ການປະເມີນໂດຍ ບໍລິສັດ ຄົ້ນຄວ້າອາເມລິກາ ຊີ້ໃຫ້ເຫັນວ່າ: ສະພາບຕະຫຼາດເຂົ້າຂອງໂລກ ໃນປີນີ້ ມີທ່າອ່ຽງທີ່ຈະຂາດເຂີນເຂົ້າຄັ້ງໃຫຍ່ທີ່ສຸດ ໃນຮອບ 20 ປີ ຍ້ອນການສະໜອງຫຼຸດລົງ.
ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມລິກາ ໃນວັນທີ 23 ເມສາ ວ່າ: ບໍລິສັດ Fitch Solutions ຂອງອາເມລິກາ ໄດ້ນຳສະເໜີບົດລາຍງານການວິເຄາະສະຖານະການ ແລະ ທ່າອ່ຽງການຜະລິດເຂົ້າຂອງໂລກ ວ່າປີນີ້ຈະເປັນປີທີ່ຕະຫຼາດເຂົ້າໂລກ ມີທ່າອ່ຽງຈະປະສົບກັບບັນຫາຂາດເຂີນທີ່ຮ້າຍແຮງທີ່ສຸດ ໃນຮອບ 20 ປີ ແລະ ລາຄາເຂົ້າຈະຍັງຄົງຢູ່ໃນລະດັບທີ່ແພງ ໄປຈົນຮອດປີ 2024; ເຊິ່ງຈະສົ່ງຜົນກະທົບຕໍ່ປະເທດທີ່ຕ້ອງການນໍາເຂົ້າເຂົ້າຈໍານວນຫຼວງຫຼາຍ ໃນປີນີ້ ເຊັ່ນ: ຟີລິບປິນ, ອິນໂດເນເຊຍ, ມາເລເຊຍ ແລະ ອາຟຣິກາ.
ລາຄາເຂົ້າໂລກສະເລ່ຍ ນັບແຕ່ຕົ້ນປີນີ້ ມາຮອດວັນທີ Fitch Solutions ຈັດພິມບົດລາຍງານ ໃນວັນທີ 4 ເມສາ ແມ່ນຢູ່ທີ່ 17,30 ໂດລາສະຫະລັດ ຕໍ່ 1 cwt (1 cwt ເທົ່າກັບ 0,0453 ໂຕນ) ແລະ ປະລິມານການຂາດດຸນ ລະຫວ່າງປີ 2022 ຫາ 2023 ຈະຢູ່ປະມານ 8,7 ລ້ານໂຕນ ອີງຕາມການວິເຄາະຂອງ Fitch Solutions, ເຊິ່ງຈະເປັນສະຖິຕິສູງທີ່ສຸດ ນັບຕັ້ງແຕ່ມີການຂາດເຂີນເຂົ້າໃນທົ່ວໂລກ ຈຳນວນ 18,6 ລ້ານໂຕນ ໃນລະຫວ່າງປີ 2003 ຫາ 2004.

ສຳລັບປັດໄຈສຳຄັນທີ່ສົ່ງຜົນໃຫ້ໂລກ ປະສົບກັບການຂາດເຂີນເຂົ້າໃນຄັ້ງນີ້ ມີຫຼາຍຢ່າງ ລວມທັງສົງຄາມລະຫວ່າງ ຣັດເຊຍ ແລະ ອູແກຣນ ທີ່ແກ່ຍາວມາດົນກວ່າ 1 ປີ ແລະ ສະພາບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ, ສິ່ງດັ່ງກ່າວສົ່ງຜົນກະທົບຕໍ່ການປູກເຂົ້າ ໃນບັນດາປະເທດຜູ້ຜະລິດຕົ້ນຕໍ ໂດຍສະເພາະເຂດປູກເຂົ້າຂອງຈີນ ໄດ້ປະສົບກັບໄພນ້ຳຖ້ວມທີ່ຮ້າຍແຮງທີ່ສຸດໃນຮອບຫຼາຍ 10 ປີ ເມື່ອ 6 ເດືອນທ້າຍປີທີ່ຜ່ານມາ.
ອີງຕາມຂໍ້ມູນເພີ່ມເຕີມຂອງ ກະຊວງກະສິກຳ ອາເມລິກາ ໃຫ້ຮູ້ວ່າ: ປາກິດສະຖານ ທີ່ກວມເອົາສ່ວນແບ່ງຕະຫຼາດເຂົ້າໂລກ ຈຳນວນ 7,6% ມີຜົນຜະລິດຂອງປີຜ່ານມາ ຫຼຸດລົງ 31% ເມື່ອທຽບແບບປີຕໍ່ປີ. ນອກຈາກນີ້, ຍັງມີງານວິໄຈຕື່ມວ່າ: ເຂົ້າ ເປັນພືດທີ່ຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ ຈາກປະກົດການ El Niño ທີ່ຄາດວ່າຈະເກີດຂຶ້ນໃນໄລຍະ 6 ເດືອນທ້າຍປີນີ້.