ປີ 2022 ຜ່ານມາ, ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ມີຄວາມເອົາໃຈໃສ່ຍົກລະດັບທາງດ້ານວຽກງານວິຊາສະເພາະ ໃຫ້ພະນັກງານ ມີຄວາມຄວາມຮູ້ຄວາມສາມາດເຕັກນິກວິທະຍາສາດອັນໃໝ່ ເປັນຕົ້ນແມ່ນ ວຽກງານສືບສວນ-ສອບສວນການດໍາເນີນຄະດີຊອກຫາເລ່ລ່ຽມວິທີການຂອງພວກກໍ່ອາຊະຍາກໍາທາງດ້ານເສດຖະກິດ ຢ່າງທັນເວລາ ແລະ ຊອກວິທີປ້ອງກັນສະກັດກັ້ນແຕ່ຫົວທີ ຄຽງຄູ່ກັບການເອົາໃຈໃສ່ປະສານສົມທົບແໜ້ນກັບ ອົງການໄອຍະການ, ສານປະຊາຊົນ, ກະຊວງຍຸຕິທໍາ ໃນການຄົ້ນຄວ້າ-ແກ້ໄຂຄໍາຮ້ອງຟ້ອງ ແລະ ດໍາເນີນຄະດີໃຫ້ມີຄວາມເປັນເອກະພາບຮັບປະກັນຄວາມຍຸຕິທໍາຕໍ່ສັງຄົມ ແລະ ຖືກຕ້ອງຕາມຫຼັກການວິຊາສະເພາະ ແລະ ກົດໝາຍ ສະແດງອອກປີ 2022 ທົ່ວປະເທດມີຄຳຮ້ອງຟ້ອງກ່ຽວກັບຄະນະທາງດ້ານເສດຖະກິດທັງໝົດ 1.647 ເລື່ອງ, ຄຳຮ້ອງຟ້ອງຄ້າງມາ 657 ເລື່ອງ, ເຂົ້າໃໝ່ 990 ເລື່ອງ, ເຊິ່ງໃນນີ້ສາມາດດຳເນີນຄະດີທາງດ້ານເສດຖະກິດສຳເລັດ 897 ເລື່ອງ, ຍັງສືບຕໍ່ດຳເນີນ 750 ເລື່ອງ.

ພັອ ປອ ພັນໄຊ ທຳມະສິດ ຮອງຫົວໜ້າກົມເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປີ 2023 ຂອງກົມຕໍາຫຼວດເສດຖະກິດ ໃຫ້ຮູ້ວ່າ:

ໃນປີ 2022, ທົ່ວປະເທດ ມີຄຳຮ້ອງຟ້ອງທັງໝົດ 1.647 ເລື່ອງ, ຄຳຮ້ອງຟ້ອງຄ້າງມາ 657 ເລື່ອງ, ເຂົ້າໃໝ່ 990 ເລື່ອງ, ດຳເນີນສຳເລັດ 897 ເລື່ອງ, ຍັງສືບຕໍ່ດຳເນີນ 750 ເລື່ອງ.

ມີຄະດີທັງໝົດ 787 ເລື່ອງ, ຄະດີຄ້າງມາ 195 ເລື່ອງ, ຄະດີເຂົ້າໃໝ່ 592 ເລື່ອງ, ຄະດີດຳເນີນສຳເລັດ 541 ເລື່ອງ, ຄະດີຍັງສືບຕໍ່ດຳເນີນ 246 ເລື່ອງ, ຄະດີຍັງສືບຕໍ່ດຳເນີນ 246 ເລື່ອງ, ຄະດີມ້າງໄດ້ 592 ເລື່ອງ (ທຽບໃສ່ປີ 2021 ເພີ່ມຂຶ້ນ 312 ເລື່ອງ ເທົ່າກັບ 111%) ແລະ ມີຜູ້ຖືກຫາ 597ຄົນ ຍິງ 76 ຄົນ, ຕ່າງປະເທດ 7 ຄົນ.

ລວມມູນຄ່າເສຍຫາຍທັງໝົດ ເປັນເງິນຫຼາຍກວ່າ 458 ຕື້ກີບ, ເງິນບາດຫຼາຍກວ່າ 36 ລ້ານບາດ, ເງິນໂດລາຫຼາຍກວ່າ 15 ລ້ານໂດລາ ແລະ ເງິນຢວນຫຼາຍກວ່າ 1 ລ້ານຢວນ.

ຂອງກາງທີ່ເກັບກູ້ຄືນໄດ້ ມີເງິນກີບຫຼາຍກວ່າ 1 ຕື້ກີບ, (ເງິນອາຍັດໃນບັນຊີເງິນກີບ ຫຼາຍກວ່າ 1 ຕື້ກີບ), ເງິນບາດຫຼາຍກວ່ 8 ລ້ານບາດ, (ເງິນອາຍັດໃນບັນຊີ ຫຼາຍກວ່າ 2 ລ້ານບາດ), ເງິນໂດລາ 41.185 ໂດລາ (ເງິນອາຍັດໃນບັນຊີ 39.185 ໂດລາ), ຄຳແທ່ງ 1 ກິໂລກຼາມ, ດິນ 13 ຕອນ, ໃບຕາດິນ 9 ໃບ, ລົດໃຫຍ່ 10 ຄັນ, ລົດຈັກ 3 ຄັນ, ໜ້າຈໍຄອມພິວເຕີຕັ້ງໂຕະ 162 ໜ່ວຍ ແລະ ໜ່ວຍຄວາມຈຳຄອມພິວເຕີ 92 ໜ່ວຍ.

ສະເພາະ ກົມຕໍາຫຼວດເສດຖະກິດ ມີຄຳຮ້ອງຟ້ອງທັງໝົດ 279 ເລື່ອງ, ຄຳຮ້ອງຟ້ອງຄ້າງມາ 69 ເລື່ອງ, ເຂົ້າໃໝ່ 217 ເລື່ອງ, ແກ້ໄຂສຳເລັດ 232 ເລື່ອງ, ຍັງສືບຕໍ່ດຳເນີນ 45 ເລື່ອງ.

ຄະດີທັງໝົດມີ 70 ລາຍ, ຄະດີຄ້າງມາ 8 ລາຍ, ຄະດີເຂົ້າໃໝ່ 62 ລາຍ, ຄະດີມ້າງໄດ້ 62 ລາຍ, ຄະດີດຳເນີນສຳເລັດ 57 ລາຍ, ຄະດີຍັງສືບຕໍ່ດຳເນີນ 13 ລາຍ.

ເຊິ່ງຄະດີເສດຖະກິດທີພົ້ນເດັ່ນ ໃນປີ 2022 ແມ່ນຄະດີ ນາງ ພອນທິບ ພ້ອມພວກ 8 ຄົນ ສໍ້ໂກງຊັບພົນລະເມືອງ ມີຜູ້ເສຍຫາຍ 1.542 ຄົນ ມູນຄ່າເສຍຫາຍຫຼາຍກວ່າ 235 ຕື້ກີບ, ເງິນບາດຫຼາຍກວ່າ 385 ລ້ານບາດ, ເງິນໂດລາຫຼາຍກວ່າ 5 ລ້ານໂດລາ; ຄະດີ ນາງ ມະໄລພອນ ມູນຄ່າເສຍຫາຍຫຼາຍກວ່າ 91 ຕື້ກີບ, ເງິນບາດຫຼາຍກວ່າ 34 ລ້ານບາດ, ເງິນໂດລາ 8 ແສນໂດລາ ແລະ ຄະດີ ທ້າວ ຄີບ໋ອດ ວີ ມູນຄ່າເສຍຫາຍຫຼາຍກວ່າ 38 ລ້ານບາດ ແລະ ເງິນໂດລາຫຼາຍກວ່າ 11 ລ້ານໂດລາ.

ໃນຕໍ່ໜ້າ, ກຳລັງຕຳຫຼວດເສດຖະກິດ ຈະສຸມໃສ່ການຄົ້ນຄວ້າແກ້ໄຂ ແລະ ດຳເນີນຄະດີທາງດ້ານເສດຖະກິດ ໃນຂອບເຂດທົ່ວປະເທດ ໃຫ້ໄດ້ 80% ຂຶ້ນໄປ, ລົງຊຸກຍູ້ແນະນຳວຽກງານວິຊາສະເພາະຕາມສາຍຕັ້ງ ໃຫ້ພະແນກຕຳຫຼວດເສດຖະກິດ ໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານເຂົ້າສູ່ລະບົບ ເປັນຕົ້ນແມ່ນ ການຮັບຄຳຮ້ອງຟ້ອງຕ້ອງຜ່ານປະຕູດຽວ ແລະ ການດໍາເນີນຄະດີໃຫ້ສ່ອດຄ່ອງກັບແນວທາງນະໂຍບາຍຂອງພັກ, ຖືກຕາມຂັ້ນຕອນຂອງກົດໝາຍ ແລະ ຮັບປະກັນຕໍ່ວຽກງານວິຊາສະເພາະ ແລະ ສູ້ຊົນເຮັດວຽກງານສະກັດກັ້ນຕ້ານອາຊະຍາກຳທາງດ້ານເສດຖະກິດ ໃຫ້ໄດ້ດີກວ່າເກົ່າ.

ເພື່ອເຮັດໃຫ້ວຽກງານວິຊາລະເພາະຂອງ ກົມຕໍາຫຼວດເສດຖະກິດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ, ກົມຕໍາຫຼວດເສດຖະກິດ ຈະສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ຢ່າງເປັນປົກກະຕິ ເພື່ອໃຫ້ນາຍ ແລະ ພົນຕໍາຫຼວດ ມີຄຸນທາດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນເຂັ້ມງວດ.

ພ້ອມທັງມີຄວາມເດັດດ່ຽວ ແກ້ໄຂປະກົດຫຍໍ້ທໍ້ຢູ່ພາຍໃນຢ່າງທັນການ, ຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ, ດ້ານເຕັກໂນໂລຊີໃຫ້ສູງຂຶ້ນເທື່ອລະກ້າວ, ປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກຂອງ ຄະນະບັນຊາແຕ່ລະຂັ້ນ ໃຫ້ແທດເໝາະກັບສະພາບການຕົວຈິງ.

ນອກນີ້, ກໍຕ້ອງຍົກສູງຄວາມເປັນແບບຢ່າງຂອງນາຍ ແລະ ພົນຕໍາຫຼວດ, ເຮັດໃຫ້ພາຍໃນມີຄວາມໜັກແໜ້ນເຂັ້ມແຂງ, ເຮັດສໍາເລັດໜ້າທີ່ການເມືອງທີ່ຂັ້ນເທິງໄດ້ມອບໝາຍໃຫ້ ແລະ ສືບຕໍ່ບໍາລຸງຍົກລະດັບທາງດ້ານວຽກງານວິຊາສະເພາະ ໃຫ້ກໍາລັງຕໍາຫຼວດເສດຖະກິດ ໃນຂອບຂອບທົ່ວປະເທດ ໃຫ້ມີປະສິດທິຜົນດີຂຶ້ນກ່າວເກົ່າ ໂດຍຖືເອົາວຽກງານສະກັດກັ້ນເປັນກົກ ແລະ ເອົາວຽກງານແກ້ໄຂເປັນສໍາຄັນ.

ເອົາໃຈໃສ່ເຮັດວຽກງານສືບຂ່າວ ກໍາແໜ້ນສະພາບການເຄື່ອນໄຫວຂອງພວກກໍ່ອາຊະຍາກໍາທາງດ້ານເສດຖະກິດ ໃຫ້ເປັນລະບົບຄົບຊຸດ, ຍົກສູງຄຸນນະພາບວຽກງານສືບສວນ-ສອບສວນດໍາເນີນຄະດີ ແລະ ຄົ້ນຄວ້າແກ້ໄຂຄໍາຮ້ອງຟ້ອງ ໃຫ້ຖືກຕ້ອງຕາມຫຼັກການວິຊາສະເພາະ ແລະ ກົດໝາຍ.

ສຸມໃສ່ດໍາເນີນຄະດີ ແລະ ຄົ້ນຄວ້າແກ້ໄຂຄໍາຮ້ອງຟ້ອງທີ່ຍັງຄ້າງ ແລະ ເຂົ້າໃໝ່ ໃຫ້ມີຄວາມວ່ອງໄວຊັດເຈນ ທາງດ້ານຄວາມຜິດທາງອາຍາ, ທາງແພ່ງ ແລະ ການຮັກສາເຄື່ອງຂອງກາງຄະດີ ຕ້ອງຮັບປະກັນທາງດ້ານວິຊາສະເພາະ ແລະ ໄປຄຽງຄູ່ກັບການເຮັດວຽກງານສະກັດກັ້ນ ເປັນຕົ້ນແມ່ນ ວຽກງານສືບຄົ້ນຫາລະແວງສົງໄສ, ຂຶ້ນບັນຊີເປົ້າໝາຍ ເພື່ອສ້າງເປັນລາຍຄະດີສະເພາະ, ວຽກງານສະກັດກັ້ນຕ້ານອາຊະຍາກໍາທາງດ້ານເສດຖະກິດ ທັງພາຍໃນ, ຂ້າມຊາດ ແລະ ວຽກງານຕ້ານການຄ້າຂາຍເຖື່ອນໃຫ້ໄດ້ດີ.