ສະຖານະການໄຟໄໝ້ປ່າ ໃນລັດອັນແບກຕາ ຂອງການາດາ ຍັງມີຄວາມຮຸນແຮງ, ເຈົ້າໜ້າທີ່ ຍັງບໍ່ສາມາດຄວບຄຸມໄຟປ່າໄດ້ ເພາະມີໄຟໄໝ້ຫຼາຍ 100 ກວ່າຈຸດ, ປະຊາຊົນ 30.000 ກວ່າຄົນ ຕ້ອງອົບພະຍົກໄປຢູ່ບ່ອນປອດໄພ.

ສຳນັກຂ່າວຕ່າງປະເທດ ລາຍງານຈາກເມືອງມົງເທຣອານ ປະເທດການາດາ ໃນວັນທີ 8 ພຶດສະພາ ວ່າ: ສຳນັກງານປ່າໄມ້ແຫ່ງລັດອັນແບກຕາ ທາງພາກຕາເວັນຕົກຂອງການາດາ ລາຍງານຄວາມຄືບໜ້າຂອງການຄວບຄຸມໄຟປ່າທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ມາຕັ້ງແຕ່ອາທິດແລ້ວນີ້ ແລະ ໃນປັດຈຸບັນ ມີຫຼາຍກວ່າ 100 ຈຸດ ທີ່ການຄວບຄຸມສະຖານະການໂດຍລວມຍັງມີຄວາມຫຍຸ້ງຍາກ, ເຖິງວ່າຈະມີຝົນຕົກໃນບາງໄລຍະ ແຕ່ສະພາບອາກາດໂດຍລວມຍັງຮ້ອນຫຼາຍ.

ໃນຂະນະທີ່ ການປົກຄອງລັດອັນແບກຕາ ໄດ້ຂະຫຍາຍຂອບເຂດຈໍາກັດການຍົກຍ້າຍປະຊາຊົນ ເພີ່ມເປັນປະມານ 30.000 ຄົນ ຈາກ 25.000 ຄົນ ໃນທ້າຍອາທິດທີ່ຜ່ານມາ; ທ່ານ ດານຽນສະມິດ ຫົວໜ້າຝ່າຍບໍລິຫານລັດອັນແບກຕາ ໄດ້ປະກາດພາວະສຸກເສີນຈາກສະຖານະການໄຟໄໝ້ປ່າ ຕັ້ງແຕ່ວັນທີ 6 ພຶດສະພາ ທີ່ຜ່ານມາ, ທ່ານກ່າວວ່າ: “ຄວາມຮຸນແຮງຂອງໄຟປ່ານີ້ ແມ່ນຢູ່ໃນລະດັບທີ່ບໍ່ເຄີຍມີມາກ່ອນ ແລະ ຍັງມີຄວາມຫຍຸ້ງຍາກ ໃນການ ປະເມີນຄວາມເສຍຫາຍ ໃນປັດຈຸບັນ”.

ລັດອັນແບກຕາ ປະເທດການາດາ ເປັນໜຶ່ງໃນຂົງເຂດຜະລິດນ້ຳມັນທີ່ໃຫຍ່ທີ່ສຸດຂອງໂລກ, ໄຟໄໝ້ປ່າຄັ້ງຫຼ້າສຸດຂອງການາດາ ໃນປີ 2016 ໄດ້ເຮັດໃຫ້ມີການອົບພະຍົກຫຼາຍກວ່າ 100.000 ຄົນ ແລະ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດຂອງການາດາ ເນື່ອງຈາກວ່າການຜະລິດນ້ໍາມັນໄດ້ຮັບຄວາມເສຍຫາຍຢ່າງໜັກ. ນອກຈາກນັ້ນ, ໃນປີ 2021, ລັດບຣິດຕຣິດສ໌ ໂຄລົມເບຍ ຕັ້ງຢູ່ພາກຕາເວັນຕົກສຸດຂອງການາດາ ກໍປະເຊີນກັບສະພາບອາກາດຮ້ອນທີ່ສຸດໃນປະຫວັດສາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 500 ຄົນ ແລະ ຍັງມີໄຟໄໝ້ປ່າອີກ.