມຄະນະ ໄດ້ນໍາກະຕ່າດອກໄມ້ເຂົ້າວາງຢູ່ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ.

ທ່ານ ອາລຸນໄຊ ສູນນະລາດ ໃຫ້ສໍາພາດວ່າ: 

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ

ການວາງກະຕ່າດອກໄມ້ຄັ້ງນີ້ ກໍເພື່ອເປັນການລະນຶກເຖິງຄຸນງາມຄວາມດີ ຂອງບັນດານັກຮົບປະຕິວັດປະຊາຊົນລາວບັນດາເຜົ່າ ຜູ້ເສຍສະຫຼະເລືອດເນື້ອ, ເຫື່ອແຮງ ແລະ ຊີວິດໃນການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ເພື່ອຜົນປະໂຫຍດຂອງລູກ-ຫຼານ ຮຸ່ນຫຼັງ; ໂດຍສະເພາະແມ່ນ ປະທານ ໄກສອນ ພົມວິຫານ ພ້ອມບັນດາການນໍາໄດ້ເອົາໃຈໃສ່ປຸກລະດົມປະຊາຊົນລາວ ພາຍໃຕ້ຄັນທຸງຂອງພັກປະຊາຊົນປະຕິວັດລາວ ຕໍ່ສູ້ຈົນສາມາດເອົາຊະນະສັດຕູ, ຈົນໄດ້ຮັບໄຊຊະນະຄັ້ງຍິງໃຫຍ່ ແລະ ສະຖາປະນາເປັນ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ.

ນຳພາໂດຍ ທ່ານ ອາລຸນໄຊ ສູນນະລາດ

ທ່ານກ່າວຕໍ່ອີກວ່າ: ພວກເຮົາເປັນຊາວໜຸ່ມຮຸ່ນສືບທອດ ຈະສືບຕໍ່ປະຕິບັດແນວຄິດ ແລະ ອຸດົມການຂອງ ປະທານ ໄກສອນ ພົມວິຫານ ໃນການຊີ້ນໍາ-ນໍາພາສະມາຊິກຊາວໜຸ່ມໃຫ້ນັບມື້ໜັກແໜ້ນເຂັ້ມແຂງ, ມີຫົວຄິດປະດິດສ້າງ, ມີຄວາມຮູ້-ຄວາມສາມາດນໍາພາຊາວໜຸ່ມລາວກ້າວຂຶ້ນໃຫ້ທັນກັບຍຸກສະໄໝໃໝ່ ໃຫ້ສົມກັບຂະໜານນາມວ່າ “ ຊາວໜຸ່ມ ຈົ່ງກາຍເປັນນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊ ແຫ່ງຍຸກສະໄໝ ”.